ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ອົງການສືບລັບ ປະຕິເສດ ບໍ່ໄດ້ຖືກ ກົດດັນ ກ່ຽວກັບ ເລື່ອງ ຣັດເຊຍ


ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ Dan Coats ກຽມໃຫ້ປາກຄຳຕໍ່ຄະນະກຳມະການສືບລັບ ສະພາສູງ ໃນລັດຖະສະພາ on Capitol Hill, ນະຄອນຫຼວງ ວໍຊິງຕັນ. 11 ພຶດສະພາ, 2017.
ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ Dan Coats ກຽມໃຫ້ປາກຄຳຕໍ່ຄະນະກຳມະການສືບລັບ ສະພາສູງ ໃນລັດຖະສະພາ on Capitol Hill, ນະຄອນຫຼວງ ວໍຊິງຕັນ. 11 ພຶດສະພາ, 2017.

ຫົວໜ້າອົງການສືບລັບຂອງທ່ານ ດໍໂນລ ທຣຳ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບ ລາຍງານຂອງສື່ມວນຊົນໃນວັນອັງຄານວານນີ້ ທີ່ວ່າ ປະທານາທິບໍດີ ໄດ້ກົດດັນໃຫ້ລາວ ປະຕິເສດຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າ ບໍ່​ມີຫຼັກຖານ​ໃດໆ ກ່ຽວກັບ ການສົມຮູ້ຮ່ວມຄິດ ລະ
ຫວ່າງ ຄະນະໂຄສະນາຫາສຽງທ່ານທຣຳ ແລະ ຣັດເຊຍ ເພື່ອແຊກແຊງ ​ເຂົ້າ​ໃນການ​
ແຂ່ງຂັນ​ເລືອກ​ຕັ້ງປະທານາທິບໍດີ ສະຫະລັດ ໃນປີ 2016.

ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ Dan Coats ໄດ້ກ່າວຕໍ່ຄະນະກຳມະ
ການຂອງສະພາສູງວ່າ “ຕາມຕຳແໜ່ງຂອງຂ້າພະເຈົ້າ ແລະ ຂໍໍ້ມູນທີ່ພວກເຮົາແບ່ງປັນ
ກັບປະທານາທິບໍດີນັ້ນ, ມັນບໍ່ເໝາະສົມ ສຳລັບຂ້າພະເຈົ້າ ທີ່ຈະໃຫ້ຄຳເຫັນຢ່າງເປີດ
ເຜີຍ ກ່ຽວກັບ ເລື່ອງພວກນັ້ນ. ຂ້າພະເຈົ້າຮູ້ສຶກວ່າ ມັນບໍ່ເໝາະສົມທີ່ຈະບັນລະຍາຍ
ເຖິງການປຶກ ສາຫາລື ແລະ ການສົນທະນາກັບປະທານາທິບໍດີ.”

ຫຼັງຈາກນັ້ນ ທ່ານ Coats ໄດ້ກ່າວວ່າ ລາວບໍ່ໄດ້ຂັດແຍ້ງກັບການສືບ ສວນສອບສວນ
ກ່ຽວ​ກັບ ຣັດເຊຍ ທີ່ກຳລັງດຳເນີນຢູ່, ໂດຍກ່າວວ່າ ການສືບສວນ “ແມ່ນເໝາະສົມທີ່ ຈະເຮັດໃຫ້ພວກເຮົາມີຂໍ້ສະຫຼຸບທີ່ຖືກ ຕ້ອງ ພ້ອມດ້ວຍຄຳຕອບທີ່ຖືກຕ້ອງ,” ດັ່ງນັ້ນ ປະເທດຈຶ່ງສາມາດກ້າວໄປຫາບັນຫາອື່ນ.

ໃນບໍ່ເທົ່າໃດມື້ທີ່ຜ່ານມາ, ສື່ມວນຊົນໄດ້ລາຍງານວ່າທ່ານ ທຣຳ ໄດ້ທຳການຮຽກຮ້ອງ ຕ່າງຫາກຕໍ່ທ່ານ Coats ແລະ ຜູ້ອຳນວຍການອົງ ການຮັກສາຄວາມປອດໄພແຫ່ງຊາດ
ທ່ານ Michael Rogers, ເຊິ່ງຮຽກຮ້ອງໃຫ້ພວກເພິ່ນໂຕ້ແຍ້ງການກ່າວຫາວ່າ ຣັດເຊຍ
ໄດ້ສົມຮູ້​ຮ່ວມຄິດ ກັບພວກຜູ້ຊ່ວຍ ​ໃນ​ຄະນະໂຄສະນາຫາສຽງຂອງທ່ານ ທຣຳ ເພື່ອ
ຊ່ວຍໃຫ້ເສດຖີອະສັງຫາລິມະຊັບໄດ້ຊະນະການ​ແຂ່ງຂັນ​ເຂົ້າ​ໄປດຳລົງຕຳແໜ່ງໃນ
ທຳນຽບຂາວ.

ມີ​ລາຍ​ງານ​ວ່າ ທ່ານປະທານາທິບໍດີ ໄດ້ທຳການຮ້ອງຂໍບໍ່ດົນຫຼັງຈາກອະດີດຜູ້ອຳນວຍ ການອົງການ FBI ທ່ານ James Comey ໄດ້ບອກບັນດາສະມາຊິກສະພາວ່າ ອົງການ
FBI ກຳລັງສືບສວນສອບສວນກ່ຽວ​ກັບຄວາມເປັນໄປໄດ້ໃນການປະສານງານ ລະຫວ່າງ ເຈົ້າໜ້າທີ່ ຣັດເຊຍ ແລະ ຜູ້ຊ່ວຍທ່ານ ທຣຳ ໃນລະຫວ່າງການເລືອກຕັ້ງ.

ໃນຂະນະທີ່ທ່ານ Coats ໃຫ້ປາກຄຳຕໍ່ສະພາສູງນັ້ນ, ຫົວໜ້າອົງການ CIA ໃນລະຫວ່າງ
ການໂຄສະນາຫາສຽງປະທານາທິບໍດີປີກາຍນີ້, ທ່ານ John Brennan ກໍໄດ້ກ່າວຕໍ່ຄະ
ນະກຳມະການສະພາຕໍ່າວ່າ ເພິ່ນໄດ້ເຫັນຂໍ້ມູນທີ່ສະ​ແດງໃຫ້ເຫັນວ່າ ມີການພົວພັນລະ
ຫວ່າງ ເຈົ້າໜ້າທີ່ ຣັດເຊຍ ແລະ ພວກສະມາຊິກຂອງຄະນະໂຄສະນາຫາສຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Brennan: Trump Intel Sharing 'Violates Protocols,' if Press Reports True
please wait

No media source currently available

0:00 0:01:19 0:00

XS
SM
MD
LG