ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ມີຫວັງ ຈະຊະນະ ການເລືອກຕັ້ງຂັ້ນຕົ້ນ ວັນອັງຄານນີ້


Trump, Clinton Favored in Tuesday's Primaries
please wait

No media source currently available

0:00 0:02:59 0:00

ການທົດສອບທີ່ສຳຄັນບັ້ນຫຼ້າສຸດ ໃນການໂຄສະນາຫາສຽງເລືອກຕັ້ງ ເປັນປະທານາ ທິບໍດີ ສະຫະລັດ ຈະມີຂຶ້ນ ໃນຄໍ່າຄືນວັນອັງຄານມື້ນີ້ ເວລາ 5 ລັດ ທາງພາກຕາເວັນອອກ ສຽງເໜືອ ຂອງສະຫະລັດ ຈັດການເລືອກຕັ້ງຂັ້ນຕົ້ນ ໃນລັດ Connecticut, Delaware, Maryland, Pennsylvania ແລະ Rhode Island. ຜູ້ສະໝັກເປັນປະທານາທິບໍດີ ສອງທ່ານ ທີ່ນຳໜ້າໝູ່ ຈາກພັກຣີພັບບລີກັນ ທ່ານ Donald Trump ແລະ ຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton ປາກົດວ່າ ຢູ່ໃນຖານະທີ່ດີ ທີ່ຈະໄດ້ຮັບຜູ້ແທນ ຕື່ມອີກ ໃນວັນອັງຄານມື້ນີ້ ໂດຍຢຶດໝັ້ນ ຖານະຜູ້ແຂ່ງຂັນ ອັນດັບສູງສຸດ. ຜູ້ສື່ຂ່າວ ວີໂອເອ ແຫ່ງຊາດ Jim Malone ມີລາຍງານຕື່ມ ຈາກນະຄອນຫຼວງ ວໍຊິງຕັນ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ Donald Trump ກຳລັງປະສົບຜົນສຳເລັດຢ່າງໃຫຽ່ ຫຼັງຈາກໄດ້ຮັບໄຊຊະນະ ໃນລັດ ນິວຢອກ.

ດຽວນີ້ ທ່ານ Trump ພວມຂໍຮ້ອງ ພວກທີ່ສະໜັບສະໜູນທ່ານ ໃຫ້ເບິ່ງໄປຂ້າງໜ້າ ແລະ ຈິນຕະນາການເຖິງ ໄຊຊະນະຕຳແໜ່ງຂອງທ່ານ ໃນທຳນຽບຂາວ ໃນເດືອນພະຈິກ ນີ້.

ຢືນອ້ອມຂ້າງໂດຍຄອບຄົວ ແລະ ບັນດາຜູ້ສະໜັບສະໜູນ, ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ງານໂຄສະນາຫາສຽງ ການເລືອກຕັ້ງຂັ້ນຕົ້ນ ໃນລັດ New York ທີ່ນະຄອນ New York City, ວັນທີ 19 ເມສາ 2016.
ຢືນອ້ອມຂ້າງໂດຍຄອບຄົວ ແລະ ບັນດາຜູ້ສະໜັບສະໜູນ, ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ງານໂຄສະນາຫາສຽງ ການເລືອກຕັ້ງຂັ້ນຕົ້ນ ໃນລັດ New York ທີ່ນະຄອນ New York City, ວັນທີ 19 ເມສາ 2016.

ທ່ານ Trump ກ່າວວ່າ “ໃນເວລາ ຂ້າພະເຈົ້າ ປ່ອນບັດລົງຄະແນນສຽງ ໃຫ້ແກ່ ທ່ານ Donald Trump ເພື່ອເປັນປະທານາທິບໍດີ ຂອງສະຫະລັດ ແລະ ໃນເວລາ ທີ່ທ່ານ ໄດ້ຮັບໄຊຊະນະ ບໍ່ດົນຫຼັງຈາກນັ້ນ ປະເທດຂອງພວກເຮົາ ກໍກັບກາຍຄືນມາຍິ່ງໃຫຍ່ ອີກ. ພວກເຮົາເລີ້ມໄດ້ຮັບໄຊຊະນະອີກ ແລະ ຈົ່ງເຊື່ອຂ້າພະເຈົ້າ ພວກເຮົາຈະຊະນະ ຊະນະແລ້ວ ກໍຈະຊະນະອີກ. ຈົ່ງຈື່ໄວ້ວ່າ ເຮັດໃຫ້ອາເມຣິກາ ຍິ່ງໃຫຍ່ອີກ!”

ທ່ານ Trump ຫວັງວ່າ ຈະເອົາຊະນະ ບັນດາຄູ່ແຂ່ງ ອີກຄັ້ງໜຶ່ງໄດ້ ໃນວັນອັງຄານມື້ນີ້ ຢູ່ໃນ 5 ລັດ ທາງພາກຕາເວັນອອກສຽງເໜືອ ບ່ອນທີ່ການຢັ່ງຫາງສຽງ ສະແດງໃຫ້ເຫັນ ວ່າ ທ່ານກຳລັງນຳໜ້າຢູ່.

ຜູ້ສະໝັກແຂ່ງຂັນ ຈາກພັກຣີພັບບລີກັນ ທ່ານ Ted Cruz ກ່າວຖະແຫລງຕໍ່ພວກສະໜັບສະໜູນທີ່ກະຕືລືລົ້ນ ໃນເມືອງ Frederick, ລັດ Maryland, ວັນທີ 21 ເມສາ 2016. (R. Green / VOA)
ຜູ້ສະໝັກແຂ່ງຂັນ ຈາກພັກຣີພັບບລີກັນ ທ່ານ Ted Cruz ກ່າວຖະແຫລງຕໍ່ພວກສະໜັບສະໜູນທີ່ກະຕືລືລົ້ນ ໃນເມືອງ Frederick, ລັດ Maryland, ວັນທີ 21 ເມສາ 2016. (R. Green / VOA)

ແຕ່ ສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ແລະ ຜູ້ປົກຄອງລັດ Ohio ທ່ານ John Kasich ຍັງສືບຕໍ່ສູ້ຊົນ ເພື່ອໃຫ້ໄດ້ຮັບຜູ້ແທນ ໃນການຄາດຫວັງ ທີ່ຈະບໍ່ໃຫ້ ທ່ານ Trump ໄດ້ຮັບ ໄຊຊະນະ ການປ່ອນບັດຄັ້ງທຳອິດ ຢູ່ທີ່ກອງປະຊຸມພັກແຫ່ງຊາດ ເພື່ອຄັດເລືອກເອົາຜູ້ຕາງໜ້າພັກ ຢູ່ທີ່ນະຄອນ Cleveland ໃນເດືອນກໍລະກົດນີ້.

ແລະທ່ານ Cruz ຢືນຢັດວ່າ ທ່ານຈະກາຍເປັນຜູ້ຊະນະເລີດ ຢູ່ໃນ ການແຂ່ງຂັນ ໃນກອງ ປະຊຸມພັກຣີພັບບລີກັນ.

ທ່ານ Cruz ເວົ້າວ່າ “65 ຫາ 70 ເປີເຊັນ ຂອງພັກຣີພັບບລີກັນ ທີ່ຮັບຮູ້ວ່າ ທ່ານ Donald Trump ບໍ່ແມ່ນຜູ້ສະໝັກ ທີ່ດີທີ່ສຸດ ທີ່ຈະໄປຕໍ່ສູ້ໜຶ່ງຕໍ່ໜຶ່ງ ກັບ ທ່ານນາງ Hillary Clinton.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ຜູ້ປົກຄອງລັດ Ohio ທ່ານ John Kasich ກ່າວຖະແຫລງ ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ທີ່ມະຫາວິທະຍາໄລ Hofstra ທີ່ເມືອງ Hempstead ຂອງລັດ New York, ວັນທີ 4 ເມສາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ, ຜູ້ປົກຄອງລັດ Ohio ທ່ານ John Kasich ກ່າວຖະແຫລງ ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ທີ່ມະຫາວິທະຍາໄລ Hofstra ທີ່ເມືອງ Hempstead ຂອງລັດ New York, ວັນທີ 4 ເມສາ 2016.

ທ່ານ John Fortier ນັກວິເຄາະກ່າວວ່າ ທ່ານ Trump ຍັງຄົງ ເປັນຜູ້ທີ່ມີຄວາມຫວັງ ຫຼາຍທີ່ສຸດ ທີ່ຈະໄດ້ຮັບການສະເໜີຊື່ເປັນຕົວແທນຂອງ ພັກຣີພັບບລີກັນ ແຕ່ຈະຕ້ອງ ສືບຕໍ່ເອົາຊະນະການເລືອກຕັ້ງ ເພື່ອຈະໄດ້ຮັບຈຳນວນຜູ້ແທນ ທີ່ຍັງເຫຼືອ ໃຫ້ໄດ້ຫຼາຍ ທີ່ສຸດ ເພື່ອຈະຫລີກລ່ຽງ ການແຂ່ງຂັນ ຢູ່ກອງປະຊຸມໃຫຍ່ຂອງພັກ.

ທ່ານ John Fortier ຈາກສູນກາງນະໂຍບາຍສອງພັກຝ່າຍ ກ່າວວ່າ “ຍັງມີຫຼາຍລັດ ອີກຢູ່ ທີ່ຍັງຄົງນິຍົມຊົມຊອບ ທ່ານ Trump. ແຕ່ກໍບໍ່ເປັນການຮັບປະກັນວ່າ ຈະໄດ້ ຮັບການຖືກ ນຳສະເໜີຊື່. ບໍ່ມີຜູ້ໃດ ຈະໄດ້ຮັບໂດຍປະຣິຍາຍ. ທ່ານ Ted Cruz ບໍ່ ສາມາດທີ່ຈະໄດ້ຮັບ ຈຳນວນຜູ້ແທນ ຕາມການຄິດໄລ່ໄວ້. ສ່ວນທ່ານ John Kasich ກໍບໍ່ສາມາດເຮັດໄດ້ເຊັ່ນ ກັນ. ແຕ່ທ່ານ Donald Trump ອາດຈະເປັນຜູ້ຖືກສະເໜີຊື່ ຢ່າງຈະແຈ້ງ ຫຼື ທ່ານອາດ ຂາດເຂີນຈຳນວນຜູ້ແທນ ແລະ ພວກເຮົາ ຈະຕ້ອງຕັດສິນ ກັນ ຢູ່ທີ່ກອງປະຊຸມໃຫຍ່ ຂອງພັກ.”

ສ່ວນຜູ້ນຳໜ້າ ຈາກພັກເດໂມແຄຣັດ ຄືທ່ານນາງ Hillary Clinton ຜູ້ທີ່ຫາກໍໄດ້ຮັບ ໄຊຊະນະ ຄູ່ແຂ່ງຄື ທ່ານ Bernie Sanders ໃນລັດຂອງທ່ານນາງເອງ ທີ່ New York.

ທ່ານນາງ Clinton ເນັ້ນຢ້ຳເຖິງພັກ ແລະ ການປອງດອງຊາດ ໃນຂະນະທີ່ ທ່ານນາງ ມ້ວນທ້າຍວາລະ ການຖືກສະເໜີຊື່ເປັນຕົວແທນຂອງພັກເດໂມແຄຣັດຢູ່ນີ້.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍພວກສະໜັບສະໜູນ ຂະນະທີ່ ທ່ານນາງ ໄປຮອດການຊຸມນຸມ ໃນຄ່ຳຄືນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ New York ໃນຄຸ້ມເຂດ Manhattan ຂອງນະຄອນ New York City, ວັນທີ 19 ເມສາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍພວກສະໜັບສະໜູນ ຂະນະທີ່ ທ່ານນາງ ໄປຮອດການຊຸມນຸມ ໃນຄ່ຳຄືນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ New York ໃນຄຸ້ມເຂດ Manhattan ຂອງນະຄອນ New York City, ວັນທີ 19 ເມສາ 2016.

ທ່ານນາງ Clinton ກ່າວວ່າ “ໃນລະບົບ ປະຊາທິປະໄຕ ພວກເຮົາບໍ່ຄິດວ່າ ຈະມີຜູ້ໃດ ຢູ່ໃນຄວາມຈິງລ້ວນໆ. ທ່ານຮູ້ແລ້ວ ວ່າພວກເຮົາບໍ່ແມ່ນລະບອບ ຜະເດັດການ. ພວກ ເຮົາ ບໍ່ແມ່ນລະບອບປົກຄອງແບບອຳນາດແຕ່ຜູ້ດຽວ. ພວກເຮົາບໍ່ແມ່ນລະບອບປົກ ຄອງ ທີ່ຖືເອົາພະຜູ້ເປັນເຈົ້າເປັນໃຫຽ່. ພວກເຮົາ ເປັນລະບອບປະຊາທິປະໄຕ ແລະ ພວກເຮົາຈະ ຕ້ອງໄດ້ໂອ້ລົມກັນ ແລະຟັງຊຶ່ງກັນແລະກັນ!”

ເຖິງແມ່ນວ່າ ຈະພາຍແພ້ ຢ່າງຢັບເຢີນກໍຕາມ ໃນລັດ New York ແຕ່ທ່ານ Sanders ກໍໄດ້ປະຕິຍານວ່າ ຈະສູ້ຕໍ່ໄປ ທັງໆທີ່ ບັນດາສະມາຊິກພັກເດໂມແຄຣັດບາງສ່ວນ ຮຽກ ຮ້ອງໃຫ້ທ່ານ ເພີ້ມອາລົມການໂຈມຕີຕໍ່ທ່ານນາງ Clinton ແລະ ທຳງານເພື່ອສ້າງຄວາມ ສາມັກຄີພາຍໃນພັກ.

ທ່ານ Sanders ຍັງຄົງເພັ່ງເລັງໃສ່ ການກໍ່ຕັ້ງການປະຕິວັດທາງການເມືອງ.

ທ່ານ Sanders ກ່າວວ່າ “ໄດ້ມີການຖືວ່າ ພວກເຮົາ ເປັນຜູ້ສະໝັກ ປີກຫຍ່ອຍຊື່ໆ. ແມ່ນແທ້! ແຕ່ແລ້ວ ໃນລະຍະ 11 ເດືອນຜ່ານມານີ້ ພວກເຮົາໄດ້ເດີນທາງມາ ເປັນ ໄລຍະໄກຫຼາຍ.”

ທ່ານນາງ Clinton ແມ່ນຈະໄດ້ຮັບຄວາມນິຍົມອັນສູງສົ່ງ ຢູ່ໃນ 5 ລັດ ທາງພາກຕາເວັນ ອອກສຽງເໜືອ ຂອງສະຫະລັດໃນການລົງຄະແນນສຽງ ໃນວັນອັງຄານມື້ນີ້ ແລະ ໄຊຊະ ນະ ຂອງທ່ານນາງ Clinton ຄົງຈະເພີ້ມຄວາມກົດດັນໃສ່ ທ່ານ Sanders ຫຼາຍຂຶ້ນຕື່ມ ເພື່ອໃຫ້ພິຈາລະນາວ່າ ທ່ານຈະຕໍ່ສູ້ຕໍ່ໄປອີກດົນປານໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG