ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານທຣຳ ກັບຄືນໄປ ໂຄສະນາຫາສຽງ ທີ່ລັດ Louisiana


ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ພວມໂຍນໝວກ ໃຫ້ພວກສະໜັບສະໜຸນ ທີ່ເມືອງ Baton Rouge. (9 ທັນວາ 2016)​
ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ພວມໂຍນໝວກ ໃຫ້ພວກສະໜັບສະໜຸນ ທີ່ເມືອງ Baton Rouge. (9 ທັນວາ 2016)​

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ​ໄດ້​ກ່າວ​ຕໍ່​ການ​ໂຮມ​ຊຸມນຸມ​ທີ່​ລັດ Louisiana ​ທາງ​ພາກ​ໃຕ້​ຂອງ​ສະຫະລັດໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ໂຄສະນາ​ຫາ​ສຽງ​ໃຫ້​ແກ່​ຜູ້​ສະໝັກ​ຂອງ​ພັກ​ຣີພັບ​ບລີ​ກັນ ​ໃນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ສູງ​ບ່ອນສຸດ​ທ້າຍ​ຂອງ​ສະຫະລັດ.

ທ່ານ Trump ກ່າວ​ຕໍ່​ພວກ​ສະໜັບສະ​ໜຸນ ທີ່​ການ​ໂຮມຊຸມນຸມ ​ຢູ່​ນະຄອນຫຼວງຂອງ​ລັດ ​ເມືອງ Baton Rouge ວ່າ “ພວກ​ເຮົາ​ຕ້ອງການທ່ານ John ທີ່ວໍ​ຊິງຕັນ” ​ແລະ​ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າພາກັນ​ໄປ​ປ່ອນ​ບັດ​ໃນ​ວັນ​ເສົາ​ມື້ນີ້.

ທ່ານ John Kennedy ຊຶ່ງໃນ​ເວລາ​ນີ້​ເປັນຫົວໜ້າດ້ານການ​ເງິນຂອງ​ລັດກຳລັງ​ທຳ​ການ​ເລືອກ​ຕັ້ງຮອບ​ສອງ ​ແຂ່ງ​ກັບ​ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ Foster Campbell ​ເອົາ​ບ່ອນ​ນັ່ງ​ໃນ​ສະພາ​ສູງທີ່​ຫວ່າງ​ລົງ​ໂດຍ​ສະມາຊິກ​ຂອງພັກ​ຣີພັບ​ບລີ​ກັນ ທ່ານ David Vitter ທີ່​ອອກ​ກິນ​ເບ້ຍ​ບຳນານ. ບຸກຄົນ​ທັງ​ 2 ​ແມ່ນ​ໄດ້​ຮັບ​ຄະ​ແນນ​ຫຼາຍ​ກວ່າ​ໝູ່ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ໃນ​ເດືອນ​ແລ້ວນີ້ ​ແຕ່​ກໍ​ປາກົດ​ວ່າ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄະ​ແນນ​ກາຍ 50 ​ເປີ​ເຊັນ ຍ້ອນ​ວ່າມີ​ຜູ້​ສະໝັກທັງ​ໝົດ​ຫລາຍ​ກວ່າ 20 ຄົນ.

Trump Transition
please wait
Embed

No media source currently available

0:00 0:01:37 0:00

ການ​ໄດ້​ຮັບ​ໄຊຊະນະ​ຂອງ​ທ່ານ Kennedy ຈະ​ເຮັດ​ໃຫ້​ພັກຣີພັບ​ບລີ​ກັນ​ຍັງ​ສາມາດ​ກຳ​ສຽງ​ສ່ວນ​ຫຼາຍຢູ່​ໃນ​ສະພາ​ສູງ ດ້ວຍ​ຄະ​ແນນ​ສຽງ 52 ຕໍ່ 48.

ຫລັງ​ຈາກ​ນັ້ນ ທ່ານ Trump ກໍ​ເດີນທາງ​ໄປ​ຮ່ວມ​ ການ​ໂ​ຮມຊຸມນຸມ​ທີ່​ລັດມີ​ຊິ​ແກນ ບ່ອນ​ ທີ່ທ່ານ​ໄດ້ໄປ​ປາກົດ​ໂຕ ​ຮ່ວມ​ກັບ​ປະທານ ​ແລະ ​ຫົວໜ້າ​ບໍລິຫານ ​ຂອງ​ບໍລິສັດ Down Chemical ທ່ານ Andrew Liveris ທີ່​ປະທາ​ນາ​ທິບໍ​ດີ​ເລືອກ​ໃໝ່ກ່າວ​ວ່າ ທ່ານ​ຈະ​ເປັນ​ຫົວໜ້າສະພາ​ຜູ້​ຜະລິດ​ຂອງ​ອາ​ເມຣິກັນ.

ທ່ານ Trump ກ່າວ​ວ່າ ສະພານີ້ຈະ​ມີໜ້າ​ທີ່​ໃນ​ການ​ຊອກ​ຫາ​ຊ່​ອງທາງ​ເພື່ອ​ນຳເອົາ​ອຸດສາ ຫະກຳ​ໃນ​ຈຳນວນ​ຕື່ມ​ອີກ​ເຂົ້າມາ​ໃນ​ສະຫະລັດ. ທ່ານ Trump ທີ່​ໂຄສະນາ​ຫາ​ສຽງ ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ ​ເຫັນ​ແກ່​ຊາວ​ອາ​ເມຣິກັນ​ກ່ອນ​ອື່ນ​ໝົດ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ປະຕິບັດ​ຕາມ​ລະບຽບ​ທີ່​ງ່າຍໆ 2 ຂໍ້ ຄື​ຊື້​ເຄື່ອງ​ທີ່​ຜະລິດ​ໂດຍຄົນ​ອ​າ​ເມ​ຣິກັນ​ແລະ​ຈ້າງ​ຄົນ​ອາ​ເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG