ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ພົບປະກັບ ຜູ້ທີ່ອາດມາເປັນສະມາຊິກ ຄະນະລັດຖະບານຂອງທ່ານ


ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ຍ່າງໄປໂບດ Lamington Presbyterian ໃນເມືອງ Bedminster, ລັດ New Jersey, 20 ພະຈິກ, 2016.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ຍ່າງໄປໂບດ Lamington Presbyterian ໃນເມືອງ Bedminster, ລັດ New Jersey, 20 ພະຈິກ, 2016.

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ສຫຣ ທ່ານ ດານາລ ທຣຳ ໄດ້ປະຊຸມເປັນມື້ທີສອງ ຂອງທ່ານໃນວັນອາທິດວານນີ້ ກັບພວກທີ່ອາດຈະມາປະກອບເປັນຄະນະລັດຖະບານ ໃໝ່.

ທີ່ສະໜາມກັອຟ ອັນຫຼູຫຼາຂອງທ່ານທີ່ເມືອງ ເບດມິນສເຕີ້ ລັດນິວເຈີຊີ ທ່ານ ທຣຳ ໄດ້ພົບ ປະກັບຜູ້ປ້ອງກັນທີ່ຈົງຮັກພັກດີທີ່ສຸດເວລາໂຄສະນາຫາສຽງປະທານາທິບໍດີທີ່ຍາວນານ ສອງຄົນ ຄືອະດີດຜູ້ປົກຄອງເມືອງນິວຢອກ ທ່ານ ຣູດີ ຈູລີອານີ ກັບຜູ້ປົກຄອງລັດ ນິວເຈີຊີ ທ່ານ ຄຣິສ ຄຣິສຕີ້.

ທ່ານ ຈູລີອານີ ສັນຍະລັກຂອງ ອາເມຣິກັນ ໃນການແກ້ໄຂບັນຫາຕໍ່ຕ້ານລັດທິກໍ່ການຮ້າຍ ອິສລາມ ໃນການໂຈມຕີຂອງພວກກໍ່ການຮ້າຍຕໍ່ນະຄອນ ນິວຢອກ ແລະ ວໍຊິງຕັນ ບໍ່ໄດ້ມີ ປະສົບການຫຼາຍ ກ່ຽວກັບ ກິດຈະການຕ່າງປະເທດ ແຕ່ກໍຢາກໄດ້ຕຳແໜ່ງ ລັດຖະມົນຕີ ກະຊວງຕ່າງປະເທດ ອັນເປັນວຽກງານສູງສຸດຂອງປະເທດດ້ານການທູດ.

ທ່ານ Rudy Giuliani, ຮອງປະທານຂອງກຸ່ມປ່ຽນແປງລັດຖະບານປະທານາທິບໍດີ Trump, ກ່າວວທີ່ສະພາ CEO ຂອງໜັງສືພິມ Wall Street ໃນນະຄອນຫຼວງ ວໍຊິງຕັນ. 14 ພະຈິກ 2016.
ທ່ານ Rudy Giuliani, ຮອງປະທານຂອງກຸ່ມປ່ຽນແປງລັດຖະບານປະທານາທິບໍດີ Trump, ກ່າວວທີ່ສະພາ CEO ຂອງໜັງສືພິມ Wall Street ໃນນະຄອນຫຼວງ ວໍຊິງຕັນ. 14 ພະຈິກ 2016.

ສ່ວນທ່ານ ໄມກ ແພັນສ ຮອງປະທານາທິບໍດີຜູ້ຖືກເລືອກໃໝ່ ກໍໄດ້ບອກອົງການຂ່າວ ສານຟັອກສ ວ່າ ທ່ານ ມິດ ຣອມນີ ຜູ້ປາໄຊໃນການເລືືອກຕັ້ງປະທານາທິບໍດີຈາກພັກຣີ ພັບບລິກັນປີ 2012 ທີ່ໄດ້ພົບປະກັບທ່ານ ທຣຳ ໃນວັນເສົາ “ແມ່ນພວມຢູ່ໃນຂັ້ນພິຈາລະ ນາຢ່າງເອົາຈິງເອົາຈັງ” ວ່າຈະໃຫ້ເປັນລັດຖະມົນຕີຕ່າງປະເທດ “ຕິດຕາມມາດ້ວຍຊາວ ອາເມຣິກັນ ທີ່ມີກຽດທີ່ສຸດອີກຫຼາຍທ່ານ.”

ທ່ານ ທຣຳ ຍາດໄດ້ໄຊຊນະຈາກທ່ານຄຣິສຕີ້ ແລະຈາກອີກ 15 ທ່ານໃນການແຂ່ງຂັນ ຍາດເອົາການຖືກສະເໜີຊື່ໃຫ້ເປັນຜູ້ສະໝັກເປັນປະທານາທິບໍດີຈາກພັກຣິພັບບລິກັນ ແຕ່ ຕໍ່ມາ ຜູ້ປົກຄອງລັດ ນິວເຈີຊີ ກໍໄດ້ຮັບຮອງເຫັນດີມະຫາເສດຖີພັນລ້ານດ້ານອະສັງຫາລິ ມະຊັບ ແລະ ໄດ້ໂຄສະນາຫາສຽງຊ່ອຍເພິ່ນ. ທ່ານ ຄຣິສຕີ້ ໄດ້ນຳພາໜ່ວຍງານໄລຍະ ຂ້າມຜ່ານໄປສູ່ອຳນາດໃໝ່ຈົນເຖິງມື້ທ່ານ ທຣຳໄລ່ຜູ້ກ່ຽວອອກ ໂດຍເລືອກເອົາທ່ານ ແພັນສ ເຂົ້າມາແທນ ລຸນຫຼັງໄຊຊະນະຢ່າງຕົກຕະລຶງຂອງທ່ານ ທຣຳ ເມື່ອສອງສັບປະດາ ກ່ອນ ຍາດໄດ້ຈາກທ່ານນາງ ຮິນເລິຣີ ຄລິນຕັນ ສັງກັດພັກເດໂມແຄຣັດ.

ຖືກັນວ່າ ຄວາມນິຍົມຂອງທ່ານ ຄຣິສຕີ້ ໃນແວດວົງຂອງພັກຣິພັບບລິກັນໄດ້ເຊື່ອມລົງລົງ ເມື່ອບໍ່ດົນນີ້ ເວລາຜູ້ຊ່ອຍສອງທ່ານຂອງເພິ່ນໄດ້ຖືກຕັດສີນວ່າ ມີຄວາມຜິດໃນບົດບາດ ທາງການເມືອງ ເຮັດໃຫ້ການຈະລາຈອນອັ່ງແໜ້ນ ຕິດຄ້າງຢູ່ຂົວຈາກລັດນິວເຈີຊີ ຫານະ ຄອນ ນິວຢອກ ນັ້ນ. ແຕ່ທ່ານ ທຣຳ ໄດ້ກ່າວໃນວັນເສົານີ້ວ່າ “ພວກເຮົາພໍໃຈກັບ ຄຣິສ ຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG