ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ໂຈມຕີສະມາຊິກ ພັກຣີພັບບລິກັນ ທີ່ພາກັນຍອມແພ້ ສຳລັບການໂຄສະນາຫາສຽງຂອງທ່ານ


ຜູ້ຖືກສະເໜີຊື່ໃຫ້ສະໝັກ ເປັນປະທານິບໍດີ ທ່ານ Donald Trump ມາເຖິງເວທີໂຄສະນາຫາສຽງ ທີ່ Wilkes-Barre ລັດ Pennsylvania.
ຜູ້ຖືກສະເໜີຊື່ໃຫ້ສະໝັກ ເປັນປະທານິບໍດີ ທ່ານ Donald Trump ມາເຖິງເວທີໂຄສະນາຫາສຽງ ທີ່ Wilkes-Barre ລັດ Pennsylvania.

ຜູ້ຖືກ​ສະ​ເໜີ​ຊື່ໃຫ້ສະໝັກ​ເປັນ​ປະທານາທິບໍດີຈາກ​ພັກຣີພັບ​ບລິ​ກັນ ທ່ານ Donald Trump ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ອາດ​ຈະ​ດີຂຶ້ນກ​ວ່າ​ເກົ່າ ຖ້າ​ປາດ​ສະ​ຈາກ​ການ​ສະໜັບສະໜູນ​ຂອງພວກທີ່ “​ອ່ອນ​ແອ ​ແລະ​ບໍ່​ມີປະສິດທິຜົນ” ຢູ່​ພາຍ​ໃນພັກ ຮວມ​ທັງປະ ທານ​ສະພາ​ຕໍ່າ ທ່ານ Paul Ryan.

ທ່ານ​ກ່າວ​ຢູ່​ໃນ​ການ​ໃຫ້​ສຳພາດ​ກັບ ​ໂທລະພາບ Fox News ວ່າ​ທ່ານ Ryan ​ແລະ​ບັນດາ​ສະມາຊິກ​ຄົນ​ອຶ່ນໆ​ຂອງ​ສະພາ​ໄດ້​ພາກັນເປັນຄົນ “ບໍ່ດີ” ​ຕໍ່​ທ່ານ ​ແລະ​ບໍ່​ໃຫ້ການ​ສະໜັບສະໜູນ​ການ​ເປັນ​ຜູ້​ສະໝັກຂອງທ່ານ.

Republican Split over Trump Persists as Ryan Pulls Back
please wait

No media source currently available

0:00 0:02:29 0:00

ຖະ​ແຫລ​ງການ​ໄດ້​ເກີດ​ຂຶ້ນ​ຫລາຍ​ມື້​ຫລັງ​ຈາກ​ວີ​ດີ​ໂອ ​ປີ 2005 ​ໄດ້​ປາກົດ​ອອກ​ມາ​ໃນ​ອັນ​ທີ່​ທ່ານ​ໄດ້​ເວົ້າ​ຄຳ​ຫຍາບ​ຄາຍ​ກ່ຽວ​ກັບພວກແມ່ຍິງ ​ແລະ​ຈາກ​ຫລາຍ​ຄົນ​ຂອງສະມາຊິກ​ພັກ ຣີພັບ​ບລິ​ກັນ ທີ່​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໜູນ​ຫລັງ​ທ່ານ Trump.

ຜູ້ສະໝັກະປະທານາທິບໍດີ ທ່ານາງ Hillary Clinton ຕິດຕາມດ້ວຍ ອະດີດຮອງປະທານາທິບໍດີ ທ່ານ Al Gore ຢູ່ເທິ້ເວທີໂູຄສະນາຫາສຽງ.
ຜູ້ສະໝັກະປະທານາທິບໍດີ ທ່ານາງ Hillary Clinton ຕິດຕາມດ້ວຍ ອະດີດຮອງປະທານາທິບໍດີ ທ່ານ Al Gore ຢູ່ເທິ້ເວທີໂູຄສະນາຫາສຽງ.

ທ່ານ Trump ​ໄດ້​ອອກຂ່າວທາງ Twitter​ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ມັນ​ດີ​ຫລາຍ​ທີ່​ສາຍ​ໂສ້​ໄດ້​ປົດອອກ​ຈາກ​ຂ້າພະ​ເຈົ້າ ​ແລະ​ບັດ​ນີ້​ຂ້າພ​ະ​ເຈົ້າຈະ​ສາມາດ​ຕໍ່ສູ້​ໃຫ້​ແກ່​ອາ​ເມຣິກາ​ໃນ​ທາງ​ທີ່​ຂ້າພະ​ເຈົ້າ​ຕ້ອງການ​ເຮັດ.”

​ເວລາ​ນັກ​ຂ່າວ​ປະຈຳ​ລາຍການ ທ່ານ Bill O’Reilly ​ໄດ້​ສະ​ເໜີ​ວ່າ​ຖ້າ​ຫາກ​ຖືກ​ຄັດ​ເລືອກ ທ່ານ Trump ອາດ​ຈະ​ຕ້ອງການ​ທ່ານ Ryan ​ແລະ​ຜູ້ແທນ​ສະພາ​ສູງ ທ່ານ John McCain ຜູ້​ທີ່ຍັງ​ບໍ່ສະ​ເໜີ​ທ່ານ Trump ຜູ້ທີ່​ຖືກ​ສະ​ເໜີ​ສັງກັດ ພັກຣີພັບບລິ​ກັນ​ເນັ້ນ​ໜັກ​ວ່າ “​ເຂົາ​ເຈົ້າ​ຈະ​ໄປທີ່​ນັ້ນ.”

ທ່ານ Trump ຜູ້​ທີ່ເສຍ​ຄະ​ແນນ​ຢັ່ງສຽງ​ໃນ​ໃນ​ເດືອນ​ນີ້ ​ໄດ້​ກ່າວ​ຊໍ້າ​ແລ້ວ​ຊໍ້າ​ອີກ​ປ້ອງ​ກັນໂຕ​ທ່ານເອງ​ວ່າ ຄຳ​ເວົ້າ​ຢູ່​ໃນ​ວີ​ດີ​ໂອ “​ເປັນ​ຄຳ​ເວົ້າ​ຢູ່​ໃນ​ຫ້ອງ​ຜູ້​ຊາຍ” ​ແລະ​ກ່າວ​ຕື່ມ​ອີກ​ວ່າ​ພວກແ​ມ່ຍິງ​ຫລາຍໆ​ຄົນ​ໄດ້​ບອກ​ທ່ານ​ວ່າ ​ເຂົາ​ເຈົ້າ​ເຄີຍໄດ້​ຍິນຄຳ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນອີກ.

ທ່ານ​ກ່າວ​ຕໍ່ ທ່ານ O’Reilly ວ່າ “ຖ້າ​ຫາກ​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ທີ່​ເຮັດ​ໃຫ້​ເສຍ​ການ​ເລືອກ​ຕັ້ງ ມັນ​ກໍຈະ​ເປັນ​ທີ່​ໂສກ​ເສົ້າ​ທີ່​ສຸດ.

ຜູ້ສະໜັບສະໜູນ ທ່ານ Donald Trump ລົບກວນການໂູຄສະນາຫາສຽງ ຂອງທ່ານນາງ Hillary Clinton ແລະອະດິດຮອງປະທານາທິບໍດີ ທ່ານ Al Gore.
ຜູ້ສະໜັບສະໜູນ ທ່ານ Donald Trump ລົບກວນການໂູຄສະນາຫາສຽງ ຂອງທ່ານນາງ Hillary Clinton ແລະອະດິດຮອງປະທານາທິບໍດີ ທ່ານ Al Gore.

ທຳນຽບຂາວ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ປະທານາທິບໍດີ Barack Obama ພົບ​ເຫັນ​ວ່າ​ຄຳ​ເວົ້າ​ຂອງ​ທ່ານ Trump ທີ່ກ່າວການ​ຈັບ​ບາຍ​ພວກ ແມ່ຍິງ “​ເປັນ​ການດູໝິ່ນ” ​ແລະ​ເຫັນ​ວ່າ​ເປັນ​ການ​ລວນລາມ​ທາງ​ເພດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG