ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Trump ແລະທ່ານນາງ Clinton ປະທະ ເລື້ອງແຜນການ ຕ້ານຄວາມທຸກຍາກ


ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສ ທີ່ບ່ອນໂຄສະນາຫາສຽງຂອງທ່ານ ທີ່
ມະຫາວິທະຍາໄລ High Point ລັດ North Carolina. (20 ກັນຍາ 2016)
ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສ ທີ່ບ່ອນໂຄສະນາຫາສຽງຂອງທ່ານ ທີ່ ມະຫາວິທະຍາໄລ High Point ລັດ North Carolina. (20 ກັນຍາ 2016)

ຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ທ່ານ Donald Trump ແລະ ທ່ານນາງ Hillary Clinton ກຳລັງ​ປະ​ທະ​ກັນ ​ກ່ຽວ​ກັບ​ວ່າ ຜູ້​ໃດ​ຈະ​ສາມາດ​ຊ່ອຍ​ພວກ​ທີ່​ ມີລາຍ​ໄດ້​ຕ່ຳ ຢູ່​ໃນ​ເຂດ​ເທດ​ສະບາ​ນຕ່າງໆ ​ໄດ້​ດີກ​ວ່າ​ກັນ.

ທ່ານ Trump ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ກ່າວ​ທີ່​ການ​ໂຄສະນາ​ຫາ​ສຽງ​ ໃນ​ແລງວັນ​ອັງ​ຄານ​ຜ່ານ​ມາ ຢູ່ທີ່​ລັດ North Corolina ຊຶ່ງ​ເປັນ​ລັດ​ທີ່ພວມ​ມີ​ການ​ຕໍ່ສູ້ກັນ​ຢ່າງດຸເດືອດ ​ແລະ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ ຕໍ່​ຜູ້ສະໝັກ​ທັງ​ສອງ​ວ່າ “ພວກ​ເຮົາ​ຈະ​ປັບປຸງ​ເຂດ​ເທດສະບານ​ຕ່າງໆ​ຂອງ​ພວກ​ເຮົາ​ຄືນ​ໃໝ່ ຍ້ອນ​ວ່າ ປະຊາ​ຄົມ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟ​ຣິກາ​ແມ່ນ​ແນ່ນອນ​ຂີ້ຮ້າຍທີ່​ສຸດ​ແບບ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ. ບໍ່​ເຄີຍ ບໍ່​ເຄີຍ ບໍ່​ເຄີຍ​ເປັນ​ແບບ​ນີ້ມາ​ກ່ອນ.”

ທ່ານ Trump ມະຫາ​ເສດຖີີ​ພັນ​ລ້ານ​ດ້ານ​ອະສັງຫາລິມມະ​ຊັບ ທີ່​ກຳລັງ​ລົງ​ແຂ່ງຂັນ​ເອົາ ຕຳ​ແໜ່​ງ ​ໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ ເປັນ​ເທື່ອ​ທຳ​ອິດ ກ່າວ​ວ່າ “ທ່ານ​ສາມາດເບິ່ງ​ໄປ​ຍັງ ພາຍໃນ​ເຂດ​ເທດສະບານ​ຕ່າງໆ ​ທ່ານ​ບໍ່​ໄດ້​ຮັບ​ການ​ສຶກສາຫຍັງ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ທ່ານ​ຈະ​ຖືກ​ຍິງ​ເວລາ​ຍ່າງ​ໄປ​ຕາມ​ຫົນທາງ. ສະຖານະ​ການແມ່ນ​ຮ້າຍ​ແຮງ​ລົງ​ນຳ​ທຸກ​ມື້ ສະຖານ​ທີ່​ຕ່າງໆ​ເຊັ່ນ​ວ່າ ​ອັຟກາ​ນິສຖານ ​ແມ່ນ​ຍັງ​ມີຄວາມ​ປອດ​ໄພ​ ກວ່າ​ໃນບາງ​ເຂດ ​ຂອງເທດ​ສະບາ​ນພວກ​ເຮົາ​ອີກ.”

Tight US Election Campaign Has Attention at Home and Abroad
please wait

No media source currently available

0:00 0:02:11 0:00

ການ​ຊັ່ງຊາ​ຕີ​ລາຄາ​ຂອງ​ທ່ານ Trump ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຕາມ​ເຂດເທດສະບານ ​ທີ່ທຸກ​ຍາກຕ່າງໆ​ຂອງ​ປະ​ເທດວ່າ​ເປັນ​ອັນຕະລາຍ​ນັ້ນ​ແມ່ນ​ໄດ້​ຮັບ​ການໂຈມ​ຕີ​ຈາກ​ພວກ​ຕ້ອງ​ຕິ ຜ່ານ​ທາງ​ສື່​ສັງຄົມ​ທີ່​ກ່າວ​ວ່າ ການ​ໃຫ້​ຄວາມ​ເຫັນ​ຂອງ ທ່ານ​ແມ່ນ​ບໍ່​ໄດ້ຄຳນຶງເຖິງ​ປະຫວັດສາດ​ການ​ມີ​ລະບົບຂ້າ​ທາດຂອງ​ປະ​ເທດ​ ມາ​ຈົນຮອດກາງ​ຊຸມ​ປີ 1800 ​ແລະ​ຄຳ​ສັ່ງແບ່ງ​ແຍ​ກ​ເຊື້​ອຊາດ​ຜິວພັນ​ ຂອງ​ລັດຖະບານ ຢູ່​ໃນ​ບາງ​ເຂດ​ຂອງ​ປະ​ເທດ ຊຶ່ງ​ບໍ່​ໄດ້​ມີ​ການ​ຍົກ​ເລີກ​ຈົນ​ຮອດ​ຊຸມ​ປີ 1960.

ການ​ສຳ​ຫຼວດກ່ຽວ​ກັບ​ການ​ເມືອງ​ແຫ່ງ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ຜູ້​ສະ ໝັກ​ເປັນປະທານາທິບໍດີ​ຂອງ​ພັກ​ເດ​ໂມ​ແຄຣັດ​ແລະ​ອະດີດ​ລັດຖະມົນຕີ​ການຕ່າງປະ​ເທດ ​ແມ່ນ​ມີ​ຄະ​ແນນ​ສຽງ​ນຳ​ໜ້າ ​ຢ່າງ​ກວ້າງຂວາງ​ ໃນ​ໝູ່​ພວກ​ມີ​ສິດ​ປ່ອນບັດ ​ຊາວ​ຜິວ​ດຳ ລື່ນ​ທ່ານ Trump.

ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton

ແຕ່​ທ່ານ​ກໍ​ກ່າວ​ວ່າ ​ຫົວ​ເມືອງ​ໃຫຍ່ໆ ນັບ​ເປັນ​ເວລາ​ຫຼາຍ​ປີ​ມາ​ແລ້ວ ​ແມ່ນ​ບໍລິຫານ​ງານ​ໂດຍພວກ​ນັກ​ການ​ເມືອງ​ພັກ​ເດ​ໂມ​ແຄຣັດ ​ແລະ​ຜູ້​ສະໝັກ​ປະທານາທິບໍດີ​ຂອງພັກ​ດັ່ງ ກ່າວບອກ​ປະຊາຊົນ ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ເທດ​ສະບາ​ນຕ່າງໆ​ວ່າ “​ເຂົາ​ເຈົ້າຕ້ອງການ​ຄະ​ແນນ​ສຽງ​ຈາກປະຊາຊົນ ​ແລະ​ເຂົາ​ເຈົ້າກ່າວ​ວ່າ “ພໍ້​ກັນ​ອີກ ​ໃນ​ສີ່​ປີ​ຂ້າງ​ໜ້າ ທ່ານ​ນາງ Hillary Clinton ​ແມ່ນເປັນ​ຕົວຢ່າງ​ອັນ​ນຶ່ງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG