ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ໄດ້ຮັບ ໄຊຊະນະ ຄັ້ງໃຫຍ່ ໃນການເລືອກຕັ້ງ Super Tuesday


Trump, Clinton Move Closer to Nominations with Big Super Tuesday Wins
please wait

No media source currently available

0:00 0:02:50 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ທ່ານ Donald Trump ຈາກ ພັກຣີພັບບລີກັນ ແລະ ທ່ານນາງ Hilary Clinton ໄດ້ຮັບໄຊຊະນະຄັ້ງໃຫຍ່ໃນການເລືອກຕັ້ງຂັ້ນ ຕົ້ນ Super Tuesday ໃນວັນອັງຄານວານນີ້ ແລະ ການປະຊຸມ ເລືອກຕັ້ງທີ່ໄດ້ມີ​ຂຶ້ນ​ໃນ 10 ກວ່າລັດ. ຍ້ອນແນວນີ້, ຜູ້ແຂ່ງຂັນແຕ່ ລະຄົນຈຶ່ງໄດ້ທຳການ​ເຄື່ອນ​ໄຫວທີ່​ສຳຄັນ ເພື່ອ​ໃຫ້​ໄດ້​ຮັບການສະ ເໜີຊື່ ​ແຕ່ງຕັ້ງເປັນຜູ້​ສະໝັກປະທານາທິບໍດີຂອງແຕ່ລະພັກ. ນັກ ຂ່າວແຫ່ງຊາດ ວີໂອເອ Jim Malone ມີບົດສະຫຼຸບຂອງຜົນການ ແຂ່ງຂັນ ເລືອກຕັ້ງ Super Tuesday ຈາກນະຄອນຫຼວງ ວໍຊິງ ຕັນ. ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ໃນຄ່ຳຄືນທີ່ໃຫຍ່ທີ່ສຸດຂອງການໂຄສະນາຫາສຽງເອົາຕຳແໜ່ງປະທານາທິບໍດີປີ 2016, ທ່ານ Donald Trump ຈາກພັກຣີພັບບລີກັນ ໄດ້ອ້າງເອົາໄຊຊະນະ ຂອງທ່ານ ຫຼັງຈາກທີ່ທ່ານໄດ້ ຮັບໄຊຊະນະໃນຫຼາຍລັດ ແລະ ບັນດາຜູ້ແທນໃນ ຫລາຍ​ເຂດທີ່ມີຄວາມແຕກຕ່າງກັນດັ່ງກັບ ລັດໃນພາກໃຕ້ ແລະ ​ເຂດ New England ທາງພາກຕາເວັນ ອອກສຽງເໜືອ. ໃນຂັ້ນຕອນ ຕ່າງໆ, ທ່ານໄດ້ເຮັດ ບາດກ້າວອັນຍິ່ງໃຫຍ່ ເພື່ອ​ໃຫ້ກາຍເປັນຜູ້ຖືກສະເໜີຊື່ໃນການ​ແຕ່ງຕັ້ງ ລົງ​ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກ.

ທ່ານ Donald Trump ກ່າວວ່າ “ຂ້າພະເຈົ້າເປັນຜູ້ລວມໃຫ້ເປັນໜຶ່ງດຽວກັນ. ຂ້າພະເຈົ້າຮູ້ ວ່າປະຊາຊົນຈະເຫັນວ່າມັນຢາກຍາກໜ້ອຍໜຶ່ງທີ່ຈະເຊື່ອຖືໄດ້. ແຕ່ເຊື່ອຂ້າພະເຈົ້າໂລດ, ຂ້າພະ ເຈົ້າເປັນຜູ້ລວມທຸກສິ່ງໃຫ້ເປັນໜຶ່ງດຽວກັນ. ເມື່ອພວກເຮົາເຮັດໃຫ້ທຸກຢ່າງນີ້ແລ້ວ ໝົດໄດ້, ຂ້າພະເຈົ້າຈະໄປຕາມລ່າ ຫາຄົນໆໜຶ່ງ, ແລະ ນັ້ນກໍແມ່ນທ່ານນາງ Hilary Clinton."

ສະມາຊິກສະພາສູງ ທ່ານ Ted Cruz ໄດ້ຮັບໄຊຊະນະໃນລັດ Texas ທີ່ເປັນ ບ້ານຂອງທ່ານ ເອງ ແລະ ລັດ Oklahoma ທີ່ຢູ່ໃກ້ຄຽງ ແລະ ທ່ານໄດ້ຮຽກຮ້ອງ ໃຫ້ຂູ່ແຂ່ງຂອງທ່ານ ຫຼີກທາງ​ໃຫ້​ທ່ານ ດັ່ງນັ້ນທ່ານຈຶ່ງສາມາດຮັບມືກັບທ່ານ Trump ຄົນດຽວໄດ້.

ທ່ານ Ted Cruz ໄດ້ກ່າວວ່າ “ແລະ ຫຼັງຈາກຄ່ຳຄືນນີ້ ພວກເຮົາໄດ້ເຫັນແລ້ວ ວ່າການໂຄ ສະນາຫາສຽງຂອງພວກເຮົາແມ່ນຜູ້ດຽວທີ່ໄດ້ເອົາຊະນະ, ທີ່ສາ ມາດ ເອົາຊະນະ ແລະ ຈະເອົາຊະນະທ່ານ Donald Trump.”

ສະມາຊິກສະພາສູງ ທ່ານ Marco Rubio ໄດ້ປະສົບຜົນສຳເລັດກັບໄຊຊະນະ ຄັ້ງທຳອິດຂອງ ທ່ານໃນລັດ Minnesota, ແຕ່ວ່າຍັງມີຂະແນນນຳຫຼັງເປັນສ່ວນ ໃຫຍ່ຢູ່.

ທ່ານ Marco Rubio ໄດ້ກ່າວວ່າ “ພວກເຮົາຈະສົ່ງຂໍ້ຄວາມທີ່ພັກຂອງອະດີດ ປະທານາທິ ບໍດີ Abraham Lincoln ແລະ ທ່ານ Ronald Reagan ແລະ ຕຳແໜ່ງປະທານາທິບໍດີ ຂອງ ສະຫະລັດ ຈະບໍ່ມີວັນຖືກຄອບຄອງໂດຍນັກ ຂີ້ຕົວະເດັດຂາດ."

ແມ່ນກະທັ້ງທີ່ທ່ານ Trump ຈະໄດ້ປະສົບຄວາມສຳເລັດກໍຕາມ, ບັນດາຜູ້ນຳລັດ ຖະສະພາ ພັກຣີພັບບລີກັນ ຢາກໃຫ້ທ່ານ Trump ປະຕິ​ເສດຢ່າງແຂງຂັນຂຶ້ນຕື່ມ ຕໍ່​ພວກ​ຫົວ​ຮຸນ​ແຮງ​ດ້ານ​ຜິວ​ພັນ ຫຼັງຈາກທ່ານໄດ້ຮັບຄຳເຫັນສະໜັບສະໜູນຈາກ ອະດີດຜູ້ນຳຂອງກຸ່ມ Ku Klux Klan.

ໂຄສົກສະພາຕ່ຳ ທ່ານ Paul Ryan ກ່າວວ່າ “ຖ້າຄົນໜຶ່ງຢາກຈະເປັນຜູ້ທີ່ໄດ້ ຮັບການ​ສະເໜີຊື່​ແຕ່ງຕັ້ງຂອງພັກຣີພັບບລີກັນ, ມັນຈະບໍ່ສາມາດມີຂໍ້ອ້າງ ແລະ ຄວາມບໍ່ຊື່ສັດ. ພວກ​ເຂົາ​ຕ້ອງ​ປະ​ຕິ​ເສດ​ຕໍ່​ກຸ່ມ ​ໃດໆ​ກໍ​ຕາມ ທີ່​ມີ​ສາ​ເຫດ​ຫລື​ຖືກ​ສ້າງ​ຂຶ້ນມາ​ໂດຍ​ການ​ແບ່ງ​ແຍກ​ຜິວ​ພັນ."

ໃນການແຂ່ງຂັນຂອງພັກເດໂມແຄຣັດ, ມັນເປັນຄ່ຳຄືນທີ່ຍິ່ງໃຫຍ່ສຳລັບທ່ານນາງ Hilary Clinton ທີ່ໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນໃນຫຼາຍລັດທາງພາກໃຕ້ຂອງ ປະເທດ, ເຮັດໃຫ້ ທ່ານນາງຢູ່ໃນຕຳແໜ່ງນຳໜ້າຢ່າງໂດດເດັ່ນ ສຳລັບການໄດ້ ຮັບສະເໜີຊື່.

ທ່ານນາງ Clinton ຍັງໄດ້ປັບ​ປ່ຽນຈຸດເພັ່ງເລັ່ງບາງຢ່າງຂອງທ່ານນາງໄປຫາ ພັກຣີພັບບລີກັນ ແລ້ວ.

ທ່ານນາງ Hilary Clinton ກ່າວວ່າ “ການເດີມພັນໃນການເລືອກຕັ້ງຄັ້ງນີ້ບໍ່ເຄີຍ ສູງຫຼາຍ ກວ່ານີ້ ແລະ ຖ້ອຍຄຳເວົ້າທີ່ພວກເຮົາໄດ້ຍິນຈາກອີກຝ່າຍໜຶ່ງກໍບໍ່ເຄີຍ ຄ່ອຍກວ່າ. ຄວາມ ພະຍາຍາມທີ່ຈະແບ່ງແຍກ ອາເມຣິກາ ລະຫວ່າງ ພວກເຮົາ ແລະ ພວກເຂົາເຈົ້າແມ່ນຜິດ ແລະ ພວກເຮົາກໍຈະບໍ່ເຮັດໃຫ້ມັນເກີດຂຶ້ນໄດ້.”

ຂູ່ແຂ່ງຂອງທ່ານນາງ, ທ່ານ Bernie Sanders ໄດ້ຮັບໄຊຊະນະໃນລັດ Vermont ທີ່ເປັນ ບ້ານຂອງທ່ານ ພ້ອມກັບໃນລັດ Oklahoma, Colorado, ແລະ Minnesota. ທ່ານໄດ້ໃຫ້ ປະຕິຍານວ່າຈະດຳເນີນຕໍ່ໄປ.

ທ່ານ Bernie Sanders ກ່າວວ່າ “ພວກເຮົາຈະທຳການຕໍ່ສູ້ຂອງພວກເຮົາເພື່ອ ຄວາມຍຸດ ຕິທຳທາງດ້ານເສດຖະກິດ, ເພື່ອຄວາມຍຸດຕິທຳທາງດ້ານສັງຄົມ, ເພື່ອ ສິ່ງແວດລ້ອມທີ່ດີ, ເພື່ອໂລກແຫ່ງຄວາມສັນຕິພາບຕໍ່ແຕ່ລະລັດນັ້ນ.”

ໃນຕໍ່ໜ້ານີ້, ການແຂ່ງຂັນຄັ້ງໃຫຍ່ສຳລັບທັງສອງພັກໃນບາງລັດທີ່ໃຫຍ່ ແມ່ນຈະເກີດຂຶ້ນໃນ ອີກສອງສັບປະດາຕໍ່ໄປ.

XS
SM
MD
LG