ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະໂຍບາຍການຕ່າງປະເທດ ຂອງທ່ານ ທຣຳ ຖືກຕຳໜິ ແລະຊົມເຊີຍ


Trump Foreign Policy Draws Fire, Praise at 100 Day Mark
please wait

No media source currently available

0:00 0:02:42 0:00

ບໍ່ວ່າທ່ານຈະຮັກ ຫຼືຊັງເພິ່ນກໍຕາມ, ປະທານາທິບໍດີ ດໍໂນລ ທຣຳ ເປັນຄົນທີ່ມີຄວາມໝັ້ນ
ໃຈສູງ. ແລະ ໃນຂະນະທີ່ການດຳລົງຕຳແໜ່ງ ປະທານາທິບໍດີຂອງທ່ານ ມາ​ຮອດຂີດ
ໝາຍ 100 ວັນທີ່ ສຳຄັນ ເຊິ່ງເກີດຂຶ້ນໃນໄລຍະເວລາທີ່ຄວາມເຄັ່ງຕຶງຂອງສາກົນກຳ
ລັງຟົດຮ້ອນຂຶ້ນມານັ້ນ, ພວກຝ່າຍຄ້ານແມ່ນໄດ້ຄັດຄ້ານກ່ຽວກັບປະ ສິດທິພາບ​ໃນນະ
ໂຍບາຍການຕ່າງປະເທດທີ່ກຳລັງພັດທະນາຢູ່ຂອງທ່ານ. ນັກຂ່າວວີໂອເອປະຈຳ ທຳ
ນຽບຂາວ Peter Heinlein ລາຍງານວ່າ, ຖ່າມກາງການຕ້ອງ​ຕິ​ຢ່າງ​ແຮງ ກ່ຽວກັບ ຜົນ
ງານ​ໃນ​ຂັ້ນຕົ້ນຂອງປະທານາທິບໍດີນັ້ນ, ໂຄງຮ່າງຕ່າງໆ ກ່ຽວກັບ “ລັດທິຂອງທ່ານ
ທຣຳ”
ແມ່ນກຳລັງເລີ່ມທີ່ຈະປາກົດຕົວອອກມາ. ໃນອັນດັບຕໍ່ໄປ ພຸດທະສອນ ຈະນຳ
ລາຍລະອຽດມາ ສະເໜີທ່ານ.

ໃນວັນທີ 99 ຂອງ 100 ວັນທຳອິດໃນ​ການ​ເຂົ້າດຳລົງຕຳແໜ່ງຂອງປະທານາທິບໍດີ
ທຣຳ ນັ້ນ, ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໄດ້ເດີນທາງໄປອົງ
ການສະຫະປະຊາຊາດເພື່ອວາງນະໂຍບາຍຂອງສະຫະລັດກ່ຽວກັບເກົາຫຼີເໜືອເຊິ່ງ
ແມ່ນນະໂຍບາຍການຕ່າງປະເທດທີ່ມີຄວາມສັບສົນທ້າທາຍທີ່ສຸດຂອງທ່ານ.

ທ່ານ Rex Tillerson ກ່າວວ່າ “ນະໂຍບາຍ ກ່ຽວກັບ ຍຸດທະສາດອົດກັ້ນແມ່ນໄດ້
ຈົບລົງແລ້ວ. ການອົດກັ້ນເພີ່ມອີກ ມີແຕ່ຈະໝາຍເຖິງການຮັບເອົາປະ​ເທດ ເກົາຫຼີ
ເໜືອ ທີ່​ມີລະເບີດນິວເຄລຍ ເທົ່ານັ້ນ.”

ທ່ານ ທຣຳ ເອງແມ່ນບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ປານ​ໃດ ຕໍ່ຂີດໝາຍ “100 ວັນ” ດັ່ງກ່າວ.

ປະທານາທິບໍດີ ທຣຳ ໄດ້ກ່າວວ່າ “ໜຶ່ງຮ້ອຍວັນ, ມັນແມ່ນມາດຕະ ຖານທີ່ບໍ່ຖືກຕ້ອງ, ແຕ່ຂ້າພະເຈົ້າຕ້ອງໄດ້ບອກພວກທ່ານວ່າ ຂ້າພະ ເຈົ້າບໍ່ຄິດວ່າຈະມີໃຜເຄີຍເຮັດສິ່ງ
ທີ່ພວກເຮົາສາມາດເຮັດໄດ້ພາຍໃນ 100 ວັນ.”

ທ່ານປະທານາທິບໍດີ ໄດ້ໃຫ້ຫົວໜ້າ​ຄະນະ​ທີ່​ປຶກສາຂອງທ່ານ, ທ່ານ Reince Priebus ກ່າວເຖິງ ລັດທິ ທຣຳ, ສຳລັບຂີດໝາຍການດຳລົງຕຳແໜ່ງປະທານາທິບໍດີ ​ 100 ວັນ
ຂອງທ່ານ. ໃນເຂດຕາເວັນອອກກາງ, ທ່ານ Priebus ໄດ້ກ່າວວ່າ ສະຫະລັດ ບໍ່ມີ
ຄວາມສົນໃນການເຮັດສົງຄາມພາກພື້ນດິນ. ແຕ່ ວໍຊິງຕັນ ຈະເຮັດໜ້າທີ່ເພື່ອຈຳກັດ
ການເຄື່ອນໄຫວຂອງສັດຕູເຊັ່ນປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad. ການ
ກຳຈັດພວກລັດ​ອິສລາມ ​ຫຼື ISIS ກໍຈະເປັນບູລິມະສິດສູງສຸດເຊັ່ນກັນ.

ແນວໃດກໍຕາມ, ພວກນັກວິຈານໄດ້ກ່າວໂຈມຕີທ່ານ ທຣຳ ສຳລັບ ຂໍ້ຜິດພາດ​ໃນ​ໄລຍະ
ທຳອິດຂອງນະໂຍບາຍການຕ່າງປະເທດຂອງທ່ານ. ທ່ານໄດ້ຕ່າວປີ້ນຄຳໝັ້ນສັນຍາທີ່
ທ່ານໄດ້ກ່າວໄວ້ ໃນການໂຄສະນາຫາສຽງ​ເປັນປະທານາທິບໍດີຢ່າງເຫັນໄດ້ຊັດ ທີ່ທ່ານ
ກ່າວວ່າຈະພິຈາລະນາການຖອນຕົວອອກຈາກອົງການເນໂຕ ແລະ ການ​ລະບຸ​ຊື່ວ່າ ຈີນ ເປັນຜູ້ແຊກແຊງລະບົບການເງິນ.

ຄະນະບໍດີຈາກມະຫາວິທະຍາໄລ ອາເມຣິກັນ ທ່ານ James Goldgeiere ໄດ້ລົມນຳວີ
ໂອເອ ຜ່ານທາງ Skype.

ທ່ານ Goldgeiere ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງທີ່ດີທີ່ສຸດທີ່ຂ້າພະເຈົ້າສາມາດ
ເວົ້າ ກ່ຽວກັບ 100 ວັນທຳອິດຂອງທ່ານ ທຣຳ ກໍແມ່ນວ່າ ທ່ານຮູ້ວ່າ ທ່າ​ທີທີ່ທ່ານໄດ້
ເອົາໃນລະຫວ່າງການໂຄສະນາຫາສຽງແມ່ນ ບໍ່ສາມາດເຮັດໃຫ້ ສຳເລັດໄດ້ຫຼາຍ
ປານໃດ ໃນກໍລະນີສ່ວນໃຫຍ່ ແລະ ທ່ານຕ້ອງທົບທວນຄືນວິທີທີ່ທ່ານເຂົ້າຫາປະ
ເທດຕ່າງໆຄືຣັດເຊຍ ແລະ ຈີນ.”

ທ່ານ Richard Fontaine, ອະດີດນັກວາງນະໂຍບາຍການຕ່າງປະເທດຂອງສະມາ
ຊິກສະພາສູງທ່ານ John McCaine, ໄດ້ຍົກຍ້ອງ ກ່ຽວກັບ ການປ່ຽນແປງນະໂຍບາຍ
ເບື້ອງຕົ້ນຂອງທ່ານ ທຣຳ ດ້ວຍການເຮັດໃຫ້ພວກສັດຕູບໍ່ທັນລະວັງຕົວ. ແຕ່ທ່ານກ່າວ
ວ່າ ຄວາມຄາດເດົາບໍ່ໄດ້ຂອງທ່ານກໍເຮັດໃຫ້ເພື່ອນມິດຂອງ ອາເມຣິກາ ຮູ້ສຶກບໍ່ສະບາຍ
ໃຈເຊັ່ນກັນ.

ທ່ານ Fontaine ກ່າວວ່າ "ບັນດາພັນທະມິດບໍ່ມັກການຄາດເດົາບໍ່ໄດ້ ແລະ ເມື່ອເຈົ້າ
ເວົ້າເຖິງການປ່ຽນແປງນັ້ນ, ການທຳນາຍບໍ່ໄດ້ແມ່ນເບິ່ງຄືວ່າຈະເປັນແນວຄິດທີ່ບໍ່ດີ.”

ສະມາຊິກສະພາສູງ McCaine, ຜູ້ທີ່ໄດ້ປະທະຄຳເວົ້າກັບປະທານາທິບໍດີ ກ່ຽວກັບ ຫຼາຍ ບັນຫານັ້ນ, ເຖິງຢ່າງໃດກໍຕາມ ທ່ານກໍໄດ້ໃຫ້ການ ຍົກຍ້ອງຕໍ່ກຸ່ມວາງນະໂຍບາຍທີ່ທ່ານ
ທຣຳ ໄດ້ຕັ້ງຂຶ້ນມາ, ລວມທັງລັດຖະມົນຕີປ້ອງກັນປະເທດທ່ານ Jim Mattis ແລະ ທີ່​ປຶກ
ສາດ້ານຄວາມປອດໄພແຫ່ງຊາດ ນາຍພົນ H.R. McMaster.

ທ່ານ McCain ໄດ້ກ່າວວ່າ “ກຸ່ມຮັກສາຄວາມປອດໄພແຫ່ງຊາດນີ້ແມ່ນກຸ່ມທີ່ໄດ້ຕໍ່ສູ້
ຫຼື ໄດ້ມີິສ່ວນກ່ຽວຂ້ອງກັບການນຳພາສຳລັບເວລາ 15 ປີທີ່ຜ່ານມາ ແລະ ຂ້າພະເຈົ້າ
ຄິດວ່າກຸ່ມຫົວກະທິພວກນີ້ໄດ້ເຕີບໂຕເຖິງຈຸດສູງສຸດແລ້ວ.”

ເຖິງແມ່ນຈະເປັນແນວນັ້ນ, ​ບັນດານັກວິເຄາະຍັງມີຄວາມຄາດຫວັງທີ່ຍັງບໍ່ສະບາຍໃຈ
ເທື່ອ ກ່ຽວກັບ ວ່າປະທານາທິບໍດີ ທຣຳ ຜູ້ທີ່ມັກຕັດສິນໃຈກະທັນຫັນ ຈະປະຕິບັດການ
ແນວໃດໃນເຂດທີ່ມີຄວາມຟົດຮ້ອນຄື ເກົາຫຼີເໜືອ.

ຫຼັງຈາກ 100 ວັນແລ້ວ, ມັນມີຄວາມຮູ້ສຶກໂດຍທົ່ວໄປ ກ່ຽວກັບ ວ່າ ຄວາມຢ້ານກົວຢ່າງ
ກວ້າງຂວາງສຳລັບເຫດການທີ່ຮ້າຍທີ່ສຸດ ແມ່ນບໍ່ໄດ້ເປັນຮູບເປັນຮ່າງຂຶ້ນເທື່ອ. ຢ່າງ
ໜ້ອຍກໍຍັງບໍ່ທັນມີຫຍັງເທື່ອ.


Love him or hate him, President Donald Trump engenders strong feelings. And with his presidency reaching the symbolic 100-day milestone at a moment of international tensions, battle lines are sharply drawn on the effectiveness of his stilldeveloping foreign policy.VOA White House correspondent Peter Heinlein reports that, amid fierce criticism of the president's early performance, the outlines of a "Trump Doctrine" are beginning to emerge.


On Day 99 ofPresident Trump's first 100, Secretary of State Rex Tillerson went to the United Nations to lay out U.S. policy on his most vexing foreign policy challenge -- North Korea.

((REX TILLERSON, SECRETARY OF STATE))
"The policy of strategic patience is over. Additional patience will only mean acceptance of a nuclear North Korea."


Trump himself has downplayed the "100 Day" marker.

((DONALD TRUMP))
"It's a false standard, a hundred days, but I have to tell you I don't think anybody has done what we've been able to do in a 100 days."


The president did use the 100-day mark to have his chief of staff, Reince Priebus articulate a Trump Doctrine. In the Middle East, Priebus said the United States is not interested in a ground war. But Washington will act to limit the movements of adversaries like Syrian President Bashar al-Assad.Eradicating ISIS will also be a priority.

Critics, however, have savaged Trump for early foreign policy missteps. He notably reversed himself on campaign promises to consider pulling out of NATO, and to label China a currency manipulator'.

American University dean James Goldgeier spoke to VOA by Skype.

((JAMES GOLDGEIER, DEAN, SCHOOL OF INTERNATIONAL SERVICE, AMERICAN UNIVERSITY))
"I think the best thing I could say about the first 100 days is that he's realized that the positions that he took during the campaign are not really workable in most cases and that he needs to rethink the way he approaches countries like Russia and China."


Richard Fontaine, a former foreign policy to Senator John McCain, credits some of Trump's early policy shifts with keeping adversaries off guard. But he says this unpredictability also unsettles America's friends.

((RICHARD FONTAINE, CENTER FOR A NEW AMERICAN SECURITY))
"Allies don't like unpredictability ((//)) And when you're talking about deterrence, unpredictability tends not to be a good idea."

Senator McCain, who has clashed with the president on many issues, nevertheless gave high praise to the policy team Trump has assembled, including Defense Secretary Jim Mattis and National Security Adviser H.R. McMaster.

((SENATOR JOHN McCAIN, U.S. SENATOR (R-AZ) ))
"This National Security team is a team that has been in combat or associated with leadership for the last 15 years and I think the cream has risen to the top.

Still, there's a nervous anticipation among analysts about how an impulsive President Trump might act in hotspots like North Korea.

After 100 days, there's a general feeling of that the most widely feared worst-case scenarios have not materialized - at least not yet.

XS
SM
MD
LG