ອົງການ ສະຫະປະຊາຊາດໄດ້ເລີ່ມການເຈລະຈາ ກ່ຽວກັບ ສົນທິສັນຍາຜູກມັດເພື່ອຫ້າມ
ອາວຸດນິວເຄລຍຢ່າງຖືກຕ້ອງກົດໝາຍໃນວັນຈັນວານນີ້. ສິ່ງດັ່ງກ່າວນີ້ໄດ້ເກີດຂຶ້ນໃນຂະ
ນະທີ່ ສະຫະລັດ ເລີ່ມທົບທວນຄືນ ບົດບາດຂອງຕົນ ກ່ຽວກັບ ອາວຸດນິວເຄລຍ. ນັກຂ່າວ
ວີໂອເອປະຈຳທຳນຽບຂາວ Steve Herman ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍ
ລະອຽດມາສະເໜີທ່ານ.
ທ່ານ ບາຣັກ ໂອບາມາ ຮູ້ວ່າ ຜູ້ສືບທອດຕຳແໜ່ງຂອງທ່ານ ຈະພະຍາຍາມຕ່າວປີ້ນນະ ໂຍບາຍຕ່າງໆຂອງທ່ານ. ໜຶ່ງໃນນັ້ນອາດເປັນຄຳໝັ້ນສັນຍາທີ່ຈະບໍ່ໃຫ້ມີລະເບີດນິວ
ເຄລຍແມ່ນແຕ່ລູກດຽວຢູ່ ໃນໂລກ.
ພາຍໃຕ້ການທົບທວນຄືນຄັ້ງທຳອິດ ກ່ຽວກັບນະໂຍບາຍນິວເຄລຍ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ສຫຣ ກໍອາດຈະຢຸດເຊົາການທົດລອງອາວຸດນິວເຄລຍໃດໆຂອງຕົນກໍເປັນ
ໄດ້.
ທ່ານນາງ Michaela Dodge ນັກວິເຄາະອາວຸໂສ ກ່ຽວກັບ ນະໂຍ ບາຍ ຈາກມູນນິທິ Heritage ກ່າວວ່າ “ພວກເຮົາບໍ່ໄດ້ດຳເນີນການ ວິໄຈໃນເວລາ 20 ປີທີ່ຜ່ານມາ. ນັບ
ຕັ້ງແຕ່ນັ້ນມາພວກເຮົາໄດ້ທຳ ການປ່ຽນແປງບາງຢ່າງຕໍ່ຫົວລະເບີດນິວເຄລຍຂອງ
ພວກເຮົາ ແລະ ພວກເຮົາກໍບໍ່ເຂົ້າໃຈຢ່າງເຕັມທີ່ ວ່າ ການປ່ຽນແປງພວກນັ້ນ ອາດ
ຈະສະແດງໃຫ້ເຫັນໃນການປະຕິບັດຕົວຈິງແນວໃດ.”
ອີງຕາມບັນດາເຈົ້າໜ້າທີ່ສະພາຄວາມໝັ້ນຄົງແຫ່ງຊາດ ພ້ອມກັບ ການພິຈາລະນາບົດ
ບາດ ກ່ຽວກັບ ອາວຸດນິວເຄລຍ ທີ່ໄດ້ຄິດໄລ່ຄືນ ກ່ຽວກັບຈຳນວນອາວຸດນິວເຄລຍຂອງ ສະຫະລັດ ຊຶ່ງອາດນັບຈຳນວນໃໝ່ໃສ່ນຳກໍເປັນໄດ້.
ທຸກສິ່ງເຫຼົ່ານີ້ ແມ່ນກຳລັງຖືກຕິດຕາມເບິ່ງຢ່າງໃກ້ຊິດໃນ ຣັດເຊຍ, ເຊິ່ງ ເຊື່ອວ່າມີຄັງອາ
ວຸດນິວເຄລຍທີ່ມີຂະໜາດໃຫຍ່ກວ່າ ສະຫະລັດ ຕັ້ງຫຼາຍເທົ່າ.
ທ່ານ Sergey Rogov ຈາກສະພາທີ່ປຶກສາກະຊວງການຕ່າງປະ ເທດ ຣັດເຊຍ ກ່າວວ່າ “ເທົ່າທີ່ພວກເຮົາຮູ້ທຸກມື້ນີ້ ມັນບໍ່ມີນະໂຍບາຍ ນິວເຄລຍ ສຳລັບລັດຖະບານໃໝ່. ແລະ ມັນຍັງໄວເກີນໄປ. ແຕ່ບັນຫາ ແມ່ນ ພັກຣີພັບບລີກັນ ເກືອບວ່າຈະບໍ່ມີຜູ້ຄວບຄຸມອາ
ວຸດເຫຼືອຢູ່ເລີຍ.”
ຄົນສຳຄັນຂອງ ຣັດເຊຍ ກ່າວວ່າ ພວກເຂົາເຈົ້າຢາກຈະຈັດຕັ້ງ ສາຍພົວພັນໃໝ່ຢ່າງແທ້
ຈິງ, ລວມທັງການເລີ່ມການປຶກສາຫາລືຄັ້ງໃໝ່ກັບ ວໍຊິງຕັນ ກ່ຽວກັບ ອາວຸດນິວເຄລຍ.
ທ່ານ Victor Mizin ຈາກສະຖາບັນແຫ່ງການພົວພັນຕ່າງປະເທດ ມົສກູ ກ່າວວ່າ “ສຳ
ລັບຝ່າຍ ຣັດເຊຍແລ້ວແມ່ນວ່າ ຖ້າສະຫະລັດ ມີແຜນ ແລະ ມີສິ່ງໃດທີ່ເປັນຕາສົນໃຈ
ຂຶ້ນມາ ມັນກໍຈະເປັນການຍາກຫຼາຍ ສຳລັບ ຣັດເຊຍ ທີ່ຈະເວົ້າວ່າ ບໍ່ແມ່ນ, ພວກເຮົາ
ບໍ່ມີຄວາມສົນໃຈແລະກໍບໍ່ມີທາງ.”
ແຕ່ບາງຄົນໃນລັດຖະບານ ວໍຊິງຕັນ ຍັງຄົງມີຄວາມສົງໄສຢ່າງຫຼວງ ຫຼາຍ ກ່ຽວກັບ ການ
ໄວ້ເນື້ອເຊື່ອໃຈ ຣັດເຊຍ, ຜູ້ທີ່ຖືກກ່າວຫາວ່າບໍ່ປະຕິບັດຕາມສົນທິສັນຍາອາວຸດນິວເຄລຍ
ທີ່ມີຢູ່.
ທ່ານນາງ Michaela Dodge ກ່າວວ່າ “ສະນັ້ນສິ່ງທີ່ມັກເກີດຂື້ນ, ດັ່ງທີ່ທ່ານຮູ້ຫັ້ນ
ແລ້ວ, ສະຫະລັດ ໄດ້ປະຕິບັດຕາມຂໍ້ຕົກລົງຫຼາຍໂພດ ໃນຂະນະທີ່ອະນຸຍາດໃຫ້ ຣັດ
ເຊຍ ມີ ທາງເລືອກໃນຄວາມພະຍາຍາມ ທີ່ຈະຮັກສາຂໍ້ຕົກລົງໄວ້ກັບຕົນເອງ.”
ບັນດາຜູ້ສະໜັບສະໜູນການຄວບຄຸມອາວຸດຍັງຄົງມີຄວາມຫວັງວ່າ ການພິຈາລະນາບົດ
ບາດ ກ່ຽວກັບ ອາວຸດນິວເຄລຍ ຍັງຈະຮັກສາຂະໜາດສຳລັບການປ້ອງກັນການຂະ
ຫຍາຍອາວຸດນິວເຄລຍ ທີ່ຕໍ່າທີ່ສຸດ ໄວ້ຢູ່ຄືເກົ່າ.
ທ່ານ Daryl Kimball ຜູ້ອຳນວຍການໃຫຍ່ສະຫະພັນການຄວບຄຸມ ອາວຸດກ່າວວ່າ “ຂ້າ ພະເຈົ້າຄິດວ່າ ຕໍ່ໄປ ປະທານາທິບໍດີ ທຣຳ ແລະ ກຸ່ມຂອງເພິ່ນຢູ່ທຳນຽບຫ້າແຈ ຈະຮູ້
ວ່າ ພວກເຮົາຕ້ອງສືບຕໍ່ປະຕິບັດ ການຈຳກັດອາວຸດກັບ ຣັດເຊຍ. ພວກເຮົາບໍ່ຢາກມີ
ການແຂ່ງຂັນຜະລິດ ອາວຸດຄັ້ງໃໝ່. ພວກເຮົາບໍ່ຢາກເປີດປະຕູໃຫ້ອາວຸດນິວເຄລຍຊະ
ນິດໃໝ່ ແລະ ການທົດລອງລະເບີດນິວເຄລຍ ເຊິ່ງຈະມີຜົນທີ່ຕາມມາຢ່າງ ໃຫຍ່ຫຼວງ ສຳລັບການຫຼຸດຜ່ອນອາວຸດ ແລະ ການຫ້າມເຜີຍແຜ່ອາວຸດນິວເຄລຍ ໃນທົ່ວໂລກ.”
ການພິຈາລະນາບົດບາດ ກ່ຽວກັບ ອາວຸດນິວເຄລຍ ຈະໃຊ້ເວລາ 12 ຫາ 18 ເດືອນຈຶ່ງ
ຈະສຳເລັດ ເຊິ່ງນັ້ນຈະອະນຸຍາດໃຫ້ມີເວລາພຽງພໍ ສຳລັບການໂຕ້ຖຽງກັນຢ່າງໜັກແໜ້ນ
ໃນລະຫວ່າງບັນດາເຈົ້າໜ້າທີ່ ລັດຖະບານ ແລະ ຂ້າລັດຖະການຂັ້ນສູງຂອງທຳນຽບຫ້າ
ແຈ.
((INTRO: The United Nations on Monday is to begin negotiations on a legally-binding treaty to prohibit nuclear weapons. This comes as the United States begins a review of the role its nuclear weapons should now play. VOA White House Bureau Chief Correspondent Steve Herman reports. ]]
((NARRATOR))
Barack Obama knew that his successor would try to reverse many of his policies. One of them could be Obama's commitment to seeing zero nuclear weapons in the world.
The United States, under its first review of nuclear policy since 2010, might also end its moratorium on nuclear weapons testing.
((MICHAELA DODGE, SR. POLICY ANALYST, HERITAGE FOUNDATION))
"We have not conducted an experiment in over 20 years. Since then we've made some changes to our nuclear warheads and we don't fully understand how those changes might play out in operational scenarios."
((NARRATOR))
According to National Security Council officials also on the table in the Nuclear Posture Review: recalculating the number of U.S. nuclear weapons and possibly adding new ones.
All of this is being closely watched in Russia, which is believed to have a nuclear stockpile even larger than that of the United States.
((SERGEY ROGOV, RUSSIAN FOREIGN MINISTRY ADVISORY COUNCIL))
"Apparently today there is no nuclear policy for the new administration. And it's still early. But the problem is the Republican Party has almost no arms controllers left."
((NARRATOR))
Key Russians say they would like to have a true reset in relations, including a renewed dialogue with Washington about nuclear arms.
((VICTOR MIZIN, MOSCOW STATE INSTITUTE OF INTERNATIONAL RELATIONS)) (if need abbreviations, INST. OF INTL. RELATIONS))
"For the Russian side if United States is forthcoming and comes up with something interesting it would be very difficult for Russia to say nyet, we're not interested.' No. No way."
((NARRATOR))
But in some Washington circles, there remains considerable skepticism about trusting the Russians, who are accused of not complying with existing nuclear arms treaties.
((MICHAELA DODGE, SR. POLICY ANALYST, HERITAGE FOUNDATION))
"So what usually happens, as you well know, is the United States over-complies with agreements while permitting Russia to have more wiggle room in an effort to save the agreement itself."
((NARRATOR))
Arms control advocates remain hopeful the Nuclear Posture Review will maintain a critical mass for non-proliferation.
((DARYL KIMBALL, EXEC. DIR., ARMS CONTROL ASSOC.))
"I think over time President Trump and his team at the Pentagon are going to recognize that we do need to continue to have verifiable arms limits with Russia. We don't want a new arms race. We don't want to open the door to new types of nuclear weapons and nuclear testing which would have grave ramifications for the global arms reduction and non-proliferation process."
((NARRATOR))
The nuclear posture review is to take 12 to 18 months to complete. That will allow enough time for a vigorous debate among administration officials and the Pentagon brass.