ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານທຣ້ຳ ຈົ່ມວ່າ ສະມາຊິກຂອງພັກຂອງທ່ານ ພະຍາຍາມ ຂັດຂວາງ ການປະກາດສະເໜີຊື່ຂອງຕົນຢ່າງເປັນ ທາງການ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump, ຊ້າຍ, ຮ້ອງຫາ ເຈົ້າໜ້າທີ່ ສືບລັບ ຂະນະທີ່ ຜູ້ສະໜັບສະໜູນ ທ່ານນາງ Diana Brest, ຂວາ, ໄດ້ຄອຍຖ້າ ຢູ່ໃນແຖວ ຕັ້ງແຕ່ 2 ໂມງເຊົ້າ ເພື່ອໃຫ້ໄດ້ພົບເຫັນ ຜູ້ສະໝັກ ກ່າວຖະແຫລງ ຢູ່ທີ່ການຊຸມນຸມ, ວັນທີ 18 ມິຖຸນາ 2016, ຢູ່ໃນນະຄອນ Phoenix.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump, ຊ້າຍ, ຮ້ອງຫາ ເຈົ້າໜ້າທີ່ ສືບລັບ ຂະນະທີ່ ຜູ້ສະໜັບສະໜູນ ທ່ານນາງ Diana Brest, ຂວາ, ໄດ້ຄອຍຖ້າ ຢູ່ໃນແຖວ ຕັ້ງແຕ່ 2 ໂມງເຊົ້າ ເພື່ອໃຫ້ໄດ້ພົບເຫັນ ຜູ້ສະໝັກ ກ່າວຖະແຫລງ ຢູ່ທີ່ການຊຸມນຸມ, ວັນທີ 18 ມິຖຸນາ 2016, ຢູ່ໃນນະຄອນ Phoenix.

ທ່ານ Donald Trump ຜູ້ທີ່ຄາດວ່າ ຈະໄດ້ຖືກສະເໜີຊື່ ລົງແຂ່ງຂັນເປັນ ປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ພວມຈົ່ມວ່າ ສະມາຊິກພັກ ຣີພັບບລີກັນ ບາງສ່ວນ ແມ່ນພະຍາຍາມ ທີ່ຈະຂັດຂວາງ ການປະກາດສະເໜີ ຊື່ຂອງທ່ານ ຢ່າງ ເປັນທາງການ ຢູ່ທີ່ກອງປະຊຸມໃຫຍ່ ພັກທົ່ວປະເທດ ເພື່ອ ສະເໜີຊື່ແຕ່ງຕັ້ງ ຜູ້ຕາງ ໜ້າພັກ ໃນເດືອນໜ້າທີ່ຈະມາເຖິງນີ້.

ຜູ້ແທນບາງສ່ວນ ຢູ່ໃນເມືອງ Cleveland ຂອງລັດ Ohio ທີ່ຈະໄປຮ່ວມກອງ ປະຊຸມພັກ ກ່າວວ່າ ພວກເຂົາເຈົ້າຢາກຈະປ່ຽນກົດລະບຽບຂອງພັກ ເພື່ອອະ ນຸຍາດ ໃຫ້ພວກຜູ້ແທນ ມີສິດລົງຄະແນນສຽງ ເລືອກເອົາຜູ້ອື່ນແທນ ມະຫາ ເສດຖີພັນລ້ານ ເຈົ້າພໍ່ອະສັງຫາລິມະຊັບ ນິໄສອວດດີ ຜູ້ທີ່ໄດ້ຮັບຄະແນນສຽງ ກາຍຜູ້ສະໝັກ 16 ທ່ານອື່ນ ທີ່ໄດ້ລົງແຂ່ງຂັນ ເພື່ອການຖືກສະເໜີຊື່ເປັນຕົວ ແທນພັກ ເປັນເວລາຫຼາຍເດືອນ ທີ່ຜ່ານມາ ໃນແຕ່ລະລັດ ຊຶ່ງໄດ້ເຮັດໃຫ້ທ່ານ ໄດ້ຮັບການຮັບປາກ ຈາກບັນດາຜູ້ແທນ ເປັນສ່ວນໃຫຍ່ ຢູ່ທີ່ກອງປະຊຸມພັກ.

ແຕ່ພວກຝ່າຍຄ້ານຂອງທ່ານ Trump ກ່າວວ່າ ຜູ້ທີ່ເຄີຍເປັນພິທີກອນ ລາຍ ການຊີວິດຈິງ ໃນຄັ້ງໜຶ່ງ ຂອງໂທລະພາບ ບໍ່ໄດ້ເປັນຕົວແທນ ໃນນະໂຍບາຍ ການນິຍົມແນວທາງເດີມ ຂອງພັກຣີພັບບລີກັນ ແລະ ທີ່ເປັນການສະແດງ ຄວາມຄິດເຫັນ ຂອງທ່ານ Trump ກ່ຽວກັບ ພວກແມ່ຍິງ ຊາວມຸສລິມ ແລະ ຊາວເມັກຊິກັນ ຊຶ່ງໄດ້ເຮັດໃຫ້ຜູ້ກ່ຽວ ເປັນທີ່ຍອມຮັບເອົາບໍ່ໄດ້ ທີ່ຈະເປັນຜູ້ ຮອງຮັບມາດຕະຖານ ຂອງພັກຣີພັບບລີກັນ.

ໃນວັນອາທິດວານນີ້ ທ່ານ Trump ໄດ້ສົ່ງສຽງອອກມາ ວ່າການສະໜັບ ສະໜູນໃໝ່ ສຳລັບ ແນວຄິດອັນໜຶ່ງ ທີ່ທ່ານໄດ້ສະເໜີໄປໃນເມື່ອກ່ອນ ໂດຍ ກ່າວວ່າມັນເປັນ “ສາມັນສຳນຶກ” ອັນເປັນເສັ້ນທາງ ເພື່ອຈະຢຸດຢັ້ງ ການ ໂຈມຕີ ກໍ່ການຮ້າຍທີ່ອາດຈະເກີດຂຶ້ນ, ໃຫ້ວິເຄາະຊີວະປະຫວັດ ຂອງຊາວ ມຸສລິມ ທີ່ອາໄສໃນສະຫະລັດຢູ່ແລ້ວ, ບໍ່ພຽງແຕ່ກີດກັນພວກເຂົາເຈົ້າບໍ່ໃຫ້ ເຂົ້າມາໃນປະເທດ ຊົ່ວຄາວເທົ່ານັ້ນ ດັ່ງທີ່ທ່ານກໍໄດ້ເຫັນດີນຳ.

ທ່ານ Trump ໄດ້ກ່າວຕໍ່ ລາຍການຂ່າວ Face the Nation ຂອງໂທລະພາບ CBS ວ່າ “ຂ້າພະເຈົ້າຄິດວ່າ ການວິເຄາະຊີວະປະຫວັດນັ້ນ ແມ່ນບາງສິ່ງ ທີ່ ພວກເຮົາຈະຕ້ອງໄດ້ເລີ້ມຄຳນຶງເບິ່ງ ໃນຖານະຂອງປະເທດ ແລະ ປະເທດອື່ນໆ ເຂົາກໍເຮັດເຊັ່ນນັ້ນ ທ່ານເບິ່ງອິສຣາແອລ ແລະ ເບິ່ງປະເທດອື່ນໆ ແລະ ພວກ ເຂົາເຈົ້າ ກໍເຮັດຄືກັນ ແລະ ພວກເຂົາກໍເຮັດດ້ວຍຜົນສຳເລັດ. ທ່ານຮູ້ບໍ່ວ່າ ຂ້າພະເຈົ້າ ບໍ່ມັກຫຼັກການຂອງການວິເຄາະຊີວະປະຫວັດ. ແຕ່ພວກເຮົາຕ້ອງ ເລີ້ມຕົ້ນໃຊ້ສາມັນສຳນຶກ ແລະ ພວກເຮົາ ຕ້ອງນຳໃຊ້ ທ່ານຮູ້ບໍ່ ພວກເຮົາ ຕ້ອງໃຊ້ມັນສະໝອງ ຂອງພວກເຮົາ.... ພວກເຮົາແທ້ຈິງແລ້ວ ຕ້ອງເບິ່ງການ ວິເຄາະຊີວະປະຫວັດ. ພວກເຮົາຕ້ອງເບິ່ງມັນ ຢ່າງເອົາຈິງເອົາຈັງແທ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG