ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສົມບັດຂອງ ທ່ານທຣໍາ ເຮັດໃຫ້ຕື່ນຕົກໃຈ


Trump Assets Raise Eyebrows
please wait

No media source currently available

0:00 0:04:22 0:00

ບໍ່​ນານ​ຫລັງ​ຈາກ​ທ່ານ Donald Trump ​ໄດ້​ຖືກ​ເລືອກ​ເປັນ​ປະທານາທິ ບໍດີ ບັນດາ​ນັກວິ​ເຄາະ​ກໍເລີ້ມກວດ​ສອບຢ່າງ​ລະອຽດເບິ່ງ 20 ​ໂຄງການທີ່​ທ່ານ​ວ່າ ທ່ານ​ເປັນ​ເຈົ້າ​ຂອງ​ຢູ່​ນອກ​ສະຫະລັດ. ຫຼາຍ​ຄົນ​ພາກັນ​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ຂັດແຍ້ງດ້ານ​ຜົນ​ປະ​ໂຫຍ​ດ ຂອງ​ຜູ້ນຳ​ຂອງໂລກ​ເສລີ. ກ່ຽວ​ກັບ​ເລື້ອງນີ້ ທ່ານ Donald Trump ​ເອງ​ ໄດ້ກ່າວ​ຜ່ານ​ທາງ Tweeter ວ່າ ທ່ານ​ຈະ​ປະ ກາດ​ແຜນ ​ທີ່​ຈະແຍກ​ໂຕທ່ານ​ ​ອອກ​ຈາກ​ທຸລະ​ກິດ ​ໃນ​ທ້າຍເດືອນ​ນີ້ ​ແລະອົງ​ການຈັດ​ຕັ້ງ​ຂອງ​ທ່ານ ​ໄດ້​ສົ່ງ​ຖະ​ແຫລ​ງການ​ກ່ຽວ​ກັບເລື້ອງດັ່ງກ່າວມາ ຍັງວີ​ໂອ​ເອ. ​ເພື່ອ​ສຶກສາ​ເບິ່ງ ການ​ຈັດການ​ໃນ​ດ້ານທຸລະ​ກິດ ຂອງ​ປະທານາທິບໍດີ ​ໃນ​ອະນາຄົດ​ນັ້ນ ນັກ​ຂ່າວວີ​ໂອເອ Carolyn Presutti ອະທິ​ບາຍໃຫ້​ຮູ້​ກ່ຽວ​ກັບ ບັນຫາ​ຈຳ ນວນ​ນຶ່ງ ຈາກ​ທຸລະ​ກິດ​ເຫລົ່ານັ້ນ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສ​ະ​ເໜີ​ທ່ານ.

ສ່ວນ​ໃຫຍ່ຂອງ​ຊາວ​ອາ​ເມຣິກັນ​ເຫັນ​ພ້ອມ​ນຳ​ກັນ​ວ່າ ບໍ່​ເຄີຍ​ມີ​ປະທານາທິ ບໍດີ ທີ່​ຖືກ​ເລືອກ​ໃໝ່ ຄື​ກັນ​ກັບທ່ານ Donald Trump.

ທ່ານ Donald Trump ປະທານ​າທິບໍດີ​ທີ່ຖື​ກ​ເລືອກ​ໃໝ່ກ່າວ​ວ່າ “ບໍ່​ມີໃຜ​ຮູ້​ວ່າ​ຂ້າພະເຈົ້າ​ເປັນ​ເຈົ້າ​ຂອງ​ຫຍັງ​ແດ່.”

ແຕ່​ວ່າ​ພວກ​ເຮົາ​ເຫັນພຽງ​ນ້ອຍ​ນຶ່ງຢູ່​ໃນ​ບັນດາເອກ​ກະສາ​ນ​ທີ່​ເປີດ​ເຜີຍການ​ເງິນ ຊຶ່ງມີ​ຢູ່​ທັງ​ໝົດ 104 ໜ້າ.

ບັນດາ​ຜູ້​ສະໝັກ​ປະທານາທິບໍດີ ຕ້ອງ​ໄດ້ຍື່ນ​ເອກ​ກະສາ​ນ​ເຫລົ່າ​ນີ້ໃນ​ລະຫວ່າງ​ການ​ໂຄ ສະນາ​ຫາ​ສຽງ. ​ແຕ່​ວ່າ​ຊ່ອງ​ຫວ່າ​ງນ້ອຍ​ນຶ່ງ​ຢູ່​ໃນ​ກົດໝາຍ ​ບໍ່ໄດ້​ບັງຄັບ​ໃຫ້​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ​ຍື່ນ​ເອກ​ກະສາ​ນ​ເພື່ອ​ລາຍ​ງານ​ຕື່ມຈົນ​ຮອດ ປີ 2018. ​ແລະ​ໂດຍ​ປາດ​ສະ​ຈາກ​ລາຍງານ​ການ​ເສຍ​ພາສີ ຊຶ່ງ​ທ່ານ Donald Trump ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີ​ຍນັ້ນ ​ຂໍ້​ມູນເຫລົ່ານີ້ຈຶ່ງ​ເປັນ​ຂໍ້​ມູນ​ທົ່ວ​ໄປ.

ທ່ານ Ken Gross ​ອະດີດ​ທີ່​ປຶກສາກຳມາ​ທິການການ​ເລືອກ​ຕັ້ງຂອງ​ລັດຖະ ບານ​ກາງ ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ການ​ຮັບ​ມື​ທີ່​ດີ ກ່ຽວ​ກັບ​ວ່າ ​ມີ​ຫຍັງ​ຢູ່​ນັ້ນ.”

ຊັບ​ສິນຂອງ​ທ່ານ Trump ​ແມ່ນ​ເລີ້ມ​ແຕ່ສາທາ​ລະນະ​ລັດ​ໂດ​ມີ​ນິກັນ ​ໄປ​ຫາ​ອິນ​ເດຍ ​ແລະ​ອິນ​ໂດ​ເນ​ເຊຍ ​ແລະ​ໄປກວ່າ​ນັ້ນອີກ.

ມັນບໍ່​ມີ​ບັນຫາເລີຍ​ສຳລັບ​ມະຫາ​ເສດຖີອະສັງຫາລິ​ມາ​ຊັບທີ່​ປະສົບ​ຄວາມ​ສຳ​ເລັດ. ​ແຕ່​ວ່າ​ມັນ​ເປັນ​ບັນຊັບ​ຊ້ອນ ​ສຳລັບ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ນັ້ນຄື​ຄວາມ ​ເຫັນ​ຂອງ​ທ່ານ Ken Gross ທີ່ໃຫ້​ຄຳ​ແນະນຳ​ແກ່​ລູກ​ຄ້າ​ ທີ່ເປັນ​ນັກ​ການ​ເມືືອງ​ກ່ຽວ​ກັບ​ເລື້ອງຈັນ​ຍາ​ບັນ.

ທ່ານ Gross ກ່າວວ່າ “​ໃນ​ການ​ສ້າງສາ​ ບັນດາ​ຕຶກ​ເຫລົ່າ​ນີ້ ທ່ານອາດ​ຕ້ອງ ການ​ໃບ​ອະນຸຍາດຫລື​ທາງ​ຜ່ານຫລື​ອະນຸຍາດ​ໃຫ້​ສ້າງ​ຕຶກ​ທີ່ໃຫຍ່ກວ່າ​ເກົ່າ​ແລະ ດີ​ກວ່າເກົ່າ. ບັດ​ນີ້​ ທ່ານ​ເວົ້າ​ເຖິງ​ຄວາມ​ສັບສົນ​ຫຍຸ້ງຍາກ​ກັບ​ລັດຖະບານ.”

ທ່ານ Trump ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ຈະ​ບໍ່​ໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງ ​ແຕ່​ວ່າ​ຈະເຮັດ​ຢ່າງ​ໃດ​ນັ້ນ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ. ນີ້​ແມ່ນ​ອັນ​ທີ່ອົງການ​ຈັດຕັ້ງ​ທ່ານ Trump ​ໄດ້​ສົ່ງ​ມາ​ໃຫ້ວີ​ໂອ​ເອ.

ອົງການ​ຈັດ​ຕັ້ງຂອງ​ທ່ານ Trump ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ຢູ່​ໃນ​ຂັ້ນຕອນ​ການ​ກວດກາ​ຢ່າງ​ລະອຽດ​ ເບິ່ງ​ໂຄງ​ຮ່າງ​ຕ່າງໆ​ ໂດຍມີ​ເປົ້າ​ໝາຍ ​ໃນ​ການ​ໂອນ​ທັນທີ​ຂອງອົງການ​ການ​ບໍລິຫານ​ການ ຂອງທ່ານ Trump ​ແລະບັນທຶກ​ທຸລະ​ກິດ​ ໃຫ້ທ່ານ Donald Jr., ນາງ Ivanka ​ແລະ Eric Trump ພ້ອມ​ດ້ວຍທີ​ມງານ​ທີ່​ມີ​ຄວາ​ມຊ່ຽວຊານສູງ​ ໃນດ້ານ​ບໍລິຫານ​. ນີ້​ແມ່ນ​ບູລິ​ມະ​ສິດ​ທີ່​ສຳຄັນ​ສຸດ​ ຂອງ​ອົງ​ການຈັດ​ຕັ້ງແລະໂຄງຮ່າງ ຊຶ່ງ​ໃນ​ທີ່​ສຸດຈະເລືອກ​ເອົາ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ທຸກໆ ​ກົດ​ແລະ​ຂໍ້ລະບຽບ​ທີ່​ມີ​ຢູ່.”

ທ່ານ Donald Trump ​ໄດ້ກ່າວ​ຜ່ານ​ທາງ Tweeter ວ່າ ທ່ານ ​ແລະ​ພວກ​ລູກໆ​ຈະ​ພາກັນ​ເປີດ​ເຜິ​ຍ​ແຜນດັ່ງກ່າວ​ໃນ​ວັນ​ທີ 15 ​ເດືອນ​ທັນວາຈະ​ມາ​ເຖິງ​ນີ້ ​ເພື່ອ​ໃຫ້​ທ່ານລາ​ອອກ​ຈາກ​ການ​ປະຕິບັດ​ທຸລະ​ກິດຂອງ​ທ່ານ​ທັງ​ໝົ​ດ. ​ແຕ່ທ່ານ James Thurber ​ຈາກ​ມະຫາວິທະ​ຍາ​ໄລ​ອາ​ເມຣິກັນກ່າວ​ວ່າ ​ນັ້ນ​ແມ່ນ​ຍັງ​ບໍ່​ໄປ​ໄກ​ພໍ.

ທ່ານ Thurber ກ່າວ​ວ່າ “ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ໄດ້ເປັນ​ຫົວໜ້າ​ຈັນ​ຍາ​ບັນ ຂ້າພະ​ເຈົ້າ​ຈະແຍກ​ອອກ​ຈາກ​ກັນ​ໂດຍ​ທັງ​ໝົ​ດ ຫົວໜ້າ​ຜູ້​ບໍລິຫານ ​ແລະສະພາ​ອຳນວຍ ການ​ໃໝ່ ​ໂດຍ​ບໍ່​ໃຫ້​ມີສະມາຊິກ​ໃນ​ຄອບຄົວ ​ບໍລິຫານ​ຊັບສິນຂອງ​ທ່ານ Trump ​ແລະບັນດາ​ການຈັດ​ຕັ້ງຢູ່​ໃນ​ທົ່ວໂລກ.”

ທ່ານ Thurber ກ່າວ​ວ່າ “ການເປີດ​ເຜີຍ​ການ​ເງິນ​ຂອງ​ທ່ານ Trump ສະ​ແດງ​ໃຫ້​ເຫັນ​ລາຍ​ໄດ້ ​ຢູ່​ໃນ Azerbaijan ຈຳນວນ 2 ລ້ານ 8 ​ແສນ​ໃນໄລຍະສອງ​ປີຜ່ານ​ມາ ທີ່​ພົວພັນ​ກັບ​ໂຮ​ງ​ແຮມ Baku ​ຊຶ່ງ​ເປັນ​ຕຶກ​ສູງມີ​ຢູ່ 33 ຊັ້ນທີ່​ຍັງ​ບໍ່​ທັນ​ເປີດ​ເທື່ອ.

ລູກ​ສາວຂອງ​ທ່ານ Donald Trump ນາງ Ivanka ​ໄດ້​ລົງ​ຮູບ​ພາບ ​ທີ່​ນາງ​ດູ​ແລການ​ກໍ່ ສ້າງ. ​ແຕ່​ວ່າ​ໂຮງ​ແຮມ​ນີ້ເປັນ​ເຈົ້າ​ຂອງ​ໂດຍ​ລູກເລີຍ​ຂອງ​ລັດຖະມົນຕີ​ຂົນ​ສົ່ງ Azerbaijan ຢູ່​ໃນ​ປະ​ເທດທີ່ອົງການ Freedom House ​ໃຫ້ຄະ​ແນນ​ຕໍ່​າທີ່​ສຸດ ກ່ຽວ​ກັບ​ສິດທິດ້ານ​ການ​ເມືອງ ​ໂດຍ​ອ້າງ​ວ່າ ​ມີ​ການ​ຮັບ​ສິນ​ບົນ ​ແລະການ​ສໍ້​ລາດ​ບັງ​ຫລວງ.

ທ່ານ Thurber ກ່າວ​ວ່າ “ບັນດາ​ຜູ້ນຳ Azerbaijan ບໍ່​ວ່າ​ມາດ​ຕະການໃດໆ​ກໍ​ຕາມ ​ແມ່ນ​ຂ້ອນ​ຂ້າງ​ສໍ້​ລາດ​ບັງ​ຫຼວງ. ຖ້າ​ຫາກ​ທ່ານ​ເຮັດທຸລະ​ກິດ​ກັບ​ບັນດາ​ປະ​ເທດ​ສໍ້​ລາດ​ບັງຫລວງ ບາງ​ຄັ້ງ​ທ່ານກໍ​ພົວ​ພັນ​ນໍາ."

ອົງການ​ຈັດ​ຕັ້ງ​ຂອງທ່ານ Trump ຍັງກ່າວ​ວ່າ ຕົນ​ມີ​ແຜນ​ກໍ່ສ້າງຫຼາຍເຖິງ 30 ​ໂຮງ​ແຮມ​ຢູ່​ປະ​ເທດ​ຈີນ ​ໃນ​ຂະນະ​ທີ່​ອົງການ​ດັ່ງກ່າວ​ມີ​ຊັບ​ສິນ​ຫຼາຍທີ່​ສຸດ​ຢູ່​ເກາະ Manhattan ​ສ່ວນ​ນຶ່ງ​ແມ່ນໄດ້​ຮັບ​ການ​ສະໜັບສະໜຸນ​ທາງ​ດ້ານການ​ເງິນຈາກ​ ​ທະນາຄານ​ຈີນ ທີ່​ລັດຖະ ບານ​ເປັນ​ເຈົ້າຂອງ.

ທ່ານ Robert Daly ຫົວໜ້າສະ​ຖາ​ບັນ Kissinger ກ່ຽວ​ກັບ​ຈີນກ່າວ​ວ່າ “ນີ້ແມ່ນ​ປະ​ເທດ​ນຶ່ງດຽວ​ທີ່​ມີ​ຄວາມ​ສາມາດ​ທີ່​ຈະແຂ່ງຂັນ ​ແລະ​ຄວບຄຸມສະຫະລັດ ​ໃນ​ຖານະທີ່​ເປັນ​ປະ​ເທດ​ສຳຄັນ​ຢູ່​ໃນ​ໂລກ."

ບັນດາ​ນັກວິ​ເຄາະ​ຈຳນວນ​ນຶ່ງ ​ຕັ້ງຄຳຖາມ​ວ່່າ ມັນ​ແມ່ນ “ທຸລະ​ກິດ​ຂອງ​ທ່ານ Trump ຫລື “ປະທານາທິບໍດີ Trump” ​ທີ່​ຈະ​ເຈລະ​ຈາ​ກັບ​ຈີນ. ທ່ານ Scott Amey ຢູ່​ກັບ​ໂຄງການດູ​ແລວຽກ​ງານ​ຂອງລັດຖະບານ.

ທ່າ​ນ Amey ກ່າວ​ວ່າ ”ພວກ​ເຮົາ​ຕ້ອງ​ຄໍ້າປະກັນ​ວ່າ ​ຂໍ້​ຕົກລົງ​ໃດໆ​ທີ່​ມີ​ການ​ບັນລຸ​ກັນ ຂໍ້ ຕົກລົງ ​ການ​ຄ້າ ນະ​ໂຍບາຍ​ຕ່າງ​ປະ​ເທດ ການ​ປະຕິບັດ​ງານທຸກ​ສິ່ງ​ຢ່າງ​ທີ່​ເຮົາ​ຕັດສິນ​ໃຈທີ່​ຈະ​ເຮັດ​ຢູ່​ຕ່າງປະ​ເທດນັ້ນ ​ມັນ​ຢູ່ສູງ​ເກີນ​ໄປ​ກວ່າການ​ຕ້ອງ​ຕິ."

ທ່ານ Trump ປະທາ​ນາ​ບໍດີ ທີ່​ຖືກ​ເລືອກ​ໃໝ່ ກ່າວ​ວ່າ “ຂ້າພະ​ເຈົ້າ​ຈະ​ບໍ່​ມັກ​ຈີນ​ໄດ້​ຢ່າງ​ໃດ ​ເຂົາ​ເຈົ້າຈ່າຍ​ເງິນ​ໃຫ້​ຂ້າພ​ະ​ເຈົ້າ​ຢ່າງ​ຫລວງຫລາຍ.”

ລັດຖະທຳ​ມະນູນ​ສະຫະລັດ​ບົ່ງ​ໄວ້​ວ່າ ບໍ່​ມີ​ເຈົ້​າໜ້າ​ທີ່​ໆຢູ່​ໃນ​ຕຳ​ແໜ່​ງຄົນ​ໃດ ສາມາດ​ຮັບ​ເງິນ​ຈາກ​ລັດຖະບານ​ຕ່າງປະ​ເທດໄດ້.

ສະມາຊິກ​ສະພາ​ສູງລັດ ຈາກ​ລັດ Maryland ທ່ານ Ben Cardin ກ່າວ​ວ່າ ທ່ານ Trump ຈະ​ລະ​ເມີດ​ເລື້ອງ​ດັ່ງກ່າວ ຖ້າ​ຫາກ​ທ່ານບໍ່ແຍກ​ໂຕຂອງ​ທ່ານ​ໃຫ້ຫ່າງອອກຈາກ​ຊັບ​ສິນ​ຂອງ​ທ່ານ​ໂດຍ​ທັງ​ໝົດ.

ສະມາຊິກ​ສະພາ​ສູງ Cardin ກ່າວ​ວ່າ “ທ່ານ​ຈະ​ບໍ່​ສາມາດ​ສ້າງ​ຄວາມ​ໝັ້ນ​ໃຈ ​ໃຫ້​ແກ່​ສາທາລະນະ​ຊົນ​ໄດ້​ວ່າ ​ບໍ່ໄດ້ມີການ​ປະຕິ​ບັດ​ແບບພິ​ເສດ​ໃດໆ​ຕໍ່​ທຸລະ​ກິດຂອງທ່ານ.”

ນີ້​ແມ່ນ​ເທື່ອທຳ​ອິດ​ທີ່​ນັກທຸລະກິດ​ຄົນ​ນຶ່ງ ມີມະຫາ​ອານາຈັກອະສັງຫາລິມະ​ສັບ ຢ່າງ​ກວ້າງ
ຂວາງທີ່​ຈະ​ຮ້ອງ​ທຳນຽບຂາ​ວວ່າ​ເປັນ​ບ້ານ​ເຮືອນ. ​ໃນ​ຂະນະ​ທີ່​ອາດ​ຈະ​ມີ​ການ​ທ້າ​ທາຍ ​ແຕ່ບາ​ງຄົນ​ເວົ້າ​ວ່າ ​ເບື້ອງ​ຫລັງທາງທຸລະ​ກິດ​ຂອງທ່ານ Trump ປະທານາທິບໍດີ​ທີ່​ຖືກ​ເລື​ອກ​ໃໝ່ ຈະ​ເປັນ​ຜົນດີ​ແກ່​ປະ​ເທດຊາດ.

XS
SM
MD
LG