ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດຖະບານ ທ່ານ ທຣຳ ປະເຊີນກັບການຕຳນິ ແລະ ການທ້າທາຍ ດ້ານກົດໝາຍ


Trump Refugees
please wait
Embed

No media source currently available

0:00 0:01:15 0:00

ໃນວັນອາທິດວານນີ້ ຄະນະລັດຖະບານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປົກປ້ອງ ດຳລັດບໍລິຫານຂອງທ່ານ ທີ່ຫ້າມຊາວອົບພະຍົບ ແລະພວກຄົນ ທີ່ມາຈາກເຈັດປະເທດ ທີ່ເປັນມຸສລິມສ່ວນໃຫຍ່ ເຂົ້າມາໃນສະຫະລັດ ໃນຂະນະທີ່ ກຸ່ມປົກປ້ອງສິດທິຕ່າງໆ ໄດ້ປະຕິຍານວ່າ ຈະດຳເນີນທາງດ້ານກົດໝາຍເພື່ອກົດດັນ
ຕໍ່ໄປ ໃຫ້ຫຼາຍພັນຄົນພາກັນອອກມາປະທ້ວງ ໃນຫຼາຍໆຕົວເມືອງທົ່ວປະເທດ ແລະ ບັນດາສະມາຊິກພັກເດໂມແຄຣັດ ກຽມພ້ອມທີ່ຈະອອກຮ່າງກົດໝາຍ ເພື່ອຄັດຄ້ານ ການຫ້າມດັ່ງກ່າວນັ້ນ.

Thousands Nationwide Protest Trump Executive Order
please wait

No media source currently available

0:00 0:02:47 0:00

ເຈົ້າໜ້າທີ່ອາວຸໂສ ຂອງຄະນະລັດຖະບານ ທ່ານນຶ່ງ ໄດ້ບອກບັນດານັກຂ່າວ ວ່າ “ມັນເປັນເລື່ອງລາວທີ່ປະສົບຜົນສຳເລັດຂະໜາດໃຫຍ່ ແທ້ໆ ໃນດ້ານຂອງ ການຈັດຕັ້ງປະຕິບັດ ໃນແຕ່ລະ ລະດັບທັງໝົດ.” ຄຳເຫັນນີ້ ໄດ້ມີຂຶ້ນ ໃນອັນທີ່
ເອີ້ນວ່າ ການຖະແຫລງຂ່າວໃນເບື້ອງຫຼັງ ທີ່ແຫລ່ງຂ່າວ ຕົກລົງຈະຕອບທຸກໆ
ຄຳຖາມ ແຕ່ມີເງື່ອນໄຂວ່າ ບໍ່ໃຫ້ລະບຸຊື່ຂອງແຫລ່ງຂ່າວ.

ດຳລັດດັ່ງກ່າວ ໄດ້ຖືກລົງນາມ ໃນວັນສຸກຜ່ານມາ ໂດຍປະກອບມີ ການໂຈະຊົ່ວຄາວ ຮັບເອົາຊາວອົບພະຍົບເປັນເວລາ 120 ວັນ ແລະ ຫ້າມການເຂົ້າປະເທດ ສຳລັບ
ພວກຄົນ ທີ່ມາຈາກ ບັນດາປະເທດເຊັ່ນ ອີຣັກ ອີຣ່ານ ຊີເຣຍ ໂຊມາເລຍ ຊູດານ
ລີເບຍ ແລະ ເຢເມັນ.

White House Defends Trump's Order Limiting Arrivals to America
please wait

No media source currently available

0:00 0:02:26 0:00

ການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ໄດ້ນຳໄປສູ່ຄວາມສັບສົນ ໂດຍສະເພາະ ຢູ່ທີ່ ສະໜາມບິນຕ່າງໆ ຂອງປະເທດ ບ່ອນທີ່ ໃນບາງກໍລະນີ ພວກຄົນທີ່ມີບັດຂຽວ ທີ່ໃຫ້ຢູ່ໄດ້ຖາວອນ ຢ່າງຖືກຕ້ອງຕາມກົດໝາຍ ຖືກຄວບຄຸມໂຕໄວ້ ເພື່ອສອບຖາມ
ຕື່ມ ກ່ອນທີ່ຈະໄດ້ຮັບອະນຸຍາດ ໃຫ້ເຂົ້າປະເທດ.

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John Kelly ໄດ້ອອກຖະແຫລງການສະບັບນຶ່ງ ໃນວັນອາທິດວານນີ້ ເພື່ອຊອກຫາຄວາມກະຈ່າງ
ແຈ້ງ ສຳລັບນະໂຍບາຍນີ້ ໂດຍກ່າວວ່າ ທ່ານເຫັນວ່າ “ການເຂົ້າມາໃນປະເທດ ຂອງພວກຖືບັດຂຽວ ທີ່ຖືກຕ້ອງຕາມກົດໝາຍ ນັ້ນ ແມ່ນມີຜົນປະໂຫຍດຕໍ່ຊາດ.”

U.S. President Donald Trump's administration defended his executive order banning entry to refugees and people from seven Muslim-majority countries Sunday, while rights groups vowed to keep pressing legal action, thousands of people protested in cities across the country and Democrats prepared to issue legislation to block the ban.

"It really is a massive success story in terms of implementation on every single level," a senior administration official told reporters.The comments came in what is called a background briefing where the source agrees to answer questions, but not to be identified by name.

The order, signed Friday, includes a 120-day suspension of refugee admissions and a 90-day entry ban for people from Iraq, Iran, Syria, Somalia, Sudan, Libya and Yemen.

The implementation led to confusion, particularly at the nation's airports, where in some cases people holding green cards as permanent legal residents were detained for extra questioning before being allowed entry.

Homeland Security Secretary John Kelly issued a statement Sunday seeking to clarify the policy, saying he deems "the entry of lawful permanent residents to be in the national interest."

XS
SM
MD
LG