ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ອົງການສືບລັບ ສະຫະລັດ ອ້າງວ່າ ຣັດເຊຍ ແມ່ນໄພຂົ່ມຂູ່


ທ່ານ Dan Coats ສະແດງຄຳເຫັນ ຕໍ່ໜ້າຄະນະກຳມະກາສືບລັບ ກ່ຽວກັບ ການຖືກສະເໜີຊື່ໃຫ້ເປັນຜູ້ອຳນວຍການຄົນຕໍ່ໄປຂອງອົງການສືບລັບ ແຫ່ງຊາດໃນຕຶກຫ້ອງການສະພາສູງ Dirksen. 28 ກຸມພາ, 2017 ທີ່ລັດຖະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ.
ທ່ານ Dan Coats ສະແດງຄຳເຫັນ ຕໍ່ໜ້າຄະນະກຳມະກາສືບລັບ ກ່ຽວກັບ ການຖືກສະເໜີຊື່ໃຫ້ເປັນຜູ້ອຳນວຍການຄົນຕໍ່ໄປຂອງອົງການສືບລັບ ແຫ່ງຊາດໃນຕຶກຫ້ອງການສະພາສູງ Dirksen. 28 ກຸມພາ, 2017 ທີ່ລັດຖະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ.

ຜູ້ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ເລືອກ​ໃຫ້​ເປັນ​ຜູ້ນຳ​ພາປະຊາຄົມສືບລັບ ສະຫະລັດ ໄດ້ອ້າງວ່າ ຣັດເຊຍ ແມ່ນ​ເປັນໄພຂົ່ມຂູ່ຮ້າຍ​ແຮງສຸດ, ແລະ ໄດ້ກ່າວຕໍ່ບັນດາສະມາຊິກ ສະພາໃນວັນອັງຄານວານນີ້ວ່າ ມັນເປັນຄວາມ​ຈິງທີ່ມີ​ການຍອມຮັບ​ແລ້ວວ່າ ມົສກູ ໄດ້ ພະຍາຍາທີ່ຈະສ້າງອິດທິພົນ ໃນການເລືອກຕັ້ງປະທານາທິບໍດີເມື່ອເດືອນພະຈິກທີ່ຜ່ານ ມາ.

ອະດີດສະມາຊິກສະພາສູງລັດ Indiana ທ່ານ Dan Coats ໄດ້ກ່າວຕໍ່ຄະນະກຳມະການ ສືບລັບສະພາສູງວ່າ ຣັດເຊຍ “ເບິ່ງຄືວ່າ ໄດ້​ເພີ່ມ​ ກົນລະຍຸດຂອງພວກເຂົາ” ໃນການ ປຸກລະດົມ ​ເພື່ອ​ສ້າງອິດທິພົນຢູ່ໃນການເລືອກຕັ້ງ ອາເມຣິກາ. ທ່ານໄດ້ສັນຍາວ່າ ຈະສະ ໜັບສະໜູນການສືບສວນສອບສວນຢ່າງຮອບຄອບ ກ່ຽວກັບ ບົດບາດຂອງວັງເຄຣັມລິນ ໃນການລົງຄະແນນສຽງ ຂອງສະຫະລັດ.

ທ່ານ Coats ອາຍຸ 73 ປີຈາກພັກຣີພັບບລີກັນ ໄດ້ກ່າວໃນລະຫວ່າງການພິຈາລະນາຮັບ ​ຮອງເອົາ​ການ​ແຕ່ງຕັ້ງ​ເຂົ້າຮັບຕຳແໜ່ງຂອງທ່ານວ່າ “ມັນແມ່ນສິ່ງທີ່ຕ້ອງ​ໄດ້ສືບສວນ ສອບສວນ ແລະ ​ແກ້​ໄຂ.”

ທ່ານ Coats ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເປັນທີ່ຮູ້ຈັກໂດຍສັງຄົມ ແລະ ຮັບຮູ້ ແລະ ຍອມຮັບວ່າ ຣັດເຊຍ ແນ່ນອນໄດ້ພະຍາ ຍາມທີ່ຈະ​ໃຊ້ອິດທິພົນຕໍ່ການໂຄສະ ນາຫາສຽງ. ໃນລຳດັບໃດໜຶ່ງພວກເຂົາເຈົ້າໄດ້ປະສົບຄວາມສຳເລັດ, ຂ້າພະເຈົ້າ ບໍ່ຄິດວ່າພວກ ເຮົາຮູ້.”

ໃນຂະນະນີ້, ທ່ານ Coats ໄດ້ເອີ້ນການລ່ວງ​ລ້ຳທີ່ຖືກຄົ້ນພົບໃໝ່ຂອງ ຣັດເຊຍ ວ່າແມ່ນ “ຄວາມເປັນຫ່ວງທີ່ຮ້າຍແຮງ.”

ທ່າທາງດັ່ງກ່າວເບິ່ງຄືວ່າຈະເຮັດໃຫ້ທ່ານ Coats ບໍ່ສາມາດເຂົ້າກັນໄດ້ກັບປະທານາທິ ບໍດີ ທຣຳ, ຜູ້ທີ່ກ່ອນໜ້ານີ້ໄດ້ປະຕິເສດການຄົ້ນພົບຂອງປະຊາຄົມສືບລັບ ທັງໃນລະ ຫວ່າງ ການໂຄສະນາຫາສຽງ ແລະ ຫຼັງການເລືອກຕັ້ງ.

ລາຍງານສະບັບໜຶ່ງທີ່ຖືກເປີດເຜີຍກ່ອນທ່ານ ທຣຳ ສາບານຕົວເຂົ້າຮັບຕຳແໜ່ງໂດຍ ຫ້ອງການຂອງຜູ້ອຳນວຍການສືບລັບແຫ່ງຊາດ ທີ່ໄດ້ສະຫຼຸບວ່າ ພວກປະຕິບັດການທີ່ ໄດ້ຮັບການໜູນຫຼັງໂດຍ ຣັດເຊຍ ໄດ້ລັກເຈາະຂໍ້ມູນເຂົ້າໃນ ອີເມລ ຂອງຄະນະກຳມະ ການພັກເດໂມແຄຣັດແຫ່ງຊາດ ເພື່ອ “ທຳລາຍຄວາມເຊື່ອຖືຂອງສັງຄົມ ໃນຂະບວນ ການປະຊາທິປະໄຕ ສະຫະລັດ.” ແຕ່ລາຍງານໃນວັນທີ 6 ມັງກອນຍັງໄດ້ກ່າວວ່າ ຕໍ່ມາ ຣັດເຊຍ ໄດ້ສືບຕໍ່ “ຄວາມປາຖະໜາທີ່ຈະຊ່ວຍເຫຼືອ” ທ່ານ ທຣຳ ໃນເວລາທີ່ທ່ານຍັງ ເປັນຜູ້ລົງແຂ່ງຂັນຢູ່ນັ້ນ.

ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງເປັນຕົ້ນມາ, ທ່ານ ທຣຳ ໄດ້ຍົກຍ້ອງປະທາ ນາທິບໍດີ ຣັດ ເຊຍ ທ່ານ Vladimir Putin ຊ້ຳແລ້ວຊ້ຳອີກ, ກໍ່ໃຫ້ບັນ ດາສະມາຊິກສະພາບາງຄົນມີຄວາມ ເປັນຫ່ວງວ່າລັດຖະບານ ຈະບໍ່​ຍອມເອົາມາດຕະການທີ່ໜັກພໍສົມຄວນກັບ ມົສກູ. ຄົນ ອື່ນໆກໍໄດ້ສະ​ແດງຄວາມເປັນຫ່ວງ ກ່ຽວກັບຄວາມລັບຈະຖືກນຳມາເປັນເລື່ອງການ ເມືອງເພື່ອສະໜັບສະໜູນທັດສະນະຂອງທ່ານປະທານາທິບໍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Senate DNI
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG