ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະປ່ອນບັດ ຈາກລັດຕ່າງໆ ຢືນຢັນໄຊຊະນະ ຂອງທ່ານ Trump


US Electoral College Vote
please wait

No media source currently available

0:00 0:02:26 0:00

ນັກທຸລະ​ກິດມະຫາ​ເສດຖີອະສັງຫາລິ​ມມະ​ຊັບ ທ່ານ Donald Trump ​ໄດ້​ຖືກ​ເລືອກ​ເປັນ​ປະທານາທິບໍດີ​ຄົນທີ 45 ຂອງ​ສະຫະລັດ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງການ​
ໄດ້​ຮັບ​ໄຊຊະນະ​ຂອງ​ເພິ່ນ ​ໄດ້​ຖືກ​ຮັບຮອງ​ເອົາ​ໂດຍການ​ລົງ​ຄະ​ແນນ​ສຽງ​ຂອງຄະນະປ່ອນ​ບັດທີ່​ຖືກ​ຄັດ​ເລືອກ​ຈາກ​ລັດ​ຕ່າງໆ ຕາມ​ທີ່​ມີ​ການ​ບັງຄັບ​ນັ້ນ.

ຊາວ​ອາ​ເມຣິກັນ ​ໄດ້​ຮູ້​ກັນ​ດີ​ນັບ​ຕັ້ງ​ແຕ່ຕົ້ນ​ເດືອນ​ພະ​ຈິກ​ແລ້ວ​ນັ້ນ​ວ່າ ທ່ານ Trump ຜູ້​ສະໝັກ​ສັງກັດ​ພັກ Republican ທີ່​ລົງແຂ່ງ​ຂັນ​ເປັນ​ເທື່ອ​ທຳ​ອິດ ​ຈະ​ເຂົ້າກຳຕ່ຳ​ແໜ່​ງ​ທີ່​ທຳນຽບຂາວ ​ໃນພິທີ​ສາບານ​ຕົວ​ໃນ​ວັນ​ທີ 20 ມັງກອນນີ້. ການ​ເລືອກ​ຕັ້ງ​ປະທານາທິ
ບໍດີ​ສະຫະລັດ ເຖິງ​ຢ່າງໃດກໍ​ຕາມ ບໍ່ໄດ້​ຖືກຊີ້ຂາດ​ໂດຍ​ຄະ​ແນນ​ສຽງ​ທີ່​ແທ້​ຈິງທັງ​ໝົດ
ຂອງ​ວັນ​ເລືອກ​ຕັ້ງ​ແທ້ໆ ​ແຕ່​ວ່າ ​ແມ່ນ​ຂຶ້ນ​ຢູ່​ກັບຜົນສະຫຼຸບ​ຂອງຄະ​ແນນທີ່​ເລືອກເອົາປະທາ
ນາທິບໍດີ​ຈາກ 50 ລັດ ​ແລະ​ເມືອງ​ຫຼວງ​ຂອງ​ປະ​ເທດ ກໍ​ຄື​ນະຄອນຫຼວງວໍ​ຊິງ​ຕັນ ຊຶ່ງ​ມີ​ທັງ​ໝົດ 538 ຄະ​ແນນ ຈາກ​ຄະນະ​ປ່ອນ​ບັດ​ຂອງ​ລັດ​ຕ່າງໆ​ທີ່ເອີ້ນ ວ່າ Electoral College.

ພວກເດີນຂະບວນ ພາກັນປະທ້ວງ ກ່ອນການປ່ອນບັດ ຂອງຜູ້ຕາງໜ້າລັດຕ່າງໆ ຄັ້ງທີ 58 ທີ່ Harrisburg ເມືອງຫຼວງລັດ Pennsylvania, 19 ທັນວາ, 2016.
ພວກເດີນຂະບວນ ພາກັນປະທ້ວງ ກ່ອນການປ່ອນບັດ ຂອງຜູ້ຕາງໜ້າລັດຕ່າງໆ ຄັ້ງທີ 58 ທີ່ Harrisburg ເມືອງຫຼວງລັດ Pennsylvania, 19 ທັນວາ, 2016.


ໃນ​ວັນ​ຈັນ ​ດ້ວຍ​ຄວາມ​ເປັນ​ລະບຽບ​ແລ້ວ ຄະນະ​ກຳມະການ​ຂອງ​ລັດ​ຕ່າງໆ​ແລະ​ນະ ຄອນ​ຫຼວງວໍ​ຊິງ​ຕັນ ດີ​ຊີ ​ໄດ້​ລົງ​ຄະ​ແນນ​ສຽງຕາມ​ລະດັບ​ຂອງ​ນະຄອນຫຼວງຂອງແຕ່ລະ​ລັດ ​ແລະ​ທ່ານ Trump ຕາມ​ທີ່​ໄດ້​ຄາດ​ຫວັງ​ໄວ້ ​ໄດ້​ຮັບ​ຄະ​ແນນ​ກາ​ຍ 270 ຄະ​ແນນ ທີ່​ເປັນຄະ​ແນນ​ສຽງ​ສ່ວນ​ຫຼາຍທີ່​ຈຳ​ເປັນນັ້ນ ​ເພື່ອ​ທີ່​ຈະ​ໄດ້​ຮັບ​ໄຊ ຊະນະ​ຢ່າງ​ເປັນ​ທີ່​ສົມບູນ ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ​ຂອງ​ຊາວ​ອາ​ເມຣິກັນໃນເປັນ​ເວລາ 4 ປີ​.

US Electoral College Casts Presidential Votes
please wait

No media source currently available

0:00 0:01:55 0:00

ພວກ​ທີ່​ສະໜັບສະໜຸນຢ່າງ​ແຂງ​ຂັນ ຕໍ່​ຄູ່ແຂ່ງຂອງ​ທ່ານ Trump ກໍ​ຄື​ທ່ານ​ນາງ Hillary Clinton ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ປ່່ອນ​ບັດ​ຂອງ​ລັດ ຖອນ​ການ​ສະໜັບສະໜຸນ​ຕໍ່​ທ່ານ ​ໃນພື້ນຖານ​ທີ່​ວ່າ​ທ່ານ​ນາງ Clinton ​ໄດ້ຊະນະ​ທ່ານ Trump ​ໂດຍ ໄດ້​ຮັບຄະ​ແນນ​ສຽງ
ເກືອບ 2 ລ້ານ 9 ​ແສນລື່ນ​ທ່ານ. ການປະ​ທ້ວງໃນ​ວັນ​ຈັນ​ວານ​ນີ້ ຢູ່ຂ້າງ​ນອກ​ລັດຖະສະພາ ແມ່ນ​ເປັນຄວາມ​ພະຍາຍາມ​ອັນ​ສຸດ​ທ້າຍ​ທີ່​ຕໍ່ ຕ້ານ​ທ່ານ Trump.

​ແຕ່ໃນ​ຂະນະ​ທີ່​ແຕ່​ລະ​ລັດ ​ໄດ້​ລາຍ​ງານ​ ການ​ປ່ອນ​ບັດ​ຂອງ​ຕົນ ການ​ໃຫ້​ຄຳ​ໝັ້ນ ສັນຍາ​ຂອງ​ຄະນະ​ປ່ອນ​ບັດຈາກ​ແຕ່​ລະ​ລັດ ຕໍ່​ທ່ານ Trump ​ແມ່ນ​ຍັງ​ໜັກ​ແໜ້ນ​ບໍ່ ມີ​ການ​ປ່ຽນ​ແປງ ທ່ານ​ຈຶ່ງໄດ້​ຮັບ​ໄຊຊະນະ​.

​ເຖິງ​ແມ່ນ​ວ່າ ຈຳນວນ​ຄະ​ແນນ​ສຽງປະຊາຊົນຂອງ​ທ່ານ​ນາງ Clinton ຈະນຳ​ໜ້າ​ທ່ານ Trump ກໍຕາມ ​ແຕ່​ວ່າ ​ທ່ານ Trump ກໍ​ເປັນຜູ້​ໄດ້​ຮັບ​ໄຊ​ຊະນະ ບາງ​ຄັ້ງ​ກໍໃກ້​ຄຽງ​ກັນ ​ແຕ່​ກໍ​ຊະນະ ​ໃນ 31 ລັດ ຂອງຈຳນວນ​ທັງ​ໝົດ 50 ລັດ ​ໃນ​ການ ຊະນະ​ຄະ​ແນນ​ສຽງ ຂອງ​ຄະນະ​ປ່ອນ​ບັດຈາກ​ລັດ​ຕ່າງໆຫຼື Electoral College ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານຮຽນຮູ້ກ່ຽວກັບທີ່ມາຂອງຄຳວ່າ Electoral College

Electoral College Plays Key Role in US Vote
please wait

No media source currently available

0:00 0:01:00 0:00

XS
SM
MD
LG