ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ແລະ ທ່ານ Cruz ເປັນເປົ້າສາຍຕາ ໃນການໂຕ້ວາທີ ຢູ່ນະຄອນ Las Vegas


ຜູ້ສະມັກ ປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ສະຫະລັດ ທ່ານTed Cruz (ຊ້າຍ) ແລະທ່ານ Donald Trump ມະຫາເສດຖີ ອະສັງຫາລິມະຊັບ.
ຜູ້ສະມັກ ປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ສະຫະລັດ ທ່ານTed Cruz (ຊ້າຍ) ແລະທ່ານ Donald Trump ມະຫາເສດຖີ ອະສັງຫາລິມະຊັບ.

ບັນດາ​ຜູ້​ສະມັກ​ແຂ່ງຂັນ ​ເປັນປະທານາທິບໍດີ ພັກຣີພັບ​ບລິ​ກັນ
​ເກົ້າ​ທ່ານ ຈະ​ຢູ່​ເທິງ​ເວ​ທີໃນແລງວັນ​ອັງ​ຄານ​ມື້​ນີ້ ທີ່​ນະຄອນ
”Las Vegas ລັດ Nevada ​ຊຶ່ງ ຈະເປັນການ​ໂຕ້​ວາ​ທີ ​ເທຶ່ອທີ
ຫ້າ​ຂອງ​ຜູ້​ສະມັກ​ເປັນ​ປະທານາທິບໍດີ. ການ​ປະ​ເຊີນ​ໜ້າ​ກັນ​ຄັ້ງ
ຫ​ລ້າ​ສຸດ ມີ​ຂຶ້ນທ່າມກາງ​ຄວາມ​ເປັນ​ຫ່ວງ​ຂອງ​ສາທາລະນະຊົນ
ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ
​ແລະການ​ຢັ່ງ​ສຽງ​ໃໝ່ ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງການ​ໂຄສະນາ​
ຫາ​ສຽງ ​ຂອງມະຫາ​ເສດ​ຖີອະສັງຫາ​ລິ​ມາ​ຊັບ ທ່ານ Danold
Trump ​ແລະ​ສະມາຊິກ​ສະພາ​ສູງ ທ່ານ Ted Cruz.

ທ່ານ Trump ສືບ​ຕໍ່ມີ​ຄະ​ແນນ​ນຳ​ໜ້າໃນ​ການຢັ່ງ​ສຽງ​ທົ່ວ​ປະ
ເທດ ​ແຕ່​ວ່າທ່ານ Cruz ​ມີ​ຄະ​ແນນ​ສູງ​ຂຶ້ນໃນ​ລັດ IOWA ​ຊຶ່ງ​ເປັນລັດ ​ທີ່ເລີ້ມຂັ້ນຕອນ ​ໃນ​
ການ​ເລືອກ​ເອົາ​ປະທານາທິບໍດີ ​ໂດຍ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ກອງ​ປະຊຸມພັກ ​ໃນ​ວັນ​ທີ
1 ​ເດືອນ​ກຸມພາ ​ຈະ​ມາ​ເຖິງ​ນີ້.

ຜົນ​ການ​ຢັ່ງ​ສຽງ​ສະ​ເໜີ​ໃຫ້​ເຫັນ​ວ່າ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ ຫລັງ​ຈາກ
ການ​ໂຈມ​ຕີເມື່ອ​ວັນ​ທີ 2 ທັນ​ວາ ຢູ່​ເມືອງ San Bernardino ລັດ California ທີ່​ເປັນ​ຜົນ
​ກະທົບ​ຕໍ່ຜູ້​ລົງ​ຄະແນນ​ສຽງ. “ຄັ້ງ​ສຸດ​ທ້າຍ​ທີ່ມະຫາວິທະ ຍາ​ໄລ Quinnipiac ​ໄດ້​ຢັ່ງຫາງ​
ສຽງພົບວ່າ ​ເສດຖະກິດ​ເປັນ​ບັນຫາ​ສຳຄັນສຸດ. ແຕ່ຮອງຫົວໜ້າຢັ່ງສຽງມະຫາວິທະຍາ​ໄລ
Quinnipiac ທ່ານ Peter Brown ກ່າວວ່າ ບັດ​ນີ້ ​ແມ່ນ​ການກໍ່ການ​ຮ້າຍ ຊຶ່ງເປັນເລື້ອງ​
ທີ່ທ່ານ Donald Trump ​ໄດ້​ຮັບຄະ​ແນນ​ສູງ​ສຸດ ​ກວ່າບັນດາ​ຜູ້​ສະມັກ ​ຄົນ​ອື່ນໆ”. ທ່ານ
Brown ຍັງໄດ້ ກ່າວເພີ້ມອີກວ່າ ທ່ານ Cruz “ປາກົດວ່າເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ
ຄົນ​ສຳ ຄັນຈາກທີ່ ດຣ. Carson ພັງ​ທະລາ​ຍລົງ​ນັ້ນ.”

ບັນດາຜູ້ສະມັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ John Kasich, Jeb Bush, Marco Rubio, Donald Trump, Ben Carson, Ted Cruz, Carly Fiorina ແລິ Rand Paul.
ບັນດາຜູ້ສະມັກ ປະທານາທິບໍດີ ພັກຣີພັບບລິກັນ ທ່ານ John Kasich, Jeb Bush, Marco Rubio, Donald Trump, Ben Carson, Ted Cruz, Carly Fiorina ແລິ Rand Paul.

​ການຢັ່ງຫາງສຽງໃໝ່ຂອງມະຫາວິທະຍາໄລ Quinnipiac ຂອງບັນດາຜູ້ມີສິດ​ປ່ອນບັດ
​ພັກ​ຣີພັບ​ບລີ​ກັນ ​ທີ່​ມີ​ທ່າ​ທາງວ່າ ຈະເຂົ້າຮ່ວມກອງປະຊຸມພັກສະແດງ ໃຫ້ເຫັນວ່າ ມີຄະ
​ແນນ​ສຽງທີ່ໃກ້ຄຽງກັນ ລະຫວ່າງ ທ່ານ Trump ທີ່​ໄດ້ 28 ເປີເຊັນ ແລະທ່ານ Cruz ​ໄດ້
27 ເປີເຊັນ. ສະມາຊິສະພາສູງ ລັດ Florida ທ່ານ Marco Rubio ຢູ່ອັນດັບສາມ ດ້ວຍ
ຄະແນນ 14 ເປີເຊັນ ແລະໝໍຜ່າ ຕັດສະໝອງທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ ທ່ານ Ben
Carson ຜູ້ທີ່ມີ​ຄະ​ແນນ ນຳໜ້າ ​ໃນການຢັ່ງສຽງ ຄັ້ງສຸດທ້າຍໃນເດືອນຕຸລາ​ ໄດ້ຕົກມາຢູ່
ທີສີ່ ດ້ວຍຄະ ແນນສຽງ 10 ເປີເຊັນ. ນອກນັ້ນ ບໍ່ມີຜູ້ໃດທີ່​ໄດ້​ຄະ​ແນນສູງກວ່າຄະແນນ
ຫ້າເປີ ເຊັນ.

Republican Presidential Candidates Gear for Fifth Debate
please wait

No media source currently available

0:00 0:01:58 0:00

XS
SM
MD
LG