ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ພົບປະກັບ ປະທານສະພາຕ່ຳ ເພື່ອລົງນາມ ໃນ ດຳລັດ ບໍລິຫານ ຫຼາຍສະບັບ


ທ່ານປະທານາທິບໍດີ Donald Trump ເຂົ້າຮ່ວມໂດຍ ການນຳຂອງລັດຖະສະພາ ແລະ ຄອບຄົວຂອງທ່ານ ໃນຂະນະທີ່ ທ່ານລົງນາມ ຢ່າງເປັນທາງການ ການສະ
ເໜີຊື່ຄະນະລັດຖະບານຂອງທ່ານ ໃຫ້ເປັນກົດໝາຍ ຢູ່ໃນຫ້ອງປະທານາທິບໍດີ ຂອງສະພາສູງ ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 20 ມັງກອນ 2017.
ທ່ານປະທານາທິບໍດີ Donald Trump ເຂົ້າຮ່ວມໂດຍ ການນຳຂອງລັດຖະສະພາ ແລະ ຄອບຄົວຂອງທ່ານ ໃນຂະນະທີ່ ທ່ານລົງນາມ ຢ່າງເປັນທາງການ ການສະ ເໜີຊື່ຄະນະລັດຖະບານຂອງທ່ານ ໃຫ້ເປັນກົດໝາຍ ຢູ່ໃນຫ້ອງປະທານາທິບໍດີ ຂອງສະພາສູງ ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 20 ມັງກອນ 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດວ່າ ຈະພົບປະກັບ ປະທານ ສະພາຕ່ຳ ທ່ານ Paul Ryan ແລະ ຈະເຊັນ ດຳລັດບໍລິຫານຈຳນວນນຶ່ງ ໃນວັນຈັນມື້ນີ້ ໃນຂະນະທີ່ ລັດຖະບານຂອງທ່ານ ເລີ່ມຕົ້ນປະຕິບັດໜ້າທີ່ມື້ທຳອິດເຕັມສັບປະດາ.

ທຳນຽບຂາວ ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ ກ່ຽວກັບວ່າ ແມ່ນເລື່ອງຫຍັງຢູ່ໃນ ດຳລັດ ບໍລິຫານດັ່ງກ່າວ.

ໃນລະຫວ່າງການໂຄສະນາຫາສຽງຂອງທ່ານທຣຳນັ້ນ ທ່ານໄດ້ປະຕິຍານວ່າ ຈະຖອນ ຄຳສັ່ງທີ່ໄດ້ລົງນາມໂດຍ ອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະ ຫຼັງຈາກໄດ້ ຖືກເລືອກແລ້ວ ທ່ານກໍໄດ້ວາງແຜນການອອກມາ ສຳລັບ ມື້ຕົ້ນໆ ຂອງການປະຕິບັດ ໜ້າທີ່ຂອງລັດຖະບານທ່ານ ທີ່ປະກອບມີ ແຈ້ງການໃຫ້ຊາບ ແຜນການຂອງສະຫະລັດ ທີ່ຈະຖອນໂຕອອກຈາກ ຂໍ້ຕົກລົງ ການຄ້າພາຄີຂ້າມມະຫາສະໝຸດປາຊີຟິກ ທີ່ມີ 12 ປະເທດເຂົ້າຮ່ວມ ແລະ ການເຈລະຈາຄືນໃໝ່ ຂໍ້ຕົກລົງການຄ້າເສລີ ໃນເຂດ
ອາເມຣິກາ ເໜືອ ຫຼື NAFTA ກັບປະເທດ Mexico ແລະ Canada.

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ “ຂ້າພະເຈົ້າຄິດວ່າ ທ່ານຈະເຫັນສິ່ງເຫຼົ່ານັ້ນ ເກີດຂຶ້ນ ໃນໄລຍະສັ້ນໆນີ້.”

ແຜນການຂອງທ່ານທຣຳ ຍັງປະກອບດ້ວຍ ດຳລັດດ້ານບໍລິຫານຕ່າງໆ ທີ່ກ່ຽວພັນກັບ ເລື່ອງຄົນເຂົ້າເມືອງ ແລະ ເລື່ອງຄວາມໝັ້ນຄົງແຫ່ງຊາດ. ທ່ານໄດ້ລົງນາມໄປແລ້ວ ຄຳສັ່ງສະບັບນຶ່ງ ທີ່ກ່າວເຖິງຈຸດປະສົງຂອງທ່ານ ທີ່ຈະພະຍາຍາມຍົກເລີກ ທັນທີ ໂຄງການປະກັນໄພສຸຂະພາບ ທີ່ເປັນສັນຍາລັກຂອງທ່ານໂອບາມາ.

ທຳນຽບຂາວ ກ່າວວ່າ ທ່ານທຣຳ ຈະປຶກສາຫາລື ເລື່ອງ ຄົນເຂົ້າເມືອງ ແລະ ການປະຕິຮູບ NAFTA ກັບ ປະທານາທິບໍດີ ຂອງ Mexico ທ່ານ Enrique Pena Nieto ໃນວັນທີ 31 ມັງກອນຈະມາເຖິງນີ້. ນອກນັ້ນ ທ່ານຍັງວາງແຜນວ່າ ຈະພົບປະ ໃນໄວໆນີ້ ກັບນາຍົກລັດຖະມົນຕີ ຂອງການາດາ ທ່ານ Justin Trudeau.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG