ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາສິດທິມະນຸດ ເກົາຫຼີເໜືອ ອາດເປັນຈຸດ ເພັ່ງເລັງ ທີ່ນ້ອຍລົງກວ່າເກົ່າ


ພວກປະທ້ວງ ເກົາຫຼີໃຕ້ ຖືກປ້າຍສະແດງໃຫ້ເຫັນຮູບຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ແລະ ນາງ Choi Soon-sil, ຊ້າຍເທິງ, ໃນລະຫວ່າງ ການຊຸມນຸມຮຽກຮ້ອງໃຫ້ທ່ານນາງ Park ລາອອກຈາກຕຳແໜ່ງ. 2 ພະຈິກ, 2016.
ພວກປະທ້ວງ ເກົາຫຼີໃຕ້ ຖືກປ້າຍສະແດງໃຫ້ເຫັນຮູບຂອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ແລະ ນາງ Choi Soon-sil, ຊ້າຍເທິງ, ໃນລະຫວ່າງ ການຊຸມນຸມຮຽກຮ້ອງໃຫ້ທ່ານນາງ Park ລາອອກຈາກຕຳແໜ່ງ. 2 ພະຈິກ, 2016.

ສະຫະລັດ ແລະ ເກົາຫຼີໃຕ້ ຍັງສືບຕໍ່ທີ່ຈະໃຫ້ຄວາມສຳຄັນ ໃນຄວາມພະຍາຍາມທີ່ຈະລົງ ໂທດ ເກົາຫຼີເໜືອ ທີ່ີມີ​ການ​ກ່າວ​ຫາ​ວ່າ ຕັ້ງໃຈລະ ເມີດສິດທິມະນຸດຢ່າງກວ້າງຂວາງ, ​ເຖິງ​ແມ່ນ​ວ່າ​ໄດ້ມີການປ່ຽນແປງສະຖານະການດ້ານການເມືອງໃນປະຈຸບັນ ຂອງທັງສອງປະ ເທດ ທີ່ອາດຈະເຮັດໃຫ້ການສະໜັບສະໜູນ ຕໍ່ບັນຫາດັ່ງກ່າວຫຼຸດໜ້ອຍລົງ.

ໃນວັນພຸດມື້ນີ້, ທ່ານ Tomas Ojea Quintana ຜູ້ຂຽນລາຍງານຕໍ່ກອງປະຊຸມໃຫຍ່ ຄົນ ໃໝ່ຂອງອົງການສະຫະປະຊາຊາດ ກ່ຽວກັບສິດທິ ມະນຸດໃນ ເກົາຫຼີເໜືອ, ໄດ້ພົບປະກັບ ລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ທ່ານ Yun Byung-se ໃນນະຄອນຫຼວງ ໂຊລ ເພື່ອປຶກ ສາຫາລື ກ່ຽວກັບ ແຜນການທີ່ຈະນຳສະເໜີຍັດຕິ ຕໍ່ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ອີກຄັ້ງໜຶ່ງ ໃນເດືອນໜ້າ ເພື່ອ​ໃຫ້​ສົ່ງເລື່ອງ ເກົາຫຼີເໜືອ ​ໄປ​ໃຫ້ສານອາ ຍາສາກົນ ຖານ​ກໍ່ອາຊະຍາກຳຕ້ານມະນຸດຊາດ.

ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານ Robert King, ທູດພິເສດຮັບຜິດຊອບ ສຳລັບບັນຫາສິດທິມະນຸດໃນ ເກົາຫຼີເໜືອ.
ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານ Robert King, ທູດພິເສດຮັບຜິດຊອບ ສຳລັບບັນຫາສິດທິມະນຸດໃນ ເກົາຫຼີເໜືອ.

ມະຕິ​ດັ່ງກ່າວໄດ້ຖືກຮອງຮັບຄັ້ງທຳອິດໃນປີ 2014 ໂດຍສະມັດຊາໃຫຍ່ອົງການສະຫະ ປະຊາຊາດ ແຕ່ໄດ້ຖືກຢຸດໄວ້ໃນສະພາຄວາມໝັ້ນຄົງ, ບ່ອນທີ່ ຈີນ ແລະ ຣັດເຊຍ​ເຊິ່ງ ​ເປັນພັນທະມິດຂອງ ເກົາຫຼີເໜືອ ເບິ່ງຄືວ່າຈະ​ໃຊ້​ສິດ​ຢັບຢັ້ງຕໍ່ມາດຕະການດັ່ງກ່າວ ຖ້າຖືກ ນຳມາລົງຄະແນນສຽງ.

ໃນຕົ້ນປີ 2014, ຄະນະກຳມະທິການສືບສວນສອບສວນ ອົງການສະຫະປະຊາຊາດ ໄດ້ ອອກບົດລາຍງານສະບັບໜຶ່ງ ທີ່ປຽບທຽບ​ໂທດກຳ​ຕ່າງໆ​ຢູ່ໃນ ເກົາຫຼີເໜືອ ກັບ​ໂທດ​ກຳ ທີ່​ໄດ້ ກໍ່​ຂຶ້ນ​ໂດຍ​ພວກ ນາຊີິ ເຢຍຣະມັນ, ແລະ ເຄືອຂ່າຍຂອງຄຸກການເມືອງຕ່າງໆໃນປະ ເທດ ທີ່ລວມມີນັກໂທດຊາຍ, ແມ່ຍິງ ແລະ ເດັກນ້ອຍຖືກກັກຂັງ ເກືອບ 120,000 ຄົນ, ພ້ອມກັບການລ່ວງລະເມີດທີ່ເປັນລະບົບ ແລະ ແຜ່ກວ້າງ ເຊິ່ງລວມມີ ການທໍລະມານ, ການໃຊ້ເປັນຂ້າທາດ, ຂົ່ມຂືນ ແລະ ການຄາດຕະກຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG