ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຄາດຫວັງທີ່ຈະໄດ້ຮັບໄຊຊະນະ ໃນ 5 ລັດ ຂອງການເລືອກຕັ້ງຂັ້ນຕົ້ນ


ທ່ານ Donald Trump ຂຶ້ນກ່າວ ໃນການຫາສຽງ ໃນວັນຈັນ, 25 ເມສາ, 2016.
ທ່ານ Donald Trump ຂຶ້ນກ່າວ ໃນການຫາສຽງ ໃນວັນຈັນ, 25 ເມສາ, 2016.

ທ່ານ Donald Trump ຄາດ​ວ່າ ​ຈະໄດ້​ຮັບ​ໄຊຊະນະ ​ໃນທັງ​ໝົດ​ 5 ລັດຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ຈະ​ເປັນ​ການ​ໂຮມ​ເຂົ້າ​ໃສ່​ຈຳນວນ​ຄ​ະ​ແນນ​ສຽງ​ຜູ້​ແທນ ​ ທີ່​ທ່ານ​ຕ້ອງການ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ ເປັນ​ຕົວ​ແທນຂອງ​ພັກ Republican.

​ການປ່ອນ​ບັດ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ຢູ່​ທີ່​ລັດ Pennsylvania Connecticut Delaware Maryland ​ແລະລັດ Rhode Island ມີ​ຂຶ້ນຫລັງ​ຈາກ​ການ​ປະກາດ​ຂອງພວກຄູ່​ແຂ່ງ​ທີ່​ຍັງ ​ເຫລືອ​ຢູ່​ຂອງ​ທ່ານ Trump ວ່າ ​ເຂົາ​ເຈົ້າຈະໂຄສະນາ​ຫາ​ສຽງແບບ​ຍຸດ​ທະ​ສາດ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ກີດກັນ​ບໍ່​ໃຫ້​ທ່ານ ໄດ້​ຮັບ​ຄະ​ແນນ​ສຽງ​ຜູ້​ແທນ​ພຽງພໍ​ຕາມ​ທີ່​ຕ້ອງການ.

ທ່ານ Trump ​ເອີ້ນ​ຄວາມ​ພະຍາຍາມ​ຂອງສະມາຊິກ​ສະພາ​ສູງຈາກ​ລັດ Texas ທ່ານ Ted Cruz ​ແລະ​ຜູ້​ປົກຄອງ​ລັດ Ohio ທ່ານ John Kasich ນີ້​ວ່າ “ໜ້າ​ສົມ​ເພດ.”​

Cruz, Kasich Join Forces Against Trump
please wait

No media source currently available

0:00 0:02:18 0:00

ໃນ​ຂັ້ນ​ຕອນ​ຂອງ​ການ​ເລືອກ​ເອົາ​ຜູ້​ສະ​ໝັກ ​ເປັນ​ຕົວ​ແທນ​ຂອງ​ພັກ ຂອບ​ເຂດ​ຂອງ​ຄະ​ແນນ​ທັງ​ໝົດ​ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັນ​ອັງຄານ​ມື້ນີ້ ຈະ​ມີ​ຄວາມ​ສຳຄັນ ​ເພາະວ່າ ການ​ໄດ້ ຮັບ​ຄ​ະ​ແນນ​ສຽງ​ຜູ້​ແທນ ທີ່​ທ່ານ Trump ຈະ​ໄດ້​ຮັບ​ ຫຼາຍ​ເທົ່າ​ໃດນັ້ນ ຍິ່ງຈະ​ເປັນ​ຜົນ​ດີ​ໃຫ້​ທ່ານ ​ທີ່​ຈະ​ໄດ້​ບັນລຸ​ຈຳນວນ 1 ພັນ 327 ຄະ​ແນນ​ນັ້ນ. ຖ້າ​ຫາກ​ທ່ານ​ບໍ່​ໄດ້​ຈຳນວນ​ທີ່​ຕັ້ງ​ໄວ້​ນັ້ນ ທ່ານ Cruz ​ແລະ​ ທ່ານ Kasich ແມ່ນ​ມີ​ໂອກາດ​ທີ່​ຈະ​ຖືກ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພັກ​ໄດ້​ ໃນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ເດືອນ​ກໍລະກົດ ​ທີ່​ຈະ​ເຖິງ​ນີ້.

​ໃນ​ການ​ແຂ່ງຂັນ​ຂອງ​ພັກ Democratic ນັ້ນ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໄດ້​ເປັນ​ຜູ້ນຳ​ໃນ​ການ​ຢັ່ງ​ຫາງ​ສຽງ​ຢູ່ໃນ 4 ຂອງຈຳນວນ​ທັງ​ໝົດ 5 ລັດ ທີ່​ມີ​ການ​ປ່ອນ​ບັດ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່ສະມາຊິກ​ສະພາ​ສູງຈາກ​ລັດ Vermont ​ທ່ານ Bernie Sanders ນຳ​ໜ້າ​ແຕ່​ພຽງ​ລັດ Rhode Island ​ເທົ່າ​ນັ້ນ.

ຜູ້ສະມັກສັງກັດພັກ Democratic ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບປະກັບພວກທີ່ສະໜັບສະໜຸນານ ໃນະຄອນ New York City ວັນທີ 19 ເມສາ, 2016
ຜູ້ສະມັກສັງກັດພັກ Democratic ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບປະກັບພວກທີ່ສະໜັບສະໜຸນານ ໃນະຄອນ New York City ວັນທີ 19 ເມສາ, 2016

​ໃນ​ການສະ​ແດງ​ອອກ​ທີ່ເຂັ້ມ​ແຂງ ​ໃນ​ວັນ​ອັງຄານ​ມື້​ນີ້ ອາດ​ເຮັດ​ໃຫ້ທ່ານ​ນາງ Clinton ສາ ມາດ​ທີ່​ຈະ​ກ້າວ​ເຂົ້າ​ໄປ​ໃກ້​ຫຼາຍຂຶ້ນ ​ໃນ​ການທີ່​ຈະ​ຖືກ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພັກ Democratic. ທ່ານ​ນາງ​ມີ​ຄະ​ແນນ​ຜູ້​ແທນ​ໃນມື້​ນີ້ ​ແມ່ນ 1 ພັນ 962 ຄະ​ແນນ​ ຊຶ່ງ​ຮ່ວມທັງ​ທີ່​ເອີ້ນ​ວ່າ ຜູ້​ແທນ​ພິ​ເສດ​ຫຼື super delegates ຫຼາຍຮ້ອຍ​ສຽງ ທີ່​ໄດ້​ປະຕິຍານ​ວ່າ ຈະ​ໃຫ້ການ​ສະໜັບສະໜູນ​ທ່ານ​ນາງ. ​ໃນການລົງ​ຄະ​ແນນ​ສຽງ​ໃນ 5 ລັດ ຂອງວັນ​ອັງ​ຄານ​ມື້​ນີ້ ທີ່​ມີຈຳນວນ​ຄ​ະ​ແນນ​ສຽງ​ຜູ້​ແທນ 462 ​ຄະ​ແນນ ແລະຈະ​ມີອີກ 276 ຄະ​ແນນ ​ໃນ​ເດືອນ​ໜ້າ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ​ທ່ານ​ນາງ Clinton ຈຳ​ເປັນ​ທີ່​ຈະ​ຊະນະ​ກາຍ​ເຄິ່ງຂອງ​ ຈຳນວນ​ທັງ​ໝົດ ​ເພື່ອ​ໃຫ້​ໄດ້ເຖິງ 2 ພັນ 383 ຄະ​ແນນນັ້ນ.

​ເຖິງ​ແມ່ນ​ວ່າ​ຈະປະ​ເຊີນກັບ​ບັນຫາຫຍຸ້ງຍາກ​ລຳ​ບາກ​ກໍ​ຕາມ ທ່ານ Sanders ​ໄດ້​ສືບ​ຕໍ່​ປະຕິ​ຍານວ່າ ທ່ານ​ຍັງ​ຈະ​ສືບ​ຕໍ່ການ​ໂຄສະນາ​ຫາ​ສຽງ​ຕໍ່​ໄປ ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ເດືອນ​ກໍລະກົດ ທີ່​ຈະ​ມາ​ເຖິງ​ນີ້.

ກາລຸນາອ່ານຂ່າວກ່ຽວກັບເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG