ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມດຶງດູດໃຈ ຂອງທ່ານ Trump ແມ່ນພິສູດ ວ່າ ມີອິດທິພົນ ຕໍ່ພວກມີສິດປ່ອນບັດ ທີ່ບໍ່ພໍໃຈ


Trump's Appeal Proves Potent with Angry Voters
please wait

No media source currently available

0:00 0:02:33 0:00

ເຊີນຊົມ ວີດີໂອ ລາຍງານ ກ່ຽວກັບເລື່ອງນີ້

ການແຂ່ງຂັນ ເພື່ອທີ່ຈະໄດ້ເປັນຕົວແທນ ລົງສະໝັກເອົາຕຳແໜ່ງ
ປະທານາທິບໍດີ ຂອງພັກຣີພັລບລີກັນ ໄດ້ກ້າວເຂົ້າສູ່ລະຍະທີ່ສຳ
ຄັນ ໃນຂະນະທີ່ ຜູ້ທີ່ມີຄະແນນນຳໜ້າ ຄືທ່ານ Donald Trump
ແມ່ນຫຍັບໃກ້ເຂົ້າມາ ທີ່ທ່ານຈະໄດ້ຖືກສະເໜີຊື່ຢ່າງແນ່ນອນ ໃຫ້
ເປັນຕົວແທນຂອງພັກ ເພື່ອລົງແຂ່ງເອົາຕຳແໜ່ງປະທານາທິບໍດີ.
ພວກຄູ່ແຂ່ງຂອງທ່ານ Trump ແມ່ນໃກ້ຈະໝົດເວລາແລ້ວ ເພື່ອ
ຈະເຮັດໃຫ້ທ່າແຮງ ຂອງທ່ານຊ້າລົງໄດ້ ໃນປີທີ່ ບັນດາຜູ້ມີສິດ
ປ່ອນບັດ ພັກຣີພັບບລີກັນ ປາກົດວ່າ ຈະນິຍົມນັກການເມືອງທີ່ຢູ່
ນອກພັກ ຫຼາຍກວ່າ ພວກຜູ້ສະໝັກລົງແຂ່ງຂັນໃດໆ ທີ່ຢູ່ໃນຖັນ
ແຖວການຈັດຕັ້ງຂອງພັກ. Jim Malone ຜູ້ສື່ຂ່າວແຫ່ງຊາດ ຂອງ
ວີໂອເອ ມີລາຍງານ ກ່ຽວກັບປາກົດການຂອງທ່ານ Trump ຈາກ
ວໍຊິງຕັນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະ ອຽດ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.


ທ່ານ Donald Trump ຍັງສືບຕໍ່ເປັນຜູ້ຄອບງຳ ການແຂ່ງຂັນ ເພື່ອທີ່ຈະໄດ້ເປັນຕົວແທນ
ຂອງພັກຣີພັບບລີກັນ ໃນການລົງສະໝັກເອົາ ຕຳແໜ່ງປະທານາທິບໍດີສະຫະລັດ.

ແຕ່ ທ່ານ Trump ແມ່ນຈະບໍ່ສ່ຽງເລີຍ ໃນການເລືອກຕັ້ງຂັ້ນຕົ້ນ ທີ່ຫາກໍມີຂຶ້ນນັ້ນ.

ທ່ານ Trump ເວົ້າວ່າ “ພວກທ່ານຕ້ອງອອກມາ ແລະ ໃຊ້ສິດອອກ ສຽງ!”

ໄຊຊະນະ ໃນບໍ່ເທົ່າໃດ ອາທິດຂ້າງໜ້ານີ້ ເບິ່ງຄືວ່າ ຈະເຮັດໃຫ້ ການສະເໜີຊື່ ເປັນຕົວ
ແທນຂອງພັກຣີພັບບລີກັນ ນັ້ນ ແມ່ນຢູ່ໃນກຳມື ຂອງ ທ່ານ Donald Trump.

US Primaries
please wait
Embed

No media source currently available

0:00 0:02:18 0:00

ທ່ານ Trump ເວົ້າວ່າ “ບໍ່ວ່າ ແມ່ນຫຍັງຈະເກີດຂຶ້ນ ກໍຕາມ, ບໍ່ວ່າ ທ່ານຈະເຮັດຫຍັງ
ກໍຕາມ. ຖ້າທ່ານຖືກຫວ່າງງານ ໃນວັນອັງຄານນີ້ ຂ້າພະເຈົ້າ ຍັງຢາກໃຫ້ທ່ານ ລົງຄະ
ແນນສຽງ. ຂ້າພະເຈົ້າ ຈະຫາວຽກໃໝ່ ໃຫ້ທ່ານ ບໍ່ຕ້ອງເປັນຫ່ວງກ່ຽວກັບເລື້ອງນີ້.”

ການເວົ້າຈາກົງໄປກົງມາ ຂອງທ່ານ Trump ດຶງດູດຈິດໃຈ ຂອງພວກສະໜັບສະໜຸນ
ຈາກລັດ New Hampshire ຈົນຮອດ ລັດ South Carolina ແລະ ກວ້າງໄກ ໄປກວ່ານັ້ນ.

ຜູ້ມີສິດອອກສຽງທ່ານນຶ່ງ ຈາກລັດ New Hampshire ເວົ້າວ່າ “ທ່ານ Trump ຢາກເຮັດ
ໃຫ້ ອາເມຣິກາ ຍິ່ງໃຫຍ່ຄືນອີກ ເທື່ອນຶ່ງ ແລະ ອັນນັ້ນ ເປັນສິ່ງທີ່ພວກເຮົາຕ້ອງການ.”

ຜູ້ມີສິດອອກສຽງອີກທ່ານນຶ່ງ ຈາກລັດ South Carolina ເວົ້າວ່າ “ທ່ານ Trump ອາດ
ຈະບໍ່ໄດ້ເຮັດ ເຄິ່ງນຶ່ງຂອງມັນ ແຕ່ຄວາມແທ້ຈິງແລ້ວ ກໍແມ່ນວ່າ ພຽງແຕ່ທ່ານໄດ້ກ່າວ
ຈັ່ງຊັ້ນ ແລະ ພະຍາຍາມເຮັດມັນ ກໍຖືກໃຈສຳລັບຂ້ອຍແລ້ວ.”

ແຕ່ທ່ານ Trump ກໍມີຜູ້ທີ່ຖ້າຕິ ຢ່າງຫຼວງຫຼາຍເຊັ່ນກັນ ລວມທັງ ພວກປະທ້ວງ ທີ່ມອງເຫັນ
ທ່ານ Trump ເປັນຜູ້ຂົ່ມເຫັງຄົນອື່ນ, ຕໍ່ຕ້ານອົບພະຍົບ ແລະ ບໍ່ໃຫ້ຄວາມສຳຄັນຕໍ່ບັນຫາ
ກ່ຽວກັບຜິວພັນ.

ນັກວິເຄາະ Henry Olsen ກ່າວວ່າ ທ່ານ Trump ໄດ້ເຈາະລົງເລີກເຂົ້າໄປ ໃນຄວາມ
ຜິດຫວັງ ແລະ ຄວາມໂກດແຄ້ນ ຂອງຜູ້ມີສິດອອກສຽງ.

US Republican
please wait
Embed

No media source currently available

0:00 0:01:42 0:00

ທ່ານ Olsen ເວົ້າວ່າ “ພວກຄົນເຫຼົ່ານີ້ ຜູ້ທີ່ລົງຄະແນນສຽງໃຫ້ທ່ານ Trump ແມ່ນບໍ່
ໄດ້ຖືກຄຳນຶງເຖິງ ຢູ່ໃນຫົວຄິດ ຂອງພວກເຂົາເຈົ້າ ໂດຍພັກໃຫຍ່ທັງສອງພັກ ເປັນ
ເວລາ 15 ຫາ 20 ປີ ຜ່ານມາ ແລະ ພວກເຂົາເຈົ້າ ມອງເຫັນຄົນຜູ້ນຶ່ງ ທີ່ກ່າວໃນທີ່ສຸດ
ວ່າ ‘ຂ້າພະເຈົ້າ ຢູ່ຝ່າຍດຽວກັນກັບທ່ານ’ ແລະ ພວກເຂົາເຈົ້າ ກໍບໍ່ຈຳເປັນ ທີ່ຈະຕ້ອງ
ເປັນຜູ້ສະໜັບສະໜູນພັກຣີພັບບລີກັນແທ້ຈິງ, ພວກເຂົາເຈົ້າ ບໍ່ແມ່ນສະມາຊິກ ຂອງ
ກຸ່ມ Tea Party, ພວກເຂົາເຈົ້າ ບໍ່ແມ່ນພວກຂວາຈັດ. ຖ້າອັນໃດອັນນຶ່ງ ພວກເຂົາເຈົ້າ
ອາດຈະແມ່ນເປັນ ພວກອະນຸລັກນິຍົມ ໂດຍບັງເອີນ.”


ການກ້າວຂຶ້ນມາມີບົດບາດ ຂອງທ່ານ Trump ໄດ້ກໍ່ໃຫ້ເກີດ ຜົນສະທ້ອນຖອຍຫລັງ ທີ່
ຮຸນແຮງ ຈາກການຈັດຕັ້ງຂອງພັກຣີພັບບລີກັນ ລວມທັງ ທ່ານ Mitt Romney ຕົວແທນ
ຂອງພັກ ຜູ້ຖືກສະເໜີຊື່ ໃຫ້ແຂ່ງເອົາຕຳແໜ່ງປະທານາທິບໍດີ ເມື່ອປີ 2012.

ທ່ານ Romney ເວົ້າວ່າ “ທ່ານ Donald Trump ກ່າວວ່າ ທ່ານມັກທ່ານ Vladimir
Putin ແລະ ໃນເວລາດຽວກັນ ທ່ານໄດ້ເອີ້ນທ່ານ George W. Bush ວ່າເປັນຄົນ
ຂີ້ຕົວະ. ອັນນັ້ນ ແມ່ນເປັນຕົວຢ່າງຂອງການບິດເບືອນ “ທີ່ວ່າຜີມານຊະນະຄົນດີ.”

ແຕ່ ມາເຖິງເວລານີ້ ທ່ານ Trump ແມ່ນໄດ້ຮັບຄວາມນິຍົມຫຼາຍກວ່າ ພວກຄູ່ແຂ່ງຂອງ
ທ່ານ ໃນການໂຕ້ວາທີ ທີ່ຜ່ານມາ ລວມທັງ ສະມາຊິກສະພາສູງ ທ່ານ Marco Rubio.

ທ່ານ Rubio ເວົ້າວ່າ “ສອງສ່ວນສາມ ຂອງພວກຄົນ ຜູ້ທີ່ໄດ້ລົງຄະ ແນນສຽງ ໃນການ
ເລືອກຕັ້ງ ຂັ້ນຕົ້ນຂອງພັກຣີພັບບລີກັນ ຫຼື ກອງປະຊຸມພັກ ໄດ້ປ່ອນບັດຕໍ່ຕ້ານທ່ານ Trump.
ພວກເຂົາເຈົ້າ ບໍ່ຢາກໃຫ້ທ່ານ ເປັນຕົວແທນຂອງພັກພວກເຮົາ.

ທ່ານ Trump ເວົ້າວ່າ “ຊາຍຜູ້ນ້ອຍຄົນນີ້ ໄດ້ຕົວະ ຫຼາຍເທື່ອ ກ່ຽວກັບປະຫວັດ ຂອງ
ຂ້າພະເຈົ້າ. ລາວ ໄດ້ຕົວະຫຼາຍໆຄັ້ງແລ້ວ.”

ທ່ານ John Fortier ຈາກສູນກາງ ນະໂຍບາຍສອງຝ່າຍ ກ່າວວ່າ ພວກຄູ່ແຂ່ງຂອງທ່ານ
Trump ກຳລັງໝົດເວລາ ທີ່ຈະຢຸດຢັ້ງ ຜູ້ກ່ຽວໄດ້.

ທ່ານ Fortier ເວົ້າວ່າ “ທ່ານ Donald Trump ເປັນຜູ້ນຳທີ່ເຂັ້ມ ແຂງ ແລະ ຈະເປັນ
ໄປໄດ້ວ່າ ຈະຖືກສະເໜີຊື່ເປັນຕົວແທນຂອງພັກຣີພັບບລີກັນ. ໃນຂະນະນີ້ ມີຄວາມ
ພະຍາຍາມ ເກີດຂຶ້ນ ຈາກກຸ່ມພາຍນອກ ແລະ ບັນດາຜູ້ສະໝັກ ໃນການແຂ່ງຂັນ ທີ່
ກຳລັງຈະຢຸດຢັ້ງ ທ່ານ Trump ແຕ່ວ່າ ຄວາມພະຍາຍາມນັ້ນ ເບິ່ງຄືວ່າ ມັນຊ້າເກີນ
ໄປແລ້ວ.”


ການເລືອກຕັ້ງຂັ້ນຕົ້ນ ໃນວັນທີ 15 ມີນາ ນີ້ ຢູ່ໃນລັດ Florida ແລະ Ohio ປະກົດໃຫ້
ເຫັນເປັນລາງໆ ຄືວ່າ ມັນອາດເປັນໂອກາດສຸດທ້າຍ ສຳລັບພວກຄູ່ແຂ່ງຂອງທ່ານ
Trump ທີ່ຈະເຮັດໃຫ້ການເດີນໜ້າທີ່ຈະຖືກສະເໜີຊື່ຂອງທ່ານ Trump ນັ້ນ ຕົກໄປ.

XS
SM
MD
LG