ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ຄາດຫວັງວ່າ ຈະຊະນະ ໃນການເລືອກຕັ້ງຂັ້ນຕົ້ນໃນລັດ Indiana


ປ້າຍໂຄວະນາ ຂອງທ່ານ Donald Trump ຜູ້​ສະໝັກ​ປະທາ​ນາ​ປະທານາທິບໍດີ ສັງກັດ​ພັກ Republican ໃນ Allen County War Memorial, 1 ພຶດສະພາ, 2016, ໃນ Fort Wayne, Indiana.
ປ້າຍໂຄວະນາ ຂອງທ່ານ Donald Trump ຜູ້​ສະໝັກ​ປະທາ​ນາ​ປະທານາທິບໍດີ ສັງກັດ​ພັກ Republican ໃນ Allen County War Memorial, 1 ພຶດສະພາ, 2016, ໃນ Fort Wayne, Indiana.

ສະຖານ​ທີ່​ບ່ອນ​ບັດ​ຕ່າງໆໄດ້ໄຂ​ແລ້ວ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລັດ Indiana ບ່ອນ​ທີ່​ ທ່ານ Donald Trump ຜູ້​ສະໝັກ​ປະທາ​ນາ​ປະທານາທິບໍດີ ສັງກັດ​ພັກ Republican ທີ່​ມີ​ຄະ​ແນນ​ສຳ​ໜ້າ ປະ​ເຊີນ​ໜ້າ​ກັບ​ຄູ່​ແຂ່ງ​ຄົນ​ສຳ​ຄັນ ສະມາຊິກ​ສະພາ​ສູງ​ສະຫະລັດຈາກ​ລັດ​ເທັກ ຊັສ ທ່ານ Ted Cruz ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ.

​ໄຊຊະນະ​ຂອງທ່ານ Trump ​ໃນ​ລັດ Indiana ນີ້ ຈະ​ສາມາດ​ຈັດ​ໃຫ້​ທ່ານ ​ໃນ​ເສັ້ນ​ທາງທີ່​ຈະນຳ​ໄປ​ສູ່​ການເປັນຕົວ​ແທນ​ຂອງ​ພັກ Republican ກ່ອນ​ກອງ​ປະຊຸມໃຫຍ່​ຂອງພັກ ​ໃນ​ນະ​ຄອນ Cleveland ​ໃນ​ເດືອນ​ກໍລະກົດ​ທີ່​ຈະ​ມາ​ເຖິງ​ນີ້.

​ໃນການຢັ່ງຫາງ​ສຽງຫຼ້າ​ສຸດ ຂອງ NBC/Wall Street Journal/Marist ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Trump ມີຄະ​ແນນ​ນຳ​ໜ້າ 15 ເປີ​ເຊັນ ໃນ​ລັດ Indiana ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ສຳ​ຫຼວດກ່ອນ​ໜ້າ​ນີ້ ທີ່​ແນະນຳ​ໃຫ້​ເຫັນ​ວ່າ ທ່ານໄດ້​ມີ​ຄະ​ແນນ​ນຳ​ໜ້າ​ທີ່​ຫຼາຍ​ກວ່າ​ນີ້
ກໍ​ຕາມ.

ທ່ານTed Cruz (ສັງກັດພັກ Republican) ທີ່ຮວມຕົວກັບ ຜູ້ຟົກຄອງລັດ Indiana ທ່ານ Mike Pence (ສັງກັດພັກ Republican) ໃນ Marion, Indiana, 2 ພຶດສະພາ, 2016.
ທ່ານTed Cruz (ສັງກັດພັກ Republican) ທີ່ຮວມຕົວກັບ ຜູ້ຟົກຄອງລັດ Indiana ທ່ານ Mike Pence (ສັງກັດພັກ Republican) ໃນ Marion, Indiana, 2 ພຶດສະພາ, 2016.

​ທ່ານ Trump ຄວາມ​ໝັ້ນ​ໃຈ​ທີ່​ມີ​ເພີ້​ມຂຶ້ນ​ໄດ້​ບອກ​ກັບ​ພວກ​ສະໜັບສະໜຸນໃນ​ເມືອງ Terre Haute ລັດ Indiana ວ່າ ທ່ານ​ແມ່ນ​ກະຕືລື​ລົ້ນ​ທີ່​ຈະ​ປ່ຽນ​ຈຸດ​ເພັ່ງ​ເລັງ​ຂອງ​ທ່ານ ໃນ ການໂຄສະ ນາຫາ​ສຽງ​ໄປ​ໃສ່ການເລືອກ​ຕັ້ງ​ທົ່ວ​ໄປ ​ແລະຫ​ຍັບ​ໃຫ້​ຫ່າງ​ອອກ​ຈາກ​ຄູ່​ແຂງ​ຂັນ ທ່ານ Cruz ​ແລະ​ຜູ້​ປົກຄອງ​ລັດ Ohio ທ່ານ John Kasich.

“ມັນ​ມີ​ຄວາມ​ສຳ​ຄັນ​ຫຼາຍ ທີ່​ພວກ​ເຮົາ​ຊະນະ ​ເພາະວ່າ ຖ້າ​ພວກ​ເຮົາ​ຊະນະ​ ຄື​ທ່ານ​ຮູ້​ນັ້ນ​ລະ ພວກ​ເຮົາ ກໍ​ຈະ​ຫາ​ເງິນ​ເຂົ້າ​ພັກ ພວກ​ເຮົາ​ຈະ​ຫາ​ເງິນ​ເພື່ອ​ການ​ຫາ​ສຽງ​ໃນ​ການ​ແຂ່ງ ຂັນ​ລະ ດັບສະພາສູງ ​ແລະ​ເພື່ອ​ການ​ແຂງ​ຂັນ​ລະດັບ​ສະພາ ​ແລະ​ກະທຳ​ການ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ​ແທນ​ທີ່​ຈະ​ເສຍ​ເວລາ​ຂອງ​ພວກ​ເຮົາ ກັບ​ຜູ້​ຄົນ​ພວກ​ນີ້.”

ທ່ານນາງ Hillary Clinton ສັງກັດພັກ Democratics ກ່າວຕໍ່ພະນັກງານໂຮງງານເຫຼັກ ທີ່ເມືອງ Ashland, Ky., 2 ພຶດສະພາ, 2016.
ທ່ານນາງ Hillary Clinton ສັງກັດພັກ Democratics ກ່າວຕໍ່ພະນັກງານໂຮງງານເຫຼັກ ທີ່ເມືອງ Ashland, Ky., 2 ພຶດສະພາ, 2016.

ທ່ານ Trump ​ໄດ້​ຮັບ​ໄຊຊະນະ ຢ່າງ​ງ່າຍດາຍ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ​ແລະ​ການ​ໄດ້​ຮັບ​ໄຊຊະນະ​ທີ່​ລັດ Indiana ນີ້ຈະ​ສ້າງຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່ທ່ານ Cruz ​ແລະ​ຄວາມ​ຫວັງ​ຂອງ​ທ່ານທີ່​ຈະ​ບັງຄັບ​ໃຫ້​ມີ​ກອງ​ປະຊຸມ​ພັກທີ່​ມີ​ການ​ຖົກ​ຖຽງ​ກັນນັ້ນ.

ທ່ານ Cruz ກຳລັງ​ທຳ​ການ​ໂຄສະນາ​ຫາ​ສຽງ​ຢ່າງ​ໜັກ​ທີ່​ລັດ Indiana​ ​ໃນ​ຊົ່ວ​ໂມງ​ສຸດ​ທ້າຍ ກ່ອນ​ການ​ປ່ອນ​ບັດຂັ້ນຕົ້ນ​ເລີ້ມຂຶ້ນ. ​ໃນ​ລະຫວ່າງ​ການ​ພົບ​ພໍ້​ກັບ​ພວກ​ນັກ​ຂ່າວ​ຢູ່​ພາກ​ເໜືອ ຂອງລັດ Indiana ນັ້ນ ທ່ານ​ໄດ້​ກ່າວ​ໂຈມ​ຕີ​ທັງ​ທ່ານ Donald Trump ​ແລະ​ທ່ານ​ນາງ Hillary Clinton ພ້ອມ​ໆ​ກັນ ​ໃນ​ຂະນະ​ທີ່​ທ່ານ​ທຳ​ການ​ຮ້ອງ​ຮຽນ​ຕໍ່​ພວກ​ສະໜັບສະໜຸນ ຈາກ​ພັກ​ຣີພັບ​ບລີ​ກັນ​ໃນ​ນາທີ​ສຸດ​ທ້າຍ​ນັ້ນ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມພາສາອັງກິດ

XS
SM
MD
LG