ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ສະເໜີຊື່ ແມ່ຍິງສອງຄົນ ເຂົ້າຮ່ວມ ຄະນະລັດຖະບານ ຂອງທ່ານ

ຈາກຊ້າຍທ່ານນາງ Betsy DeVos, ປະທານາທິບໍດີ ສຫລ ຜູ້ຖືກເລືອກໃໝ່ ທ່ານ Donald Trump ເລືອກໃຫ້ເປັນ ລັດຖະມົນຕີ ກະຊວງສຶກສາ ແລະທ່ານນາງ Nikki Haley, ທ່ານທຣຳເລືອກໃຫ້ເປັນ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປຊ.
ຈາກຊ້າຍທ່ານນາງ Betsy DeVos, ປະທານາທິບໍດີ ສຫລ ຜູ້ຖືກເລືອກໃໝ່ ທ່ານ Donald Trump ເລືອກໃຫ້ເປັນ ລັດຖະມົນຕີ ກະຊວງສຶກສາ ແລະທ່ານນາງ Nikki Haley, ທ່ານທຣຳເລືອກໃຫ້ເປັນ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປຊ.

ປະທານາທິບໍດີ ສະຫະລັດ ຜູ້ຖືກເລືອກໃໝ່ ທ່ານ Donald Trump ໄດ້ສະເໜີຊື່ ແມ່ຍິງສອງຄົນ ຊຸດທຳອິດ ​ເຂົ້າຮັບຕຳແໜ່ງ ​ໃນຄະນະລັດຖະບານຂອງທ່ານ ໃນວັນພຸດວານນີ້ ໂດຍມີ ທ່ານນາງ Nikki Haley ຜູ້ປົກຄອງລັດ South Carolina ໃຫ້ເປັນເອກອັກຄະລັດຖະທູດສະຫະລັ​ດ ປະຈຳອົງການສະຫະປະຊາຊາດ ແລະ ທ່ານນາງ Betsy DeVos ຜູ້ທີ່ຕໍ່ສູ້ເພື່ອໃຫ້ມີໂຮງຮຽນເອກກະຊົນ ທີ່ໄດ້ຮັບທຶນ ຈາກລັດຖະບານ ຫຼື charter school ໃຫ້ເປັນລັດຖະມົນຕີກະຊວງສຶກສາ.

ທ່ານນາງ Nikki Haley ຜູ້ປົກຄອງລັດ South Carolina ສະແດງທ່າທີ ໃນລະຫວ່າງ ການຖະແຫລງຂ່າວ ຢູ່ທີ່ກອງປະຊຸມ Federalist Society's National Lawyers, ວັນທີ 18 ພະຈິກ 2016, ໃນນະຄອນວໍຊິຕັນ.
ທ່ານນາງ Nikki Haley ຜູ້ປົກຄອງລັດ South Carolina ສະແດງທ່າທີ ໃນລະຫວ່າງ ການຖະແຫລງຂ່າວ ຢູ່ທີ່ກອງປະຊຸມ Federalist Society's National Lawyers, ວັນທີ 18 ພະຈິກ 2016, ໃນນະຄອນວໍຊິຕັນ.

ທ່ານນາງ Haley ອາຍຸ 44 ປີ ເປັນລູກສາວ ຂອງ​ຄົນ​ເຂົ້າ​ເມືອງ ເຊື້ອສາຍອິນເດຍ ກຳລັງຮັບໃຊ້ໜ້າທີ່ເປັນຜູ້ປົກຄອງລັດ ສະໄໝທີສອງຂອງລັດ ໃນພາກກາງເຂດ ແອັດແລນຕິກ ແຕ່ທ່ານນາງບໍ່ມີປະສົບການໃນດ້ານນະໂຍບາຍການຕ່າງປະເທດ. ສ່ວນທ່ານນາງ DeVos ຈາກລັດ Michigan ​ໃນ​ເຂດພາກກາງ ແມ່ນເປັນປະທານ ຂອງອົງການສະຫະພັນອາເມຣິກັນເພື່ອເດັກນ້ອຍ ຊຶ່ງເປັນກຸ່ມທີ່ໄດ້ຊອກຫາຊ່ອງທາງ ຢ່າງເຂັ້ມແຂງ ເພື່ອຂະຫຍາຍຈຳນວນ ຂອງ charter school ແລະ ໂຄງການໃບ ຮັບຮອງທຶນ ຢູ່ໃນສະຫະລັດ ທີ່ຈະອະນຸຍາດໃຫ້ພວກນັກຮຽນ ເຂົ້າໂຮງຮຽນເອກ
ກະຊົນ ດ້ວຍເງິນທຶນ ຈາກພາສີຂອງປະຊາຊົນ.

ການແຕ່ງຕັ້ງຂອງທັງສອງທ່ານຍິງດັ່ງກ່າວ ດັ່ງດຽວກັບການຄັດເລືອກຕຳແໜ່ງອື່ນໆ ສຳລັບຄະນະລັດຖະບານຂອງທ່ານທຣຳ ນັ້ນ ແມ່ນຕ້ອງໄດ້ມີ​ການຮັບຮອງ​ເອົາ ໂດຍສະພາສູງ.

ໃນການສະເໜີຊື່ ທ່ານນາງ Haley ນັ້ນ ທ່ານທຣຳໄດ້ອ້າງເຖິງການ​ເດີນທາງ​ໄປ​
ປະຕິບັດພາລະກິດການຄ້າ ຢູ່ຕ່າງປະເທດ 7 ຄັ້ງ ສຳລັບລັດ South Carolina ແລະການເຈລະຈາທັງຫຼາຍ ກັບບັນດາບໍລິສັດ ຕ່າງປະເທດ ຂອງທ່ານນາງ.

ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ຜູ້ປົກຄອງລັດ ທ່ານນາງ
Haley ໄດ້ພິສູດໃຫ້ເຫັນແລ້ວ ຢູ່ໃນປະຫວັດການ​ເຮັດ​ວຽກ ຂອງການນຳເອົາ
ຜູ້ຄົນ ບໍ່ວ່າ ຈະມີພື້ນຖານແບບໃດ ຫຼື ພົວພັນກັບພັກໃດ ເຂົ້າມາຮ່ວມກັນ ເພື່ອ
ເຮັດໃຫ້ນະໂຍບາຍຕ່າງໆ ທີ່ສຳຄັນສຸດ ກ້າວໄປໜ້າ ຊຶ່ງຈະເປັນການດີ ສຳລັບ ລັດຂອງທ່ານນາງແລະປະເທດ ຂອງພວກເຮົາ.
ທ່ານນາງ ຍັງໄດ້ກ່າວ​ຢູ່​ໃນ​ຖະ​ແຫຼງຂ່າວວ່າ “ທ່ານ​ນາງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ​ເປັນ​ຜູ້​ທີ່​ສາມາດ​ເຮັດ​ໃຫ້​ມີ​ການ​ຕົກ
ລົງກັນ​ໄດ້ ​ແລະ​ພວກ​ເຮົາ​ຫວັງ​ວ່າ ຈະ​ໄດ້​ມີ​ການ​ຕົກລົງ​ກັນ​ຢ່າງ​ຫຼວງຫຼາຍ. ທ່ານ
ນາງ​ຈະ​ເປັນ​ຜູ້ນຳ​ທີ່​ສຳຄັນ​ໃນ​ການ​ຕາງໜ້າ​ໃຫ້​ປະ​ເທດ​ຂອງ​ເຮົາ​ຢູ່​ໃນ​ເວທີ​ໂລກ.”

ປະທານາທິບໍດີ ສຫລ ຜູ້ຖືກເລືອກໃໝ່ ທ່ານ Donald Trump ແລະ ຮອງປະທານາທິບໍດີ ຜູ້ຖືກເລືອກໃໝ່ ທ່ານ Mike Pence ແລະ ທ່ານນາງ Betsy DeVos ຕັ້ງທ່າ ເພື່ອຖ່າຍຮູບ ຢູ່ທີ່ Trump National Golf Club Bedminster ໃນເມືອງ Bedminster ລັດ New Jersey, ວັນເສົາທີ 19 ພະຈິກ 2016.

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່​ປະກາດ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ ທ່ານ​ນາງ
DeVos ນີ້ “ພວກ​ເຮົາ​ຈະ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ຂອງ ສະຫະລັດ ​ແລະ​ທັບ
​ມ້າງ​ລະບົບ​ການ​ຄຸ້ມ​ຄອງທີ່​ຖ່ວງ​ດຶງ​ເດັກນ້ອຍ​ຂອງ ພວກ​ເຮົາ​ໄວ້ ​ເພື່ອ​ບໍ່​ໃຫ້​ພວກ​
ເຮົາ​ສາມາດ​ນຳ​ສະ​ເໜີ​ການ​ສຶກສາ ລະດັບໂລກ ​ແລະ​ການ​ເລືອກ​ໂຮງຮຽນ​ສຳລັບ​
ທຸກໆ​ຄອບຄົວ.”
ທ່ານ​ນາງ​ເຄີຍ ​ເປັນ​ອະດີດ​ປະທານ​ຂອງ​ພັກຣີພັບ​ບລີ​ກັນ​ທີ່​ລັດ Michigan.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Trump Transition Haley
please wait

No media source currently available

0:00 0:00:47 0:00

XS
SM
MD
LG