ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທັງທ່ານ Trump ແລະທ່ານນາງ Clinton ຕ່າງກໍກ່າວ ໂຈມຕີກັນ ຢ່າງແຮງ


​​​​​​​​​ຜູ້​ສະໝັກ​ປະທານາທິບໍດີ ສັງກັດ​ພັກ Republican ທ່ານ Trump ກ່າວ ທີ່ໂຮງແຮມ Soho ໃນນະຄອນ New York, 22 ມິຖຸນາ, 2016.
​​​​​​​​​ຜູ້​ສະໝັກ​ປະທານາທິບໍດີ ສັງກັດ​ພັກ Republican ທ່ານ Trump ກ່າວ ທີ່ໂຮງແຮມ Soho ໃນນະຄອນ New York, 22 ມິຖຸນາ, 2016.

​ຜູ້​ສະໝັກ​ປະທານາທິບໍດີສັງກັດ​ພັກ Republican ທ່ານ Donald Trump ​ ໄດ້ທຳ​ການ ໂຈມ​ຕີ ​ເພື່ອສ້າງ​ຄວາມ​ເສຍ​ຫາຍ ຕໍ່ທ່ານ​ນາງ Hillary Clinton ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ໂດຍ​ກ່າວ​ເຖິງຄູ່​ແຂ່ງ ຈາກ​ພັກ Democrat ​ຂອງ​ທ່ານວ່າ “ອາດ​ຈະ​ເປັນ​ບຸກຄົນ ​ທີ່​ທຸດ ຈະ​ລິດທີ່​ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາກໍ​ເປັນ​ໄດ້” ທີ່​ຈະ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ​ສະຫະລັດ ​ໃນ​ຂະນະ​ທີ່​ທ່ານ​ນາງ Clinton ​ໃນ​ການ​ຕອບໂຕ້ ແບບ​ແຮງ ​ພໍ​ໆກັນ ​ແລະເອີ້ນ​ການ ກ່າວ​ຫາ​ຂອງ​ທ່ານ​ວ່າ “​ເປັນ​ເລື້ອງຂີ້ຕົວະທັງ​ນັ້ນ.”

​ໃນ​ການ​ໂຈມ​ຕີ​ຢ່າງ​ແຮງ​ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາ ​ຕໍ່​ທ່ານ​ນາງ Clinton ນັ້ນ ທ່ານ Trump ກ່າວ​ຫາ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດວ່າ ໄດ້ໃຫ້ການສະໜັບສະໜຸນ​ນະໂຍບາຍ ຕ່າງ ປະ​ເທດສະຫະລັດ ທີ່​ນຳ​ໄປ​ສູ່​ “ການ​ເສຍ​ຊີວິດ ການ​ທຳລາຍ ​ແລະ​ ການ​ກໍ່​ການ​ຮ້າຍ” ​ໃນ​ຂະນະ​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວ​ໜ້າ​ນັກ​ການ​ທູດ​ສູງ​ສຸດ​ຄົນຂອງ​ສະຫະລັດ ​ແຕ່​ປີ 2009 ​ເຖິງ 2013 ​ແລະ​ຫລັງ​ຈາກ​ນັ້ນ ​ກໍ​ໄດ້​ສ້າງ​ຮັ່ງຄູນ​ມີ​ໃຫ້​ແກ່​ທ່ານ​ນາງ​ເອງ ​ໂດຍ​ໄດ້​ຮັບ​ເງິນ​ເປັນຈຳນວນຫຼາຍ​ລ້ານ​ໂດ​ລາ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕ່າງໆ ຫຼັງ​ຈາກ​ທີ່​ທ່ານ​ນາງ​ອອກ​ຈາກ​ຕຳ​ແໜ່​ງ.

ຜູ້ສະໝັກປະທານາທິບໍດີສັງກັດພັກ Democratic ທ່ານນາງ Hillary Clinton ກ່າວຄຳປາໄສໃນ Raleigh, N.C., 22 ມິຖຸນາ, 2016.
ຜູ້ສະໝັກປະທານາທິບໍດີສັງກັດພັກ Democratic ທ່ານນາງ Hillary Clinton ກ່າວຄຳປາໄສໃນ Raleigh, N.C., 22 ມິຖຸນາ, 2016.

ໃນ​ການຖະ​ແຫຼ​ງ ຕໍ່ໜ້າ​ພວກ​ສະໜັບສະໜຸນທີ່​ຮ້ອງ​ເຊຍ ​ຢູ່ນະຄອນ New York ມະຫາ​ເສດຖີອະສັງຫາລິມມະ​ຊັບ​ພັນ​ລ້ານໄດ້​ກ່າວ​ວ່າ ທ່ານ​ນາງ Clinton “​ໄດ້​ເຮັດ​ການ​ເມືອງ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ​ເປັນ​ໂຈນ​ຂະ​ໂມ​ຍ.” ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ ທ່ານ​ໄດ້​ເອີ້ນ​ທ່ານ​ນາງ​ວ່າ “​ເປັນ​ຄົນ​ຂີ້ຕົວະ​ທີ່​ເກັ່ງ​ກາດ​ລະດັບ​ໂລກ.”

ທ່ານ​ໄດ້​ກ່າວ​ວ່າ ທ່ານ​ນາງ Clinton ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈະ​ເປັນ​ປະທານາທິບໍດີ​ແມ່ຍິງ​ ຄົນ​ທຳ​ອິດຂອງ​ສະຫະລັດ​ນັ້ນ “​ໄດ້​ບໍລິຫານ​ງານ​ກະຊວງ​ການ​ຕ່າງປະ​ເທດ ​ແບບ​ກັບ​ເປັນ​ທຸລະ​ກິດເງິນ​ທຶນສ່ວນ​ຕົວ ຊຶ່ງ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ລະບອບການ​ປົກຄອງ​ທີ່​ກົດ​ຂີ່​ຜະ​ເດັດ ການ ​ແລະ​ກຸ່ມ​ອື່ນໆ ອີກ​ຫຼວງຫຼາຍ, ​ເພື່ອແລກປ່ຽນ​ກັບ​ເງິນ.” ທ່ານ​ໄດ້​ກ່າວ​ວ່າ ພວກທີ່​ໃຫ້ ການ​ບໍລິຈາກໃຫ້​ກອງ​ທຶນ​ຂອງທ່ານ Bill, ທ່ານ​ນາງ Hillary ​ແລ​ະນາງ Chelsea Clinton ຈະຂຶ້ນ​ຢູ່​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ນາງໃນ​ຂະນະທີ່ດຳລົງ​ຕຳ​ແໜ່​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ.

ທ່ານ Trump ​ໄດ້​ກ່າວ​ວ່າ ຫຼັງ​ຈາກ​ທີ່​ອອກ​ຈາກ​ຕຳ​ແໜ່​ງ​ແລ້ວ​ ທ່ານ​ນາງ Clinton ​ໄດ້ຮັບ​ເງິນຈຳນວນ​ເກືອບ 21 ລ້ານ​ໂດ​ລາ ​ໃນ​ການ​ກ່າວ​ຄຳ​ປາ​ໄສ ຈາກບັນດາ​ທະນາຄານ​ທັງ ຫຼາຍ​ຂອງ Wall Street ​ແລະ​ພວກ​ທີ່​ຫາ​ຜົນ​ປະ​ໂຫຍ​ດ ​ແລະ​ກັບ​ປະຕິ​ເສດບໍ່​ປະກາດ​ກ່ຽວ ກັບຄຳ​ປາ​ໄສຂອງ​ທ່ານ​ນາງ. ມັນ​ຄ້າຍຄື​ກັນ​ກັບ​ການ​ກ່າວ​ຫາ​ຂອງ​ສະມາຊິກ​ສະພາ​ສູງ ຈາກ​ລັດ Vermont ທ່ານ Bernie Sanders ​ໄດ້​ກ່າວ​ຫາຕໍ່​ທ່ານ​ນາງ Clinton ທີ່​ໄດ້​ແຂ່ງຂັນ​ກັນ​ເປັນເວລາ​ຍາວ​ນານ ​ແລະ​ໃນ​ທີ່​ສຸດ ກໍບໍ່​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ໂຄສະນາ​ຫາ​ສຽງ​ເພື່ອ​ໃຫ້ຖືກ​ເລືອກ​ເປັນ​ຕົວ​ແທນ​ຂອງ​ພັກ Democrat ​ໃນ​ການ​ລົງ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG