ປະທານາທິບໍດີສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໃນວັນພະຫັດວານນີ້ໄດ້ເລືອກເອົາ ຜູ້ທີ່ບໍ່ເຊື່ອກັບໂລກສະພາບໂລກຮ້ອນ ແລະເປັນພັນທະມິດທີ່ເຂັ້ມແຂງ ຂອງອຸດສາຫະກຳເຊື້ອຟອສຊິລໃຫ້ເປັນຫົວໜ້າຫ້ອງການ ປົກປ້ອງສິ່ງແວດລ້ອມຂອງປະເທດ.
ການເລືອກຂອງທ່ານ ໄດ້ແກ່ຫົວໜ້າພະແນກຍຸຕິທໍາລັດ Oklahoma ທ່ານ Scott Pruit ແມ່ນບຸກຄົນສຳຄັນທີ່ຕິຕຽນແຜນຂອງປະທານາທິບໍດີ Barack Obama ທີ່ຈະຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍຕັດການທາດ ຄາບອນລົງ ຈາກໂຮງໄຟຟ້າແຫ່ງຕ່າງໆຂອງປະເທດ.
ຢູ່ໃນຖະແຫລງການ ທ່ານ Trump ກ່າວວ່າ “ເປັນເວລາດົນນານມາແລ້ວ ອົງ ການປົກປ້ອງສິ່ງແວດລ້ອມຫຼື EPA ໄດ້ໃຊ້ເງິນໂດລາຂອງຜູ້ເສຍຄາພາສີແບບ ຄວບຄຸມບໍ່ໄດ້ ຕໍ່ຕ້ານໂຄງການພະລັງງານ ທີ່ໄດ້ທຳລາຍ ຫລາຍລ້ານໜ້າວຽກ ໃນຂະນະທີ່ຍັງບ່ອນທຳລາຍ ຕໍ່ຊາວໄຮ່ຊາວສວນແບບເຫຼືອເຊື່ອຂອງພວກເຮົາ ແລະບັນດາທຸລະກິດ ແລະອຸດສາຫະກຳຕ່າງໆຢູ່ໃນທຸກໆບ່ອນ.
ທ່ານ Pruit ແມ່ນນຶ່ງໃນບັນດາເຈົ້າໜ້າທີ່ຈາກ 27 ລັດ ທີ່ໄດ້ຍື່ນຟ້ອງໃນເດືອນມັງກອນທີ່ຜ່ານມາ ເພື່ອຂັດຂວາງຕໍ່ແຜນການພະລັງງານສະອາດ ຊຶ່ງພາຍໃຕ້ແຜນການນີ້ ອົງການ EPA ໄດ້ຮຽກຮ້ອງໃຫ້ບັນດາລັດຕ່າງໆ ຊອກຫາທາງຫລຸດຜ່ອນການປ່ອຍແກັສເຮືອນແກ້ວລົງ 32 ເປີເຊັນ ຕໍ່າກວ່າລະດັບປີ 2005ພາຍໃນປີ 2030. ໃນຂະນະດຽວກັນປະລິ
ມານຂອງພະລັງງານທີ່ຜະລິດໂດຍ ໃຊ້ແຫລ່ງພະລັງງານທີ່ໃຊ້ຄືນໃໝ່ຈະເພີ້ມຂຶ້ນ.
ທ່ານ Trump ທີ່ສັງກັດພັກຣີພັບບລີກັນ ກ່າວວ່າ “ທ່ານຈະຕ່າວປີ້້ນທ່າອຽງນີ້ ແລະຟື້ນຟູພາລະກິດທີ່ຈຳເປັນຂອງອົງການ EPA ເພື່ອເຮັດໃຫ້ອາກາດແລະ ນ້ຳຂອງພວກເຮົາ ມີຄວາມສະອາດແລະປອດໄພ.”
ການສະເໜີແຕ່ງຕັ້ງທ່ານ Pruit ໄດ້ເຮັດໃຫ້ມີການຄັດຄ້ານຈາກສະມາຊິກສະ ພາສູງລັດ Vermont ທ່ານ Bernie Sanders ທີ່ໄດ້ເສຍໄຊໃນການແຂ່ງຂັນເພື່ອຖືກສະເໜີໃຫ້ເປັນຜູ້ຕາງໜ້າພັກເດໂມແຄຣັດ ແກ່ທ່ານນາງ Hillary Clinton ອະດີດລັດຖະມົນຕີຕ່າງປະເທດ ທີ່ທ່ານ Trump ໄດ້ຊະນະໃນການເລືອກຕັ້ງເມື່ອເດືອນແລ້ວນີ້.
ທ່ານ Sanders ໄດ້ກ່າວຕໍ່ Michael Browman ນັກຂ່າວຂອງວີໂອເອ ວ່າ “ຖ້າຫາກທ່ານສົນໃຈໃນກຳໄລຂອງອຸດສາຫະກຳນໍ້າມັນ ຂ້າພະເຈົ້າຄິດວ່າ ນັ້ນ ເປັນສິ່ງທີ່ດີ. ແຕ່ ຖ້າຫາກທ່ານສົນໃຈ ໃນການປົກປັກຮັກສາໂລກມະນຸດເພື່ອຜູ້ ຄົນໃນອະນາຄົດແລ້ວ ມັນຈະເປັນການເລືອກທີ່ເປັນອັນຕະລາຍ ແລະຈະຕ້ອງໄດ້ຮັບການຄັດຄ້ານ.”
ສະມາຊິກສະພາສູງພັກຣີພັບບລິກັນຈາກລັດເທັກຊັສ ທ່ານ John Cornyn ໄດ້ປະນາມໃນອັນທີ່ທ່ານຮ້ອງວ່າ “ລະບຽບການ ທີ່ກ້າວກ່າຍ ຂອງອົງການ EPA. ທ່ານກ່າວວ່າ “ເປັນກໍລະນີທີ່ດີທີ່ຈະເຮັດເພື່ອເບິ່ງໃນອັນທີ່ບັນດາເຈົ້າໜ້າ