ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຮັບເອົາ ການສະເໜີ ໃຫ້ເປັນຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລິກັນ


Trump Accepts GOP Nomination, Lays Out 'Law and Order' Platform
please wait

No media source currently available

0:00 0:03:23 0:00

ຜູ້ສະໝັກ​ເປັນ​ປະທານາທິບໍດີສະຫະລັດ ພັກຣີພັບບລິ​ກັນ ທ່ານ Donald Trump ນັກ​ການ​ເມືອງ​ທີ່​ກ້າ​ເວົ້າ​ກ້າ​ວ່າ ​ທີ່ບໍ່​ຢູ່​ໃນ​ວົງ​ການໆ​ເມືອງ ​ໄດ້​ທ້າ​ທາຍ​ຕໍ່ສິ່ງ​ທີ່​ຄິດ​ວ່າ​ເປັນ​ໄປ​ບໍ່ ​ໄດ້​ແລະ​ໄດ້​ຊະນະ​ບັນດາ​ນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ​ຈຳນວນ​ຫຼວງຫລາຍ​ ໃນ​ການ ເລືອກ​ຕັ້ງຂັ້ນ​ຕົ້ນ​ປີ​ນີ້ ແລະໄດ້​ຮັບ​ເອົາ​ການສະ​ເໜີແຕ່ງຕັ້ງເປັນ​ຜູ້​ສະໝັກເປັນປະທານາທິ ບໍດີ​ຈາກ​ພັກ​ຂອງ​ທ່ານຢ່າງ​ເປັນ​ທາງ​ການ​ໃນ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້. ທ່ານ Trump ​ໄດ້ ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ທຳການ ​ປ່ຽນ​ແປ​ງທາງດ້ານການ​ເມືອງຢ່າງກວ້າງຂວາງ ສ້າງ​ ຄວາມ​ຮັ່ງມີ ​ແລະ​ເຮັດ​ໃຫ້​ອາ​ເມຣິກາ​ມີ​ຄວາມ​ປອດ​ໄພຄືນ​ໃໝ່ ​ໃນ​ຄຳ​ປາ​ໄສ ທີ່​ສ້າງ​ຄວາມ​ຕື່ນ​ເຕັ້ນ​ໃຫ້​ແກ່​ບັນດາ​ຜູ້​ຕາງ​ໜ້າ​ ໃນ​ມື້​ທີ​ສີ່​ແລະ​ກໍເປັນ​ມື້​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຊາດ ພັກ ທີ່​ເມືອງ Cleveland. ນັກ​ຂ່າວ​ແຫ່ງ​ຊາດຂອງວີ​ໂອ​ເອ Jim Malone ມີ​ລາຍ​ງານເພີ້ມ​ເຕີມ ກ່ຽວ​ກັບ​ທ່ານ Trump ໃນຄ່ຳ​ຄືນອັນ​ຍິ່ງ​ມະໂຫລານ​ ຈາກ​ນະຄອນ Cleveland ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ມັ​ນ​ເປັນຊ່ວງ​ເວລາ​ທາງການ​ເມືອງອັນ​ຍິ່ງ​ໃຫຍ່​ສຸດຂອງ​ທ່ານ Donald Trump ຢູ່​ໃນ​ເວ​ທີຂອງແສງ​ສີ​ແລະ​ທ່ານ Trump ກໍ​ມີ​ຄວາມ​ກະຕືລື​ລົ້ນ​ທີ່​ຈະ​ຍຶດ​ເອົາ​ມາ.

ທ່ານ Trump ຜູ້​ສະໝັກເປັນປະທານາທິບໍດີ​ພັກຣີພັບບລິ​ກັນ ກ່າວ​ວ່າ “ພ້ອມ​ກັນ​ແລ້ວ ພວກ​ເຮົາ​ຈະ​ນຳພາ​ພັກ​ຂອງ​ພວກ​ເຮົາ ​ກັບ​ຄືນ​ສູ່ທຳນຽບຂາວ ​ແລະ​ພວກ​ເຮົາ​ຈະ​ນຳພາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ກັບ​ຄືນ​ສູ່​ຄວາມ​ປອດ​ໄພ ຄວາມ ຈະ​ເລີ​ນຮຸ່ງເຮືອງ ​ແລະ ຄວາມ​ສະຫງົບ​ສຸກ. ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ນຶ່ງ​ທີ່ມີ​ຄວາມເອື້ອ​ເຟື້ອ​ເພື່ອ​ແຜ່ ​ແລະ​ອົບ​ອຸ່ນ ​ແຕ່​ວ່າ​ພວກ​ເຮົາ​ຍັງ​ເປັນ​ປະ​ເທດ​ທີ່​ມີ​ກົດ ໝາຍແລະ​ມີ​ລະບຽບ​ວິ​ໄນທີ່​ເຄັ່ງ​ຄັດ.”

​ໂດຍ​ມີຄອບຄົວ​ຂອງ​ທ່ານພາກັນ​ນັ່ງ​ເບິ່ງ ​ແລະ​ຫລາຍ​ພັນ​ຄົນ​ທີ່​ເປັນ​ສະມາຊິກ​ພັກຣີພັບບລິ​ກັນ​ພາກັນ​ຕື່ນ​ເຕັ້ນຢູ່​ໃນ​ຫ້ອງ​ປະຊຸມ​ໃຫຍ່ນັ້ນ ທ່ານ Trump ​ໄດ້​ຊອກ​ຫາຊ່ອງ​ທາງ​ທີ່​ຈະ​ສ້າງ​ຄວາມ​ສາມັກຄີ​ພາຍ​ໃນ​ພັກຫລັງ​ຈາກທາງ​ກອງ​ປະຊຸມ​ໃນ​ບາງ​ຄັ້ງ​ໄດ້ມີ​ການ​ແຕກ​ແຍກ​ກັນ.

​ແລະ​ທ່ານ​ຍັງ​ໄດ້ກ່າວ​ໂຈມ​ຕີ​ຄູ່ແຂ່ງ​ຂອງ​ທ່ານ​ຈາກ​ພັກ​ເດໂມ​ແຄ​ຣັດ ອະດີດ​ລັດ ຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton.

ທ່ານ Trump ກ່າວ​ວ່າ “ຫຼັງ​ຈາກ​ສົງຄາມເປັນ​ເວລາສິບ​ຫ້າ​ປີ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫລັງ​ຈາກ​ໄດ້​ໃຊ້​ຈ່າຍ​ເງິນ​ຫລາ​ຍຕື້​ໂດ​ລາ ແລະ​ຫຼາຍ​ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ ສະ ຖານະ​ການ​ຍັງໄດ້​ຊຸດ​ໂຊມ​ລົງ​ຕື່ມ​ແບບ​ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ. ນີ້​ເປັນ​ມໍລະດົກ​ຕົກ​ທອດ​ຂອງທ່ານ​ນາງ Hillary Clinton ນັ້ນຄືຄວາມ​ຕາຍ ຄວາມ​ຫາຍຍະນະ ການ​ກໍ່​ການ​ຮ້າຍ ​ແລະ​ຄວາ​ມອ່ອນ​ແອ.”

​ໃນ​ຕອນ​ນຶ່ງ​ຂອງ​ການ​ກ່າວ​ຄຳ​ປາ​ໄສນັ້ນ ທ່ານ Trump ​ໄດ້​ຖືກ​ລົບກວນຈາກ​ພວກ​ປະ​ທ້ວງ. ທ່ານ Trump ກ່າວ​ວ່າ “ຕຳຫລວດ​ຂອງ​ພວກ​ເຮົາຍິ່ງ​ໃຫຍ່ສໍ່າ​ໃດ? ​ແລະ​ນ​ຄອນ Cleveland ຍິ່ງ​ໃຫຍ່​ສໍ່າ​ໃດ?

​ແລະ​ຕໍ່​ມາ ທ່ານ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ ​ທີ່​ຈະ​ເອົາ​ມາດ​ຕະການ​ແບບ​ເດັດຂາດ​ຕໍ່ ກ່ານ​ອໍ່ອາ​ຊະ​ຍາ​ກຳ.

ທ່ານ Trump ກ່າວວ່າ “ໃນການ​ແຂ່ງຂັນເອົາທຳນຽບຂາວດັ່ງກ່າວ​ນີ້ ຂ້າພະເຈົ້າເປັນ ຜູ້ສະໝັກ ທີ່​ຈະ​ປະຕິບັດ​ຕາມ​ ລະບຽບກົດໝາຍຢ່າງ​ເຄັ່ງ​ຄັດ.”

ທ່ານ Trump ໄດ້ຖືກແນະນຳໂດຍລູກສາວຂອງທ່ານ ຄືຍານາງ Ivanka ຜູ້ທີ່ໄດ້ເວົ້າກ່ຽວ ກັບພໍ່ຂອງຍານາງ ​ເຖິງ​ດ້ານ​ທີ່ດີຂອງ​ທ່ານ.

ຍານາງ Ivanka ກ່າວວ່າພໍ່ຂອງຂ້າພະເຈົ້າບໍ່ພຽງແຕ່​ເຂັ້ມແຂງ ແລະມີຄວາມສາມາດ ອັນຈຳເປັນ ທີ່ຈະເປັນປະທານາທິບໍດີຄົນຕໍ່ໄປຂອງພວກເຮົາ ແຕ່ຍັງມີ ຄວາມ​ເມດ​ຕາ​ ກະລຸ​ນາ ແລະເຫັນອົກເຫັນໃຈ ທີ່ຈະຊ່ວຍໃຫ້ທ່ານເປັນຜູ້ນຳທີ່ປະ ເທດນີ້ຕ້ອງການ.”

ທ່ານ Trump ​ໄດ້ກ່າວ​ຢ້ຳ ໃນການ​ໃຫ້ຄຳໝັ້ນສັນຍາຂອງທ່ານ ທີ່ຈະສ້າງ ກຳແພງຢູ່ຊາຍ ແດນຕິດກັບເມັກຊິໂກ ການ​ເຈລະຈາ​ທີ່​ຂຸ້ນຂ້ຽວກວ່າເກົ່າກ່ຽວ ກັບຂໍ້​ຕົກລົງການຄ້າ ແລະ ການເອົາຊະນະກຸ່ມລັດອິສລາມ.

ແລະທ່ານໄດ້ມ້ວນທ້າຍຄຳປາ​ໄສ​ຂອງ​ທ່ານ ດ້ວຍຄຳ​ໝັ້ນ​ສັນຍາ ຊຶ່ງບັດນີ້ໄດ້ເປັນທີ່ຄຸ້ນ ເຄີຍໃນ​ການ​ໂຄສະນາ​ຫາ​ສຽງ.

ທ່ານ Trump ກ່າວວ່າ “ເຖິງຊາວອາເມຣິກັນທັງ​ມວນ ໃນຄ່ຳຄືນວັນນີ້ ຢູ່​ໃນ ​ເມືອງ​ໃຫຍ່​ແລະ​ເມືອງ​ນ້ອຍ​ທັງຫຼາຍຂອງພວກເຮົາ ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນ ຍາດັ່ງກ່າວນີ້. ພວກເຮົາຈະເຮັດໃຫ້ອາເມຣິກາເຂັ້ມແຂງອີກຄັ້ງນຶ່ງ. ພວກເຮົາຈະເຮັດໃຫ້ອາເມຣິກາ “
ມີຄວາມພູມໃຈອີກຄັ້ງນຶ່ງ. ພວກເຮົາຈະເຮັດໃຫ້ອາເມຣິ ກາມີຄວາມປອດໄພອີກຄັ້ງນຶ່ງ ແລະພວກເຮົາຈະເຮັດໃຫ້ອາເມຣິກາ ຍິ່ງໃຫຍ່ ອີກຄັ້ງນຶ່ງ.”

ຢູ່ນອກຫ້ອງປະຊຸມໃຫຍ່ ພວກປະທ້ວງໄດ້ພາກັນ​ສືບ​ຕໍ່​ໂຮມ​ຊຸມນຸມ ເປັນມື້ທີສີ່ ແຕ່ໄດ້ຖືກ ຄວບຄຸມໄວ້ ໂດຍພວກເຈົ້າໜ້າທີ່ຕຳຫລວດ​ເປັນ​ຈຳນວນຫຼວງຫຼາຍ. ການ​ເພັ່ງ​ເລັງ​ທາງ ການເມືອງ ບັດນີ້ ໄດ້ຫັນໄປສູ່ທ່ານນາງ Hillary Clinton ແລະພັກເດໂມແຄຣັດທີ່ຈະຈັດ ກອງປະຊຸມໃຫຍ່ມື້ນີ້ຢູ່ນະຄອນ Philadelphia. ບັນດາຜູ້ສະໜັບສະໜູນທ່ານນາງ Clinton ໄດ້ອອກການໂຄສະນາໃໝ່ ທີ່​ສະ ​ແດງ​ໃຫ້​ເຫັນ​ວ່າ ແຕ່ກ່ອນທ່ານ Trump ໄດ້ ຍ້ອງຍໍທ່ານນາງ Clinton.

ການໂຄສະນາຂອງກຸ່ມ Priorities USA ກ່າວວ່າ“ທ່ານນາງ Hillary Clinto ຂ້າພະ ເຈົ້າຄິດວ່າ ທ່ານເປັນຜູ້ຍິງທີ່ດີຫລາຍ ທ່ານນາງໄດ້ເຮັດວຽກ ໜັກອີ່ຫລີ ແລະຂ້າພະ ເຈົ້າຄິດວ່າ ເຮັດໜ້າທີ່ໄດ້ດີຫລາຍ.”

ບັດນີ້ກອງປະຊຸມໃຫຍ່ພັກຣິພັບ​ບລີ​ກັນທີ່ເມືອງ Cleveland ໄດ້ກາຍ​ເປັນ​ປະຫວັດສາດ ໄປແລ້ວ ທ່ານ Donald Trump ຫວັງວ່າຈະ​ໄດ້ຂຽນອີກຢ່າງໜ້ອຍບົດນຶ່ງ ຢູ່ໃນປະຫວັດ ການເມືອງຂອງທ່ານໃນເດືອນພະຈິກຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG