ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ບໍ່ຫົວຊາ ຕໍ່ຂ່າວນອງນັນ ທີ່ປົດທ່ານ Comey ແລະຊອກຫາ ຜູ້ທີ່ຈະມາຮັບໜ້າທີ່ ແທນຢ່າງໄວວາ


ປະທານາທິບໍດີ ດໍໂນລ ທຣຳ ລໍຖ້າການມາຮອດມາເຖິງຂອງ
ອົງມົງກຸດລາດກຸມມານຂອງ Abu Dhabi's Sheikh Mohammed bin Zayed Al Nahyan ທີ່ທຳນຽບຂາວ, 15 ພຶດສະພາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ລໍຖ້າການມາຮອດມາເຖິງຂອງ ອົງມົງກຸດລາດກຸມມານຂອງ Abu Dhabi's Sheikh Mohammed bin Zayed Al Nahyan ທີ່ທຳນຽບຂາວ, 15 ພຶດສະພາ, 2017.

ໃນ​ວັນ​ຈັນ​ວານ​ນີ້ ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໄດ້​ສືບ​ຕໍ​ບ່ຽງ​ເບນ​ການ​ກ່າວ​ຕຳ​ນິຕິ​ຕຽນປະ ທານາທິບໍດີ ດໍ​ໂນ​ລ ທຣຳ ກ່ຽວ​ກັບການປົດ​ອອກ ຜູ້ອຳນວຍການອົງການສັນຕິບານ
ກາງສະຫະລັດຫຼື FBI James Comey ​ແລະຍັງ​ຢືນຢັນ​ເຖິງ​ການ​ຊອກ​ຫາ​ລາຍ​ຊື່​ຂອງ
​ຜູ້​ທີ່​ຈະ​ມາ​ແທນຕຳ​ແໜ່​ງຂອງ​ທ່ານ ຢ່າງ​ໄວວາ.

ຫົກ​ມື້ ຫຼັງ​ຈາກ​ທີ່​ທ່ານ ທຣຳ ​ໄດ້ປົດ​ທ່ານ Comey ອອກ ຊຶ່ງການປົດ​ອອກ​ທີ່​ວ່າ​ນີ້ ໄດ້ມີ
​ຂຶ້ນຂອງ​ການ​ຕັດສິນ​ໃຈ​ໃນວໍ​ຊີງ​ຕັນ ກັບ​ພັກ Democrats ທີ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບ
ສວນສອບ​ສວນພິ​ເສດ​ແບບ​ເອກະລາດ ທີ່​ຈະ​ເຂົ້າ​ມາ​ກຳກັບ​ເລື່ອງ​ການເປັນໄປ​ໄດ້ລະ
ຫວ່າງຣັດ​ເຊຍ ກັບ​ທ່ານ​ທຣຳ.

ປະທານາທິບໍດີ ທຣຳ ຍົກມືຕໍ່ຝູງຊົນ ຫຼັງຈາກຂຶ້ນກ່າວໃນພິທີໄວ້ອາໄລ ຂອງບັນດາເຈົ້າໜ້າທີ່ ຮັກສາສັນຕິພາບ ຄົບຮອບປະຈຳປີ ຄັ້ງທີ 36, 15 ພຶດສະພາ. 2017, ໃນ Washington.
ປະທານາທິບໍດີ ທຣຳ ຍົກມືຕໍ່ຝູງຊົນ ຫຼັງຈາກຂຶ້ນກ່າວໃນພິທີໄວ້ອາໄລ ຂອງບັນດາເຈົ້າໜ້າທີ່ ຮັກສາສັນຕິພາບ ຄົບຮອບປະຈຳປີ ຄັ້ງທີ 36, 15 ພຶດສະພາ. 2017, ໃນ Washington.

​ເຖິງ​ແມ່ນ​ວ່າ ການ​ຫຼົ້ມ​ແຫຼວ​ທາງ​ການ​ເມືອງໄດ້​ແກ່ຍາວ​ອອກ​ໄປ ​ແລະ​ຍັງ​ບໍ່​ທັນ​ແຈ້ງ​ຂາວ
​ຢູ່​ນັ້ນ ກໍ​ຕາມ ການ​ຕັດສິນ​ໃຈ ທີ່​ຈະປົດ​ທ່ານ Comey ອອກ​ນັ້ນ​ໄດ້​ກາຍ​ມາ​ເປັນ​ການ​ລົບ
​ກວນ​ແຜນການ​ທາງ​ກົດໝາຍ​ຂອງ​ປະທານາທິບໍດີ ທີ່​ໄດ້​ປະ​ເຊີນ​ກັບ​ທາງ​ຕັນມາ​ແລ້ວ​ນັ້ນ.

ກ່ອນ​ທີ່​ໄດ້ປົດ​ທ່ານ Comey ອອກ​ນັ້ນ ທ່ານ Comey ​ແມ່ນ​ໄດ້​ກຳກັບ​ເລື່ອງການ​ສືບ
ສວນ​ທີ່ໄດ້​ຖືກ​ກ່າວ​ຫາ​ວ່າຣັດ​ເຊຍ ວ່າ​ໄດ້​ເຈາະ​ຂໍ້​ມູນ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິ
ບໍດີ ປີ 2016 ພ້ອມ​ທັງ​ຂໍ້​ມູນ ທີ່​ປະ​ທະ​ກັນລະຫວ່າງ Moscow ກັບ​ໜ່ວຍ​ໂຄສະນາ​ຫາ​
ສຽງຂອງທ່ານ​ທຣຳ.

ສະມາຊິກ​ສັງກັດ​ພັກ Democrats ຫຼາຍ​ທ່ານ ​ເຊື່ອ​ວ່າການ​ປົດ​ອອກ​ຄັ້ງ​ນີ້ໄດ້ສ້າງ​ບັນຫາ
​ຕໍ່​ການ​ຍຸຕິ​ທຳ​ຢ່າງ​ໃຫຍ່​ຫຼວງ ​ແລະ​ທ່ານ​ທຣຳ​ເອງ ກໍ​ຊາບ​ເລື່ອງ​ນີ້ທີ່​ວ່າ ທ່ານມີ​ເລື່ອງ​ການ​
ສືບສວນຣັດ​ເຊຍ ​ໃນ​ຫົວ​ຂອງ​ທ່ານ ຕອນ​ທີ່​ທ່ານ​ປົດທ່ານ Comey ອອກ​ນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ ຕ້ອນຮັບອົງມົງກຸດລາດກຸມມານຂອງ Abu Dhabi's Sheikh Mohammed bin Zayed Al Nahyan ທີ່ທຳນຽບຂາວ, 15 ພຶດສະພາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ຕ້ອນຮັບອົງມົງກຸດລາດກຸມມານຂອງ Abu Dhabi's Sheikh Mohammed bin Zayed Al Nahyan ທີ່ທຳນຽບຂາວ, 15 ພຶດສະພາ, 2017.

​ໃນ​ວັນ​ຈັນ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ປະຈຳທຳນຽບຂາວ ອີກ​ຄັ້ງ​ນຶ່ງ ​ໄດ້​ບ່າຍແບນຂ່າວ​ນອງ​ນັນ​
ທີ່​ວ່າ​ນີ້ວ່າ​ເປັນ​ການ​ໂຈມ​ຕີ​ຈາກ​ຝ່າຍ​ຄ້ານ.

“ປະທານາທິບໍດີ ມີ​ສິດ​ທີ່​ຈະ​ປົດ​ຜູ້​ໃດ​ຜູ້​ນຶ່ງ​ອອກ ເພາະວ່າ ທ່ານ​ເຊື່ອ​ວ່າ ຜູ້ອຳນວຍການ Comey ນັ້ນ ບໍ່​ມີ​ຄວາມ​ທ່ຽງ​ທຳ​ພຽງພໍ ​ແລະ​ການ​ຕັດສິນ​ໃຈ​ຕ່າງໆ ​ແລະ​ບໍ່​ໜັກ​ແໜ້ນ
​ຕໍ່ໜ້າ​ທີ່,”
ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ໂຄສົກ​ປະຈຳ​ທຳນຽບຂາວ ທ່ານ Sean Spicer ທີ່​ໄດ້
ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ປະຈຳ​ວັນ​ໄວ້.

Trump Downplays Comey Controversy; Search for New FBI Director Moving ‘Rapidly’
please wait

No media source currently available

0:00 0:01:47 0:00

ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ ຄັ້ງ​ທີ 2 ຕໍ່​ມາ ທ່ານ Spicer ​ຍັງໄດ້ປະຕິ​ເສດ​ທີ່​ຈະ​ໃຫ້​ລາຍ​
ລະອຽດ​ກ່ຽວ​ກັບ​ຂໍ້ຄວາມ​ທີ່​ຂຽນ​ລົງ​ໃນ twtter ​ໃນ​ສັບປະດາ​ແລ້ວ​ນີ້​ ​ໃນ​ອັນ​ທີ່ປະທານາ
ທິບໍດີ ​ເບິ່ງ​ຄື​ວ່າ ຂົ່ມຂູ່​ທ່ານ Comey ​ໃຫ້​ມິດ​ງຽບ.

“ຂ້າພະ​ເຈົ້າ​ແມ່ນ​ແຈ້ງ​ຂາວ​ຢ່າງ​ທີ່​ສຸດ​ແລ້​ວ. ປະທານາທິບໍດີ ​ແມ່ນ​ບໍ່​ມີ​ຫຍັງ​ຕື່ມອີກກ່ຽວ
​ກັບ​ເລື່ອງ​ນີ້,
” ຊຶ່ງທ່ານ Spicer ​ໄດ້​ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG