ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮ່າງ​ກົດໝາຍປະກັນ​ໄພສຸຂພາບໃໝ່ ຖືກນໍາຂຶ້ນໄປ ສະເໜີຢູ່ ສະພາສູງ ສຫລ


ປ. ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ Rose Garden ຂອງທໍານຽບຂາວໃນວັນທີ 4 ພຶດສະພາ, 2017 ພາຍຫລັງທີ່ຮ່າງ​ກົດໝາຍດ້ານ​ປະກັນ​ໄພ ສຸຂພາບຖືກ​ຮັບຮອງ​ເອົາ.
ປ. ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ Rose Garden ຂອງທໍານຽບຂາວໃນວັນທີ 4 ພຶດສະພາ, 2017 ພາຍຫລັງທີ່ຮ່າງ​ກົດໝາຍດ້ານ​ປະກັນ​ໄພ ສຸຂພາບຖືກ​ຮັບຮອງ​ເອົາ.

ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລທຣໍາ ​ແລະ​ບັນດາ​ສະ
ມາຊິກ​ສະພາ​ຕໍ່າຈາກ​ພັກຣີພັບ​ບລິກກັນ​ໄດ້ສະຫລອງການເຮັດ​ໃຫ້ຮ່າງ​ກົດໝາຍ
ດ້ານ​ປະກັນ​ໄພສຸຂພາບທີ່​ໄດ້​ມີ​ການ​ຕໍ່ສູ້​ອັນ​ຫຍຸ້ງຍາກ​ລໍາບາກນັ້ນ ຖືກ​ຮັບຮອງ​ເອົາ
​ໂດຍ​ຈັດ​ງານ​ລ້ຽງສະຫລອງ​ໄຊຊະນະ​ຢູ່​ທໍານຽບຂາວ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງເປັນ
​ພັກຜ່ອນ​ເພື່ອ​ພາກັນຊື່​ນຊົມ​ກັບ​ບາດກ້າວ​ທໍາ​ອິດໃນ​ການກ້າວ​ໄປ​ຫາ​ໄຊຊະນະ​ທາງ
​ດ້ານ​ກາຍນສ້າ​ງນິຕໍ​ກໍາໃຫຍ່ຂອງ​ຄະນະ​ລັດຖະບານ​ຊຸດ​ນີ້.

​ໄຊ​ຊະ​ນະ​ດັ່ງກ່າວ ເປັນ​ການ​ຝຶກ​ຊ້ອມ​ອັນ​ສໍາຄັນໃນ​ການ​ປະຕິບັດ​ງານຮ່ວມ​ກັນລະຫວ່າງ ທໍານຽບຂາວ ​ແລະ​ບັນ​ດາສະມາຊິກ​ສະພາ​ຕໍ່າຈາກ​ພັກຣີພັບ​ບລິກກັນຢູ່​ໃນ​ລັດຖະສະ
ພາ ຢູ່​ໃນ​ເວ​ລາພຽງ​ແຕ່​ບໍ່​ເທົ່າ​ໃດ​ອາທິດ​ເທົ່າ​ນັ້ນ ພາຍຫລັງ​ທີ່​ໄດ້​ເສຍ​ໄຊ​ໃນ​ການ​ພະຍາ
ຍາມລົບ​ລ້າງແລະ ​ປ່ຽນ​ແທນ​ກົດໝາຍປະກັນ​ໄພ​ສຸຂະພາບ​ລາຄາ​ຖືກ ທີ່​ຄົນ​ນິຍົມ​ເອີ້ນ
ກັນ​ວ່າ Obamacare ນັ້ນ.

ທ່ານ​ທຣໍາ ​ແລະ​ຮອງ​ປະທານາທິບໍດີ Mike Pence ​ໄດ້​ເພີ້ມທະວີ​ການ​ເຈລະຈາ​ຂອງ
​ເຂົາ ​ເຈົ້າຢ່າງ​ຂ້ຽວຂາດ​ໃນການ​ເຈລະຈາ​ຮອບ​ສອງ ຊຶ່ງໃຊ້​ຍຸດ​ທະວີ​ທີ​ເຮັດ​ໃຫ້​ຮ່າງກົດ
ໝາຍດັ່ງກ່າວ​ຖືກ​ຮັບຮອງ​ເອົາ​ດ້ວຍ​ຄະ​ແນນ​ສຽງພໍ​ແຕ່​ເຮັດ​ໃຫ້​ມັນ​ຜ່ານ ​ເພື່ອ​ຈະ​ໄດ້
​ເອົາ​ໄປເຈລະຈາ​ສົນທະນາ​ກັນ​ຕໍ່ ຢູ່​ໃນສະພາ​ສູງ ​ໄດ້.

ທໍານຽບຂາວບັດ​ນີ້ ປະ​ເຊັນ​ກັບ​ຄວາມ​ບໍ່​ແນ່ນອນ​ອັນໜັກ​ແໜ້ນ​ໃນ​ການ​ເຮັດ​ໃຫ້​ຮ່າງ​ກົດໝາຍດ້ານ​ປະກັນ​ໄພສຸຂະພາບ​ຜ່ານ​ການ​ລົງ​ຄະ​ແນນ​ສຽງທີ່​ມີ​ຊ່ອງ​ທາງຄວາມ
​ເປັນ​ໄປ​ໄດ້ໜ້ອຍທີ່​ສຸດ ຢູ່​ໃນ​ສະພາ​ສູງຂອງ​ສະຫະລັດ. ​ແຕ່​ໂດຍ​ມີ​ບັນດາ​ສະມາຊິກ
​ສະພາ​ຕໍ່າຈາກ​ພັກຣີພັບ​ບລິກກັນຢູ່​ອ້ອມ​ຂ້າງ​ຂອງ​ເພິ່ນ ຢູ່​ສວນດອກ​ກຸ​ຫລາບ ຫລື
Rose Garden ຂອງ​ທໍານຽບຂາວ ທ່ານ​ທຣໍາ ສັນຍາ​ວ່າ​ຈະ​ຕ້ອງ​ໄດ້​ຮັບ​ໄຊ​ຊະນະ​ຢ່າງ​ແນ່ນອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG