ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ຊະນະ 5 ລັດ ແລະ ທ່ານນາງ Clinton ຊະນະ ຢູ່ໃນ 4 ລັດ


ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ແລະທ່ານນາງ Hillary Clinton ຜູ້ສະໝັກ ປະທານາທິບໍດີຂອງພັກເດໂມແຄຣັດ ທີ່ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງຂັ້ນຕົ້ນຂອງສະຫະລັດ ໃນວັນອັງຄານ ວານນີ້.
ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ແລະທ່ານນາງ Hillary Clinton ຜູ້ສະໝັກ ປະທານາທິບໍດີຂອງພັກເດໂມແຄຣັດ ທີ່ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງຂັ້ນຕົ້ນຂອງສະຫະລັດ ໃນວັນອັງຄານ ວານນີ້.

ຜູ້​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump​ ​ໄດ້​ຮັບໄຊຊະນະ​ເພີ້ມຕື່ມ ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນຢູ່​ໃນ 5 ລັດທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ຂອງ​ສະ ຫະລັດ ​ເຮັດ​ໃຫ້​ທ່ານ​ຫຍັບ​ໃກ້​ເຂົ້າ​ໄປ​ສູ່​ການ​ມີ​ຄະ​ແນນ​ສຽງ​ຜູ້ຕາງໜ້າ​ພຽງພໍເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກ.

ທ່ານ Trump​ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍທີ່​ລັດ Connecticut​, Delaware, Mary- land, Pennsylvania ​ແລະລັດ Rhode Island ຊຶ່ງ​ໃນ​ແຕ່ລະ​ລັດ ທ່ານ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍກວ່າ 55 ​ເປີ​ເຊັນ.

​ໃນ​ການ​ຖະ​ແຫລງຕໍ່ພວກ​ສະໜັບສະໜຸນ ​ເມື່ອ​ຄືນ​ແລ້ວນີ້ ທ່ານ Trump​ ​ໄດ້​ປະກາດ​ວ່າ ການ​ແຂ່ງຂັ້ນ ​ໄດ້​ສິ້ນສຸດ​ລົງ​ແລ້ວ ​ແລະ​ເອີ້ນ​ໂຕ​ທ່ານ​ເອງ​ວ່າ ​ເປັນ​ຜູ້​ທີ່ເຊື່ອ​ວ່າ ​ຈະໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ພັກ. ຫຼັງ​ຈາກ​ການ​ປ່ອນ​ບັດ​ໃນ​ວັນ​ອັງຄານວານ​ນີ້​ແລ້ວ ທ່ານ Trump​ ​ໄດ້​ຮັບ​ຄະ​ແນນຜູ້ຕາງໜ້າ 950 ຄະແນນ ຂອງ​ຈຳນວນ​ທີ່ຕ້ອງການ​ທັງ​ໝົດ 1,237​ ຄະ ແນນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ ຊຶ່ງ​ເປັນ​ຈຳນວນທີ່​ຍັງບໍ່ທັນ​ມີ​ການ​ຄ້ຳປະກັນ​ວ່າ ທ່ານ ຈະ​ໄດ້​ຮັບ​ກ່ອນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ເດືອນກໍລະກົດ​ຈະ​ມານີ້.

Trump and Clinton Score Major Victories in Tuesday Primaries
please wait

No media source currently available

0:00 0:02:12 0:00

ຄູ່​ແຂ່ງ​ຂອງ​ທ່ານ ​ສະມາ​ຊິກສະພາ​ສູງ​ຈາກ​ລັດ​ເທັກ​ຊັສ ທ່ານTed Cruz ​ແລະຜູ້​ປົກຄອງ​ລັດ Ohio ທ່ານ John Kasich ຈະ​ບໍ່​ສາມາດ​ໄດ້​ຮັບ​ຈຳນວນ​ຜູ້ຕາງໜ້າ ທີ່​ຕ້ອງການ​ທັງ​ໝົດ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ ຈາກ​ຈຳນວນ​ຜູ້ຕາງໜ້າ​ທີ່ຍັງ​ເຫລືອ​ຢູ່​ໃນ​ເວລາ​ນີ້ ​ແລະ​ພວກ​ທ່ານຈຶ່ງ​ໄດ້​ເພັ່ງ​ເລັງ​ໃສ່ການ​ສະກັດ​ກັ້ນບໍ່​ໃຫ້​ທ່ານ Trump​ ​ໄດ້​ຮັບ​ຄະ​ແນນ​ສຽງ​ພຽງ ພໍ​ແທນ.

​ໃນ​ການ​ແຂ່ງຂັນ​ຂອງ​ພັກ​ເດ​ໂມ​ແຄຣັດນັ້ນ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະ ລັດທ່ານ​ນາງ​ Hillary Clinton ​ໄດ້​ຮັບ​ຄະ​ແນນ​ສຽງ​ເພີ້ມຂຶ້ນ​ເພື່ອ​ໃຫ້​ໄດ້ຮັບ​ການແຕ່ງຕັ້ງ ຈາກ​ພັກ ​ໂດຍ​ໄດ້​ຮັບ​ໄຊຊະນະ​ ຢູ່​ໃນ 4 ລັດ ​ໃນ​ວັນ​ອັງຄານ​ວານນີ້. ສະມາຊິກ​ສະພາ​ສູງ​ຈາກ​ລັດ Vermont ທ່ານ Bernie Sanders ​ໄດ້​ຊະນະ​ແຕ່​ພຽງ​ລັດ​ດຽວ ຄື​ລັດ Rhode Island.

ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ພວມຈະກ່າວຄຳປາໄສ ຕໍ່ພວກສະໜັບສະໜຸນ
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ພວມຈະກ່າວຄຳປາໄສ ຕໍ່ພວກສະໜັບສະໜຸນ

ເວລາ​ນີ້ ທ່ານ​ນາງ Clinton ​ໄດ້​ຮັບ​ຄະ​ແນນ​ສຽ​ງພວກ​ຜູ້ຕາງ​ໜ້າ​ຢູ່ 2,141 ຄະແນນຮວມ ທັງ​ອັນ​ທີ່​ເອີ້ນວ່າຜູ້ຕາງໜ້າ​ພິ​ເສດ​ຫຼື super delegates ທີ່​ປະກອບດ້ວຍ​ເຈົ້າໜ້າ​ທີ່​ຂອງ​ພັກ​ທີ່​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສະໜັບສະໜຸນ​ທ່ານ​ນາງ ຊຶ່ງ​ເຮັດ​ໃຫ້​ທ່ານ​ນາງ Clinton ຍັງ​ຕ້ອງການ​ຄະ​ແນນ​ສຽງ​ຜູ້ຕາງໜ້າ​ຕື່ມ​ອີກ​ແຕ່​ພຽງ 242 ຄະ​ແນນເທົ່າ​ນັ້ນ ຈຶ່ງ​ຈະ​ພຽງພໍ​ສຳລັບ​ການຖືກ​ແຕ່ງຕັ້ງໃຫ້​ເປັນ​ຜູ້​ສະໝັກ​ຂອງພັກ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ພວກ​ສະໜັບສະ​ໜຸນ ​ທີ່​ພາກັນສະ​ແດງຄວາມ​ດີ​ອົກ​ດີ​ໃຈ​ ທີ່​ນະຄອນ Philadelphia ວ່າ ທ່ານ​ນາງ​ຈະ​ທ້ອນ​ໂຮມ​ພັກ​ເດ​ໂມ​ແຄຣັດ​ເຂົ້າ​ເປັນ​ນຶ່ງດຽວ ​ເພື່ອ​ເອົາ​ຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ເດືອນ​ພະຈິກ​ປີນີ້​ແລະ​ສືບຕໍ່​ໃຫ້ການ​ສະໜັບ​ສະ​ໜຸນ​ຢ່າງ​ແຂງຂັນ ຕໍ່​ຄວາມ​ເປັນ​ຫົວກ້າວໜ້າ​ຂອງ​ພັກ​ທີ່​ເຄີຍມີ​ມານັ້ນ.

ທ່ານ Bernie Sanders ພວມຖະແຫຼງຕໍ່ພວກສະໜັບສະໜຸນ.
ທ່ານ Bernie Sanders ພວມຖະແຫຼງຕໍ່ພວກສະໜັບສະໜຸນ.

ສ່ວນ​ທ່ານ Sanders ​ໄດ້​ປະກາດ​ວ່າ ຈະ​ໂຄສະນາ​ຫາ​ສຽງ​ຕໍ່​ໄປ​ຈົນ​ຮອດ​ກອງປ​ະຊຸມ​ໃຫຍ່​ຂອງ​ພັກ. ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ທ່າ​ທີ​ດັ່ງກ່າວໃນ​ແລງ​ວັນ​ອັງຄານ​ວານ​ນີ້​ໂດຍ​ເວົ້າວ່າ ທ່ານ ​ຈະ​ຕໍ່ສູ້​ເພື່ອ​ຍາດ​ເອົາ​ທຸກ​ຜູ້ຕາງໜ້າ ​ເພື່ອ​ຈະ​ມີ​ອິດທິພົນ ​ຕໍ່ການຮ່າງ​ຫົວ​ຂໍ້ ​ໃນການ​ປະຊຸມ​ໃຫຍ່ຂອງ​ພັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG