ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ສະແດງທ່າທີ ເລື້ອງພະລັງງານ ໃນການຫາສຽງ ເລືອກຕັ້ງປະທານາທິບໍດີ


ອຸບປະກອນເຄຶ່ອງເຈາະນໍ້າມັນ ທີ່ເຫັນຢູ່ໃນຮູບພາບ ທີ່ເມືອງ Sweetwater ລັດ Texas,
ອຸບປະກອນເຄຶ່ອງເຈາະນໍ້າມັນ ທີ່ເຫັນຢູ່ໃນຮູບພາບ ທີ່ເມືອງ Sweetwater ລັດ Texas,

ທ່ານ Donald Trump ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ຍົກ​ເລີກ​ຂໍ້​ຕົກລົງ​ ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ທີ່​ປາຣີ ​ແລະ​ສືບ​ຕໍ່​ດຳ​ເນີນ​ການ​ຢ່າງ​ແຂງຂັນໃນ​ການ​ພັດທະນາ ພະລັງງານ​ເຊື້ອ​ໄຟ​ ທີ່​ມາ​ຈາກ​ຊາກ​ພືດ​ ແລະ​ສັດ ​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ ​ປະຊຸມ​ນ້ຳມັນ​ທີ່​ລັດ North Dakota.

ທ່ານ​ໄດ້​ກ່າວ​ໂຈມ​ຕີ ທ່າ​ທີ​ຂອງ​ທ່ານ​ນາງ Hillary Clinton ຜູ້​ມີ​ຄະ​ແນນ​ສຽງນຳ​ໜ້າ​ຂອງ ​ພັກ​ເດ​ໂມ​ແຄຣັດ ກ່ຽວ​ກັບ​ນະ​ໂຍບາຍ​ພະລັງງານ ​ໂດຍ​ກ່າວ​ເຖິງ ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ ຫລວງຫລາຍ ລະຫວ່າງ​ບຸກຄົນ​ທັງ​ສອງ ກ່ຽວກັບ​ບັນ ຫາ​ທີ່​ອາດ​ເປັນ​ພາກ​ສ່ວນສຳຄັນ​ໃນ ​ການ​ເລື​ອກຕັ້ງທົ່ວ​ໄປ​ນັ້ນ.

ທ່ານ Trump ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຢູ່​ທີ່​ລັດ ບ່ອນ​ທີ່​ການ​ຜະລິດ​ນ້ຳມັນ ​ແລະ​ແກັສ ​ໄດ້​ເພີ້ມຂຶ້ນ 10 ​ເທົ່າ​ລື່ນ​ທົດ​ສະ​ວັດ​ແລ້ວ ​ໂດຍ​ຊ່ວຍ​ເຮັດ​ໃຫ້​ສະຫະ ລັດ​ກາຍ​ເປັນ​ຜູ້ຜະລິດ ​ນ້ຳມັນ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ​ທີ່​ໃຫຍ່​ທີ່​ສຸດ​ໃນ ​ໂລກ.

ຮູບພາບທີ່ເຫັນໃນວັນທີ 10 ທັນວາ, 2015 ທີ່ນະຄອນປາຣີ ສະແດງໃຫ້ເຫັນຮ່າງຂໍ້ຕົກລົງ COP21 ຂອງສະຫະປະຊາຊາດ ກ່ຽວກັບການປ່ຽແປງດິນຟ້າອາກາດ.
ຮູບພາບທີ່ເຫັນໃນວັນທີ 10 ທັນວາ, 2015 ທີ່ນະຄອນປາຣີ ສະແດງໃຫ້ເຫັນຮ່າງຂໍ້ຕົກລົງ COP21 ຂອງສະຫະປະຊາຊາດ ກ່ຽວກັບການປ່ຽແປງດິນຟ້າອາກາດ.

ອີງ​ຕາມທ່ານ Trump ​ແລ້ວ ການ​ຫັນປ່ຽນ​ນີ້​ໄດ້​ເກີດ​ຂຶ້ນ ທັງໆ​ທີ່​ໄດ້​ມີ​ລະບຽບ​ການ​ໃໝ່​ແລະກາ​ນກີດ​ກັນ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໃຫຍ່. ທ່ານ​ກ່າວ​ວ່າ ປະທາ ນາ​ທິບໍດີ​ບາຣັກ ​ໂອບາ​ມາ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ຍຸ່ງຍາກ​ເພີ້ມຂຶ້ນສຳລັບ​ລັດ North Dakota ​ໃນ​ຂະນະ​ທີ່​ລະບຽບ​ການ​ລາຄາ​ແພງ ​ເຮັ​ດ​ໃຫ້​ເປັນ​ການ​ຍາກ​ຂຶ້ນນຳ​ນັບ ມື້​ທີ່​ຈະ​ໄດ້​ກຳໄລ. ​ແລະ​ພາຍ​ໃຕ້​ທ່ານ​ນາງ Clinton ​ແລ້ວ ທ່ານ​ກ່າວ​ວ່າ ທຸກ​ສິ່ງ​ຢາກ​ຈະ​ຊຸດໂຊມ​ລົງ​ຕື່ມ.

ຜູ້ສະມັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ຜູ້ສະມັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.

ໃນ​ໄລຍະ 100 ມື້ທຳ​ອິດ​ທີ່ຢູ່​ໃນ​ຕຳ​ແໜ່​ງ ທ່ານ Trump ກ່າວ​ວ່າ ທ່ານ​ຈະ​ຍົກ​ເລີກ​ກົດ ​ລະບຽບ​ໃນ​ການ​ຂຸດ​ເຈາະ ​ໂດຍ​ຈະລົ້ມ​ເລີກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ ອາກາດ​ທີ່​ນະຄອນ​ປາຣີ ​ແລະ​ຍຸ​ຕີ​ການ​ຈ່າຍ​ເງິນ​ສະໜັບສະໜຸນ ຕໍ່​ໂຄງການ​ຮັບ​ມື​ກັບ ​ສະພາບ​ອາກາດ​ຮ້ອນ​ເອົ້າຂອງ​ສະຫະ​ປະຊາ​ຊາດ.

ພວກ​ນັກ​ເຄື່ອນໄຫວ​ເພື່ອ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ປະນາມ​ຄຳ​ປາ​ໄສ​ຂອງ​ທ່ານ Trump. ທ່ານ Seth Stein ​ໂຄສົກ​ຂອງ​ສັນນິບາດ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ ບັນດາ​ຜູ້​ ມີສິດ​ປ່ອນ​ບັດ​ກ່າວ​ວ່າ ​ໂດຍ​ພື້ນຖານ​ແລ້ວ ທ່ານ​ໄດ້​ກ່າວ​ໃນສິ່ງ​ໃດທີ່​ອຸດ ສາຫະກຳ​ນ້ຳມັນ ​ແລະ​ແກັສຕ້ອງການ​ຢາກ​ໄດ້​ຍິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Energy
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG