ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ຈະກ່າວ ຄຳປາໄສ ທີ່ສຳຄັນ ໃນນະຄອນ Detroit

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ແລະ ທ່ານນາງ Hillary Clintonຈາກພັກເດໂມແຄຣັດ
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ແລະ ທ່ານນາງ Hillary Clintonຈາກພັກເດໂມແຄຣັດ

ຄາດກັນວ່າ ເສດຖະກິດຈະເປັນເລື່ອງເພັ່ງເລັງ ຂອງການໂຄສະນາຫາສຽງປະທານາທິ ບໍດີ ໃນສັບປະດານີ້ ໃນເວລາ ຜູ້ສະໝັກແຂ່ງຂັນຜູ້ນຳໜ້າທັງສອງທ່ານ ຈະກ່າວຄຳປາໄສ ທີ່ສຳຄັນ ໃນເມືອງດຽວກັນ ຕໍ່ແຜນການຂອງພວກເພິ່ນ ສຳລັບປະເທດຊາດ ຖ້າພວກເພິ່ນ ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ.

ທ່ານ Donald Trump ຈາກພັກຣີພັບບລີກັນ ຈະກ່າວຄຳປາໄສ ໃນວັນຈັນ ແລະ ທ່ານ ນາງ Hillary Clinton ຈາກພັກເດໂມແຄຣັດ ຈະໄປປາກົດຕົວ ໃນວັນສຸກ ທີ່ນະຄອນ Detroit ທີ່ເປັນເມືອງຢູ່ພາກກາງກ້ຳຕາເວັນຕົກ ທີ່ກຳລັງສູ້ຊົນບຸກບືນຢູ່ນັ້ນ ທີ່ເປັນສຳນັກ ງານໃຫຍ່ ຂອງອຸດສາຫະກຳການຜະລິດລົດຍົນຂອງສະຫະລັດ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Donald Trump ກ່າວຄຳປາໄສ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ທີ່ຫໍປະຊຸມ Merrill, ເມືອງ Portland, ລັດ Maine. 4 ສິງຫາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Donald Trump ກ່າວຄຳປາໄສ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ທີ່ຫໍປະຊຸມ Merrill, ເມືອງ Portland, ລັດ Maine. 4 ສິງຫາ 2016.

ທ່ານ Trump ກ່າວວ່າ “ຂ້າພະເຈົ້າ ຈະເປັນປະທານາທິບໍດີ ສ້າງວຽກເຮັດງານທຳທີ່ ຍິ່ງໃຫຍ່ທີ່ສຸດ ທີ່ພະຜູ້ເປັນເຈົ້າໄດ້ດົນບັນດານຂຶ້ນມາ.”

ແຜນການຂອງທ່ານ ແມ່ນຄາດກັນວ່າ ຈະປະກອບດ້ວຍ ການຕັດພາສີ ບໍລິສັດ ລົງຢ່າງ ໃຫຍ່ ສຳລັບທຸລະກິດ ແລະ ອຸດສາຫະກຳ ແລະ ຈະເຈລະຈາຂໍ້ຕົກລົງການຄ້າຄືນໃໝ່ທີ່ ທ່ານກ່າວວ່າ ໃຫ້ປຽບໝົດທຸກຢ່າງແກ່ພວກປະເທດນອກ ເຊັ່ນ ຈີນ ແລະ ແມັກຊິໂກ ນັ້ນ.

ອະດີດປະທານສະພາຕ່ຳ ສະຫະລັດ ທ່ານ Newt Gingrich ຜູ້ທີ່ໄດ້ໃຫ້ການສະໜັບສະ ໜູນທ່ານ Trump ນັ້ນ ໄດ້ອ່ອນນໍ້າສຽງລົງໜ້ອຍໜຶ່ງ ໄດ້ຖືກຖາມ ໃນລາຍການ Fox News Sunday ວ່າ ຖ້າແຜນການຂອງທ່ານ Trump ເຫັນວ່າ ນະໂຍບາຍເສດຖະກິດ ເໝາະສົມດີ ຫຼືບໍ່ ທ່ານຕອບວ່າ “ບໍ່ເລີຍ ບໍ່ມີຕົວເລກຂອງຜູ້ສະໝັກຄົນໃດ ບວກເຂົ້າກັນດີ.

ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຖືກາລະວັດ ຍີ່ຫໍ້ Trump ທີ່ຜະລິດໃນປະເທດ ຈີນ ໃນລະຫວ່າງການຢຸດຢ້ຽມຢາມ ບໍລິສັດຂາຍກາລະວັດໃນທ້ອງຖິ່ນ ທີ່ນະຄອນ Denver. 3 ສິງຫາ 2016.

ທ່ານນາງ Clinton ກ່າວວ່າ ທ່ານນາງ ຈະນຳມາໂຄງການທີ່ສ້າງວຽກເຮັດງານທຳທີ່ໃຫຍ່ ທີ່ສຸດ ນັບຕັ້ງແຕ່ ສົງຄາມໂລກຄັ້ງທີ ສອງ ໂດຍເພັ່ງເລັງໃສ່ ການສ້າງຄືນໃໝ່ ພື້ນຖານ ໂຄງລ່າງ ເຊັ່ນວ່າ ການສ້ອມແປງຄືນ ແລະ ການສ້າງຖະໜົນຫົນທາງ, ຂົວ ແລະ ເດີ່ນ ເຮືອບິນຕ່າງໆເປັນຕົ້ນ. ທ່ານນາງໄດ້ກ່າວວ່າ ທ່່ານນາງ ແນ່ໃຈວ່າ ຈະໃຊ້ຈ່າຍໂຄງການ ນັ້ນ ດ້ວຍການເກັບພາສີໃນສ່ວນທີ່ເປັນທຳ ຈາກພວກທີ່ຮັ່ງມີ ແລະ ພວກບໍລິສັດຂອງ ອາເມຣິກາ ເພື່ອມາໃຊ້ຈ່າຍຄ່າຕ່າງໆເຫຼົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Campaign Wrap
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG