ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານທຣຳ ປະກາດ ການເລືອກເອົາ ນາຍພົນ Mattis ເປັນ ລມຕ ປ້ອງກັນປະເທດ


Trump Announces Mattis as Defense Secretary Nominee
please wait

No media source currently available

0:00 0:02:01 0:00

ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ຈະປະກາດຢ່າງເປັນທາງການ ວ່າທ່ານຈະເລືອກເອົາຜູ້ໃດມາເປັນ ລັດຖະມົນຕີປ້ອງກັນປະເທດ ໃນວັນອັງຄານ
ມື້ວານນີ້ ຢູ່ໃນລັດ ແຄໂຣໄລນາ ເໜືອ. ແຕ່ຍ້ອນການເປີດເຜີຍກ່ອນກຳນົດຢູ່ໃນລັດ ໂອໄອໂອ ຂອງທ່ານທຣຳເມື່ອວັນພະຫັດຜ່ານມາ ພວກເຮົາຈຶ່ງຮູ້ແລ້ວ ວ່າ ແມ່ນໃຜ ຈະເປັນລັດຖະມົນຕີປ້ອງກັນປະເທດ. ນັກຂ່າວວີໂອເອ ປະຈຳທຳນຽບຫ້າແຈ ມີ ລາຍລະອຽດຕື່ມ ຊຶ່ງໄຊຈະເລີນ ຈະນຳມາສະເໜີທ່ານ.


ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ຄັດເລືອກເອົານາຍພົນເບ້ຍບຳນານ ທະຫານ ນາວິກະໂຍທິນ ທ່ານ James Mattis ທີ່ມີສາຍານາມວ່າ “ໝາວໍ້” ໃຫ້ເປັນ ລັດຖະ ມົນຕີປ້ອງກັນປະເທດ ໃນຄະນະລັດຖະບານ ຂອງທ່ານ.

ນາຍພົນ James Mattis ໃຫ້ການ ຕໍ່ ຄະນະກຳມາທິການ ດ້ານການທະຫານ ຂອງສະພາສູງ ໃນ ລະຫວ່າງການຮັບຟັງພິຈາລະນາ ຂອງຄະນະກຳມາທິການ ຢູ່ທີ່ ລັດຖະສະພາ Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ກໍລະກົດ 2010.
ນາຍພົນ James Mattis ໃຫ້ການ ຕໍ່ ຄະນະກຳມາທິການ ດ້ານການທະຫານ ຂອງສະພາສູງ ໃນ ລະຫວ່າງການຮັບຟັງພິຈາລະນາ ຂອງຄະນະກຳມາທິການ ຢູ່ທີ່ ລັດຖະສະພາ Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ກໍລະກົດ 2010.


ທ່ານ Mattis ໄດ້ຮັບໃຊ້ປະເທດຊາດ ເປັນຜູ້ບັນຊາການ ສູນບັງຄັບບັນຊາ ສະຫະລັດ ຊຶ່ງດຳເນີນພາລະກິດຕ່າງໆຂອງສະຫະລັດ ໃນຕາເວັນອອກກາງ ທັງເຄີຍໄດ້ເປັນ ຜູ້ບັນຊາການສູງສຸດ ຂອງກອງກຳລັງອົງການ ເນໂຕ ນຳ.

ຄວາມເດັດດ່ຽວຂອງທ່ານ ໃນການຕໍ່ສູ້ຕ້ານກຳລັງຝ່າຍປໍລະປັກ ໃນອັຟການິສຖານ
ແລະ ອີຣັກ ນັ້ນແມ່ນສົນຄວນພາໃຫ້ທ່ານໄດ້ຮັບສາຍານາມວ່າ “ໝາວໍ້ ນັ້ນ ຫຼື Mad Dog” ທັງໄດ້ຮັບຄວາມເຄົາລົບນັບຖື ຈາກບັນດານາຍທະຫານ ໃນຖັນແຖວທັງຫຼາຍ.

ນາຍພົນ John Nicholson ຜູ້ບັນຊາການ ກອງກຳລັງນານາຊາດ ໃນອັຟການິສຖານ ເວົ້າວ່າ “ທ່ານ Mattis ເປັນທະຫານ ຂອງທະຫານທີ່ແທ້ຈິງ ເປັນນາວິກະໂຍທິນ ຂອງນາວິກະໂຍທິນ ແທ້ໆ. ຂ້າພະເຈົ້າເຊື່ອໝັ້ນວ່າ ເພິ່ນຈະເວົ້າຄວາມເກົ່າຈັ່ງຊັ້ນ. ແລະອີກຄັ້ງໜຶ່ງ ຂ້າພະເຈົ້າໄດ້ພົບກັບເພິ່ນ ຢູ່ໃນແຂວງ Nangahar ຂອງ ອັຟກາ- ນິສຖານ ບ່ອນທີ່ພວກເຮົາໄດ້ສູ້ລົບຢ່າງໜັັກ ໃນປີ 2006 ແລະ ເພິ່ນເປັນຜູ້ນຳ ທີ່ໃຫ້ກຳລັງໃຈຢ່າງແຮງ. ຂ້າພະເຈົ້າຮູ້ດີວ່າ ເພິ່ນກໍເປັນແຮງຈູງໃຈ ໃຫ້ແກ່ ຂ້າພະເຈົ້າເອງ.”

ບັນດານັກຊ່ຽວຊານ ໃຫ້ຂໍ້ສັງເກດ ວ່າ ທ່ານ Mattis ເປັນທັງ ນາຍພົນ ແລະ ນັກວິຊາການ.

ທ່ານ Michael O'Hanlon ຈາກສະຖາບັນ Brookings ໃນວໍຊິງຕັນ ເວົ້າວ່າ “ເປັນ
ທີ່ຄິດກັນວ່າ ທ່ານ Mattis ເປັນຜູ້ໜຶ່ງ ທີ່ເກັ່ງທີ່ສຸດ ຮູ້ດີທີ່ສຸດ ແລະ ເປັນນາຍພົນ ຜູ້ມີປະສົບການຫຼາຍທີ່ສຸດ ໃນຍຸກສະໄໝຂອງທ່ານ.”


ທ່ານ O'Hanlon ກ່າວວ່າ ທ່ານເຊື່ອແນ່ວ່າ ປະຫວັດຂອງທ່ານ Mattis ແລະຄວາມຮູ້ ຂອງທ່ານນັ້ນ ເຮັດໃຫ້ທ່ານເໝາະສົມ ຫຼາຍກວ່າຜູ້ອື່ນ ໃນລະດັບຄວາມອາດສາມາດ ສຳລັບ ກຳລັງທະຫານ ແລະ ຂໍ້ຈຳກັດຕ່າງໆ.

ທ່ານ O'Hanlon ເວົ້າວ່າ “ແທ້ຈິງແລ້ວ ມັນກໍດີ ທີ່ບຸກຄົນຜູ້ໜຶ່ງ ເຊັ່ນທ່ານ Mattis ຜູ້ທີ່ມີປະສົບການໃນສະໜາມລົບ ແລະ ທີ່ໜ້າເຊື່ອຖື ເປັນຜູ້ໃຫ້ຄຳແນະນຳ ແກ່ ທ່ານດໍໂນລ ທຣຳ ເພາະວ່າ ທ່ານດໍໂນລ ທຣຳ ຈະຮັບຟັງບຸກຄົນຜູ້ນັ້ນ ຂ້າພະເຈົ້າ ເຊື່ອໃຈ ແລະ ຈະມີທ່າອຽງຫຼາຍຂຶ້ນ ທີ່ຈະຮັບຟັງການໂຕ້ແຍ້ງ ຈາກບຸກຄົນ ເຊັ່ນ ນາຍພົນ Mattis ເພື່ອໃຫ້ຍັບຍັ້ງ ໃນການໃຊ້ກຳລັງ.”

ກ່ອນທີ່ທ່ານ Mattis ຈະຖືກຮັບຮອງເອົາ ລັດຖະສະພາ ຈະຕ້ອງຜ່ານກົດໝາຍຍົກເວັ້ນ ສະບັບໜຶ່ງ ເພື່ອຫລີກລ່ຽງ ກົດໝາຍສະບັບ ທີ່ຫ້າມບັນດານາຍພົນທັງຫຼາຍ ຈາກການ ຮັບຕຳແໜ່ງເປັນລັດຖະມົນຕີປ້ອງກັນປະເທດ ຈົນກວ່າວ່າ ພວກເພິ່ນຈະໄດ້ອອກກິນ ເບ້ຍບຳນານເປັນເວລາດົນ 7 ປີ ເສຍກ່ອນ ຊຶ່ງທ່ານ Mattis ໄດ້ອອກກິນເບ້ຍບຳນານ ມາໄດ້ແຕ່ພຽງ 3 ປີເທົ່ານັ້ນ.

ກົດໝາຍດັ່ງກ່າວ ບັນຍັດໄວ້ ເພື່ອເຮັດໃຫ້ມີຊ່ອງຫວ່າງ ຂອງການຮັບໃຊ້ຊາດ ເປັນ ທະຫານ ກັບ ການມີຕຳແໜ່ງເປັນຜູ້ນຳພາທາງພົນລະເຮືອນ.

ນາຍພົນ Chou En-Lai, ຕາງໜ້າ ພັກຄອມມິວນິສ ລົງນາມຄຳສັງຢຸດຍິງ ຢູ່ທີ່ Chungking, ປະເທດຈີນ, ວັນທີ 10 ມັງກອນ 1946 ຊຶ່ງນຳມາການຍຸຕິ ຂໍ້ຂັດແຍ່ງຂອງພົນລະເມືອງ ໃນຈີນ. ນາຍພົນ George Marshall, ທູດພິເສດ ສະຫະລັດ ປະຈຳ ຈີນ, ຂວາ, ແລະ ຜູ້ປົກຄອງ ທ່ານ Chang Chun.
ນາຍພົນ Chou En-Lai, ຕາງໜ້າ ພັກຄອມມິວນິສ ລົງນາມຄຳສັງຢຸດຍິງ ຢູ່ທີ່ Chungking, ປະເທດຈີນ, ວັນທີ 10 ມັງກອນ 1946 ຊຶ່ງນຳມາການຍຸຕິ ຂໍ້ຂັດແຍ່ງຂອງພົນລະເມືອງ ໃນຈີນ. ນາຍພົນ George Marshall, ທູດພິເສດ ສະຫະລັດ ປະຈຳ ຈີນ, ຂວາ, ແລະ ຜູ້ປົກຄອງ ທ່ານ Chang Chun.

ລັດຖະສະພາ ເຄີຍໄດ້ຜ່ານກົດໝາຍຍົກເວັ້ນສະບັບໜຶ່ງມາກ່ອນແລ້ວ ໂດຍອະນຸຍາດ
ໃຫ້ ນາຍພົນ George Marshall ໃນສະໄໝສົງຄາມໂລກຄັ້ງທີ 2 ເຂົ້າມາຮັບເອົາ ຕຳແໜ່ງລັດຖະມົນຕີປ້ອງກັນປະເທດ ໃນປີ 1950.

Trump Picks Former Gen. James 'Mad Dog' Mattis for Defense Secretary
please wait

No media source currently available

0:00 0:01:56 0:00

U.S. President-elect Donald Trump will formally announce his pick for secretary of defense Tuesday in North Carolina. But thanks to Trump's premature reveal in Ohio Thursday, we already know who it will be. VOA Pentagon correspondent has more.

The President-elect's cabinet pick for Secretary of Defense is retired Marine General James "Mad Dog" Mattis.

Mattis has served as the Commander of U.S. Central Command, which carries out U.S. operations in the Middle East, and the Supreme Allied Commander of NATO forces.

His tenacity against enemy forces in Afghanistan and Iraq earned him both the "Mad Dog" nickname and respect from military peers.

((GENERAL JOHN NICHOLSON, COMMANDER OF INTERNATAIONAL FORCES IN AFGHANISTAN)) ((pulled for Carla Friday))
"He's a soldier's soldier; a Marine's Marine. I'm sure that's what he would say. And again, I first met him in Nangahar province in Afghanistan, where we were in a tough fight in 2006, and he's a very inspirational leader. I know he inspired me."

((MICHAEL O'HANLON, BROOKINGS))
"He's thought of as one of the best read, best informed and most experienced generals of his generation."

Michael O'Hanlon of the Brookings Institution in Washington says he believes Mattis' background and knowledge has made him more practical than most on the potential for military power and its limitations.

((MICHAEL O'HANLON, BROOKINGS))
"It's actually good that someone with Mattis's battlefield credibility and experience is advising Donald Trump because Donald Trump will listen to that person, I believe, and will be more inclined to hear an argument for restraint in the use of force from someone like General Mattis."

Before Mattis can be confirmed, Congress will have to pass an exception to a law that prohibits generals from serving as Secretary of Defense until they've been retired for seven years. Mattis has been retired for just three.

The law is meant to create space between military service and civilian directorship of the department.

Congress has made one exception to the law, allowing World War II-era General George Marshall to serve as Secretary of Defense in 1950.

XS
SM
MD
LG