ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທຣໍາ ເຕືອນເກົາຫລີເໜືອກ່ຽວກັບ ການທົດລອງ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ


ຊາວເກົາຫລີໃຕ້ຄົນນຶ່ງ ກຳລັງເບິ່ງຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກ່າວຄຳປາໄສປີໃໝ່ ຜ່ານທາງໂທລະພາບ.
ຊາວເກົາຫລີໃຕ້ຄົນນຶ່ງ ກຳລັງເບິ່ງຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກ່າວຄຳປາໄສປີໃໝ່ ຜ່ານທາງໂທລະພາບ.

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໄໝ່ ທ່ານ Donald Trump ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ເກົາຫລີເໜືອ​ ຈະ​ບໍ່​ພັດທະນາ​ອາວຸດ​ນິວ​ເຄລຍ ທີ່ມີ​ສະມັດ​ຕະພາບ​ຍິງ​ມາ​ເຖິງ​ສະຫະລັດ.
ທ່ານ Trump ​ໄດ້​ກ່າວ​ຢູ່​ໃນ Twitter ໂດຍບໍ່ໄດ້ອະທິບາຍ​ເພີ້​ມ​ເຕີມແຕ່ເວົ້າ​ວ່າ “ມັນ​ຈະ​ບໍ່​ເກີດ​ຂຶ້ນ.”

((https://twitter.com/realDonaldTrump/status/816057920223846400))

ຄຳ​ປະກາດ​ຂອງ​ທ່ານ Trump​ ໄດ້​ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ກ່າວ​ວ່າ ປະ​ເທດ​ຂອງ​ທ່ານໃກ້​ຈະ​ສຳ​ເລັດ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບແລ້ວ. ​ເກົາຫລີ​ເໜືອ​ໄດ້​ທົດ​ລອງລູກ​ສອນ​ໄຟ​ໄລຍະ​ສັ້ນ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ທັງປະສົບ​ຜົນສຳ​ເລັດ ​ແລະ​ບໍ່​ສຳ​ເລັດ. ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ມັນ​ອາດ​ຈະ​ໃຊ້​ເວລາ​ຢູ່​ອີກ​ຫລາຍ​ປີສຳລັບເກົາຫລີ​ເໜືອ ກ່ອນ​ຈະ​ພັດທະນາ​ສະມັດ​ຕະພາບ​ຕິດ​ຫົວ​ນິວ​ເຄລຍ ​ຍິງ​ມາ​ຫາ​ສະຫະລັດໄດ້.

​ເກົາຫລີ​ເໜືອ​ບໍ່​ໄດ້​ຕອບ​ຄຳ​ຖະ​ແຫລ​ງ​ເທື່ອ​ສຸດ​ທ້າຍ​ຂອງ​ທ່ານ Trump ​ໃນ​ທັນ​ໃດ. ໃນ​ຂະ ນະ​ດຽວ​ກັນພັນ​ທະ​ມິດ​ທີ່​ສຳຄັນ​ຂອງ​ເກົາຫລີ​ເໜືອຄື ຈີນ ​ໄດ້​ກ່າວ​ຫາ​ທ່ານ Trump ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ຊອກ​ເລື້ອງ​ມີ​ອາຣົມທີ່ບໍ່​ມີ​ຄວາມ​ຮັບຜິດຊອບຂຶ້ນມາ” ຫລັງ​ຈາກ​ປະທານາ ທິບໍດີ​ທີ່​ຖືກ​ເລືອກ​ໃໝ່​ ໄດ້ກ່າວ​ຫາ​ຈີນ​ວ່າບໍ່ຫລຸດຜ່ອ​ນ ໂຄງການນິວ​ເຄລຍຂອງ​ເກົາຫລີ​ເໜືອແລ້ວ.

ໜັງສືພິມ The Global Time ຂອງ​ລັດ​ບານ​ຈີນລາຍ​ງານ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ “​ໄດ້​ເຮັດ​ໃຫ້​ເກີດ​ຄວາ​ມຢ້ານ​ກົວ​ແກ່​ຊາວ​ເອ​ເມຣິກັນ​ຈຳນວນ​ນຶ່ງ” ຜູ້​ທີ່​ຕິຕຽນ​ຈີນໃນ​ຄວາ​ມກ້າວໜ້າຂອງ​ໂຄງການ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ​ແທນ​ທີ່​ຈະ​ເບິ່ງເຂົ້າໄປ​ທາງ​ໃນ.

ພາບບັນທຶກ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ (ICBM) ຂອງເກົາຫລີເໜຶອ.
ພາບບັນທຶກ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ (ICBM) ຂອງເກົາຫລີເໜຶອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

North Korea Trump
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG