ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ຈະປະເຊີນໜ້າກັບ ຄວາມຈິງທີ່ໜ້າ ຕົກໃຈ ໃນການດຳລົງຕຳແໜ່ງ 100 ວັນທຳອິດ


Trump to Face Towering Wall of Washington Reality in First 100 Days
please wait

No media source currently available

0:00 0:02:06 0:00

ປະທານາທິບໍດີທີ່ຖືກເລືອກໃໝ່ທ່ານ Donald Trump ໄດ້ປະ ຕິຍານວ່າ ຈະນຳເອົາການ ປ່ຽນ “ທີ່ປະສົບຄວາມສຳເລັດຫຼາຍ” ມາສູ່ ອາເມຣິກາ, ແຕ່ທ່ານຈະພົບເຫັນວ່າ ມັນມີ ຄວາມຫຍຸ້ງຍາກກວ່າທີ່ຄາດຄິດໄວ້ ໃນລະຫວ່າງ 100 ທຳອິດຂອງການດຳລົງຕຳແໜ່ງ ຂອງທ່ານ. ດັ່ງທີ່ນັກ ຂ່າວວີໂອເອປະຈຳ ທຳນຽບຂາວ Mary Alice Salinas ລາຍງານ, ທ່ານ ທຣຳ ຈະພົບກັບຄວາມຈິງຂອງກຳແພງສູງແຫ່ງ ວໍຊິງຕັນ. ຕໍ່ໄປ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.

ປະທານາທິບໍດີທີ່ຖືກເລືອກໃໝ່ທ່ານ Donald Trump ໄດ້ ສັນຍາທີ່ ຈະເຮັດທຸກຢ່າງໃນ ລະຫວ່າງການດຳລົງຕຳແໜ່ງ 100 ມື້ ທຳອິດຂອງທ່ານ ເພື່ອນຳການປ່ຽນແປງມາສູ່ ອາເມຣິກາ.

ບາດກ້າວຕ່າງໆທ່ານກ່າວວ່າ ຈະມາຟື້ນຟູກົດໝາຍ ແລະ ຄວາມ ເປັນລະບຽບຮຽບຮ້ອຍ, ສຳລະສະສາງ ວໍຊິງຕັນ ແລະ ສຳຄັນກວ່າ ໝູ່ໝົດແມ່ນ ປົກປ້ອງກຳມະກອນ ອາເມຣິກັນ.

ທ່ານ Donald Trump ກ່າວວ່າ “ພວກເຮົາຈະປ້ອງກັນວຽກງານ ຂອງຄົນ ອາເມຣິກັນ, ແລະ ພວກເຮົາຕ້ອງເບິ່ງມັນເກືອບຊ່ຳກັບເຮັດ ສົງຄາມ.”

ທ່ານໄດ້ສັນຍາທີ່ຈະອະນຸມັດຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ ກ່ຽວກັບ ພື້ນຖານໂຄງລ່າງ ເພື່ອ ຊ່ວຍສ້າງວຽກເຮັດງານທຳ.

ທ່ານໄດ້ຮຽກຮ້ອງໃຫ້ມີການຈຳກັດສະໄໝການດຳລົງຕຳແໜ່ງ ສຳລັບບັນດາສະມາຊິກ ລັດຖະສະພາ.

ແລະ ໄດ້ສັນຍາວ່າຈະສ້າງກຳແພງຕາມເຂດຊາຍແດນພາກໃຕ້ ຕິດ ກັບປະເທດ ເມັກຊິ ໂກ.

ແຕ່ທ່ານຈະປະສົບກັບຄວາມຈິງຂອງການເມືອງ ວໍຊິງຕັນ ແລະ ລັດຖະບານຢ່າງວ່ອງໄວ.

ທ່ານ John Hudak ນັກວິໄຈອາວຸໂສຈາກສະບັນ Brookings ກ່າວວ່າ “ລະບົບຂ້າລັດ ຖະການ ອາເມຣິກັນ ແມ່ນບ່ອນທີ່ຊັກ​ຊ້າໜ້າເບື່ອ.”

ມັນມີຄວາມບໍ່ເຫັນດີເຫັນພ້ອມ ກ່ຽວກັບ ແຜນການບາງຢ່າງຂອງທ່ານ ທຣຳ, ແມ່ນກະທັ້ງ ພາຍໃນພັກຣີພັບບລີີກັນຂອງທ່ານເອງ, ລວມທັງ ກ່ຽວກັບ ພື້ນຖານໂຄງລ່າງ.

ທ່ານ John Hudak ກ່າວວ່າ “ມັນບໍ່ແມ່ນບາງຢ່າງທີ່ບັນດາສະມາ ຊິກພັກຣີພັບບລີກັນ ໃນລັດຖະສະພາ ຢາກຈະໃຊ້ເງິນຈຳນວນຫຼວງ ຫຼາຍນຳ ໂດຍບໍ່ມີສິ່ງຕອບແທນ.”

ການຍົກເລີກກົດໝາຍປະກັນສຸຂະພາບລາຄາຖືກ ຫຼື Obamacare, ອາດເປັນໄປຢ່າງ ນຸ້ມນວນ. ແຕ່ການທີ່ຈະເອົາສິ່ງໃໝ່ມາປ່ຽນແທນ ນີ້ຈະບໍ່ເປັນແບບນັ້ນ.

ທ່ານ James Thurber ອາຈານສອນ ກ່ຽວກັບ ລັດຖະບານ ຈາກ ມະຫາວິທະຍາໄລ ອາເມຣິກັນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າການຕໍ່ສູ້ ກ່ຽວກັບ ກົດໝາຍປະກັນໄພລາ ຄາຖືກຈະມີຄວາມເຄັ່ງຕຶງ.”

ທ່ານ ທຣຳ ສາມາດຍົກ​ເລີກການປະຕິບັດການຕ່າງໆຂອງທ່ານ ໂອບາມາ ທີ່ເຮັດ​ໄປ​ນັ້ນ ໄດ້ຢ່າງໄວວາ.

ແຕ່ການຍົກ​ເລີກກົດລະບຽບທີ່ທ່ານໄດ້ສັນຍາໄວ້ ຈະໃຊ້ເວລາດົນຢູ່.

ທ່ານ Thurber ກ່າວວ່າ “ທ່ານບໍ່ສາມາດເຮັດແນວນັ້ນໄດ້ ຢ່າງງ່າຍ ດາຍ. ເຈົ້າຕ້ອງມີ ຫຼັກຖານເພື່ອປະກາດໃຊ້ກົດລະບຽບໃນຕອນທຳອິດ. ມັນຈະໃຊ້ເວລາຫຼາຍປີ ແລະ ຕໍ່ມາການ ກຳຈັດມັນນັ້ນ, ມັນກໍຈະໃຊ້ເວລາຫຼາຍປີ.”

ນັບຕັ້ງແຕ່ໄດ້ຮັບໄຊຊະນະເປັນຕົ້ນມາ, ທ່ານ ທຣຳ ໄດ້ສືບຕໍ່ເປັນຄົນທີ່ບໍ່ສາມາດຄາດເດົາ ໄດ້ ແລະ ບໍ່ເຮັດຕາມປະເພນີ.

ແຕ່ທ່ານກໍໄດ້ຫຼຸດການຢືນຢັດຕໍ່ບັນຫາທີ່ສຳຄັນຕ່າງໆລົງເຊັ່ນກັນ.

ຫຼັງຈາກການ​ພົບ​ປະກັນທີ່​ນຳ​ທຽບ​ຂາວ​ແລ້ວ, ທ່ານ ໂອບາມາ ໄດ້ອະທິບາຍເຖິງທ່ານ ທຣຳ ​ວ່າເປັນ “ຜູ້ເນັ້ນການປະຕິບັດຕົວຈິງ.”

ທ່ານ ທຣຳ ໄດ້ເວົ້າຢ່າງງ່າຍດາຍວ່າ ທ່ານມີ “ຄວາມຄິດເປີດ.”

((INTRO))
[[President-elect Donald Trump has vowed to bring "big league" change to America, but he will find it far more difficult than expected during his first 100 days in office. As White House correspondent Mary Alice Salinas reports, Trump will quickly run into a towering wall of Washington reality.]]

((Nats, song "And I'll gladly stand up next to you and defend her still today."))

((NARRATOR))
President-elect Donald Trump has promised bold steps during his first 100 days to bring change to America.

Steps he says will restore law and order, clean up Washington and most of all, protect the American worker.

((PRESIDENT-ELECT DONALD TRUMP))
"We're going to defend American jobs, and we have to look at it almost as a war."

((NARRATOR))
He's promised massive spending on infrastructure to help create jobs.

He's called for term limits for congressional members…

…and has promised to build a wall along the southern border with Mexico.

But he'll quickly bump up against the reality of Washington politics and government.

((JOHN HUDAK, BROOKINGS INSTITUTION SENIOR FELLOW))
"The American bureaucracy is a sluggish place."

((NARRATOR))

((NARRATOR))
There's disagreement about some of Trump's plans even within his own Republican party, including on infrastructure.

((JOHN HUDAK, BROOKINGS INSTITUTION SENIOR FELLOW))
"That's not something that Republicans in Congress are going to want to spend significant amounts of money on without offsets."

((NARRATOR))
Repealing the Affordable Care Act, or so-called Obamacare, could go smoothly. But replacing it will not.

((JAMES THURBER, AMERICAN UNIVERSITY, PROFESSOR OF GOVERNMENT))
"I think the battle over the Affordable Care Act will be intense."

((NARRATOR))

Trump can swiftly unravel actions Obama took using presidential powers

But rolling back regulations, as he's promised, will take time.

((JAMES THURBER, AMERICAN UNIVERSITY, PROFESSOR OF GOVERNMENT))
"He cannot do that easily. You have to have evidence to promulgate a rule and regulation in the first place. It takes years and then to get rid of it, it takes years."

((NARRATOR))

Since winning, Trump has continued to be unpredictable and non-traditional.

But he has also softened his stance on key issues.

After an Oval Office meeting, Obama described Trump as "pragmatic."

Trump has simply said, he has an "open mind."

XS
SM
MD
LG