ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ພົບປະກັບ ຜູ້ນຳປາແລສໄຕນ໌ ທ່ານ Abbass ທີ່ທຳນຽບຂາວ


Trump Meets Palestinian Leader at White House
please wait

No media source currently available

0:00 0:02:02 0:00

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ແລະຜູ້ນຳປາແລສໄຕນ໌ ທ່ານ Mahmood
Abbas ໄດ້ໃຫ້ຄຳໝັ້ນສັນຍາໃນວັນພຸດວານນີ້ວ່າ ທີ່ທຳນຽບຂາວໃນຄວາມພະຍາຍາມ ​
ເພື່ອ​ສ້າງ​ຄວາມ​ກ້າວໜ້າທາງດ້ານການທູດ ໃຫ້​ແກ່​ສັນຕິພາບ​ໃນ ພາກຕາເວັນອອກກາງ.

ຊາວປາແລສໄຕນ໌ ແລະຊາວ Israel ຕ້ອງປະສານງານກັນ ເພື່ອທີ່ຈະບັນລຸຂໍ້ຕົກລົງ ຊຶ່ງທ່ານທຣຳ ໄດ້ກ່າວໄວ້ວ່າ “ຂ້າພະເຈົ້າຢາກຈະເປັນຊ່ວຍຜູ້ໄກ່ເກ່ຍ ເປັນຜູ້ປະສານ
ງານ ເປັນຜູ້​ຊ່ວຍ​ບໍລິການ ແລະພວກເຮົາກໍຈະເຮັດສິ່ງ​ນີ້​ໄດ້ສຳເລັດຜົນ.”

ທ່ານ ທຣຳ ຍັງໄດ້​ໃຫ້​ຄວາມ​ເຫັນວ່າ ຕະຫຼອດຊີວິດຂອງທ່ານ ທ່ານກໍ​ເຄີຍໄດ້ຍິນມາແລ້ວ
ທີ່ວ່າ “ບາງທີ ມັນອາດເປັນຂໍ້ຕົກລົງທີ່ຍາກທີ່ສຸດທີ່​ຈະ​ບັນລຸ​ກັນ​ໄດ້” ລະຫວ່າງປາແລສ
ໄຕນ໌ແລະ Israel “ລອງເບິ່ງດູວ່າ ຖ້າພວກເຮົາສາມາດພິສູດວ່າ ພວກເຂົາຜິດ ໂອເຄ?”

ເຊີນຊົມ: ທ່ານ ທຣຳ ເຮັດວຽກກັບ Israel ກັບ ປາແລສໄຕນ໌

Trump: ‘We Will Get This Done’ On Israel-Palestinian Peace
please wait

No media source currently available

0:00 0:01:01 0:00

ຢືນຢູ່ຄຽງຂ້າງ ປະທານາທິບໍດີ Trump ທີ່ຫ້ອງ Roosevelt ​ເພື່ອ​ຖະ​ແຫຼງຕໍ່ພວກນັກຂ່າວ
ທ່ານ Abbas ໄດ້ກ່າວເປັນພາສາອາຣັບ ວ່າ ທ່ານເຊື່ອວ່າ ພັກຝ່າຍ​ກ່ຽວຂ້ອງ ແມ່ນມີ
ຄວາມສາມາດ ພາຍໃຕ້ “ຄວາມກ້າຫານຊານໄຊຂອງທ່ານທຣຳ ແລະຄວາມສາມາດ
ອັນ​ຍິ່ງ​ໃຫຍ່ໃນການເຈລະຈາ ທີ່ຈະນຳມາຊຶ່ງຂໍ້​ຕົກລົງສັນຕິພາບທີ່ມີ ຄວາມ​ສຳຄັນ​ຄັ້ງປະຫວັດສາດນີ້.”

ໃນຂະນະທີ່ທ່ານຈົບການກ່າວຄຳປາໄສ ແລະຫັນໄປຈັບມືກັບທ່ານທຣຳນັ້ນ ທ່ານ
Abbas ກ່າວເພີ່ມຕື່ມເປັນພາສາອັງກິດວ່າ “ປະຈຸບັນນີ້ ທ່ານປະທານາທິບໍດີກັບທ່ານ
ພວກເຮົາແມ່ນມີຄວາມຫວັງ.”

ໃນບໍ່ເທົ່າໃດນາທີຕໍ່ມາ ໃນຂະນະທີ່ການ​ຮັບ​ປະທານ​ອາຫານ​ທ່ຽງ ​ກຳລັງ​ດຳ​ເນີນ​ ຢູ່​ທີ່​ຫ້ອງ
ຮັບ​ປະທານ​ອາຫານ​ທ່ຽງ​ຄະນະ​ລັດຖະບານ​ນັ້ນ ທ່ານ​ທຣຳ ຊ້ອງ​ໜ້າທ່ານ Mike Pence ຮອງປະທານາທິບໍດີ ແລະ ລັດຖະມົນຕີການຕ່າງປະເທດ Rex Tillerson ໄດ້ບອກກັບ
ທ່ານ Abbas ວ່າ ການບັນລຸຂໍ້ຕົກລົງສັນຕິພາບນີ້ “ອາດຈະບໍ່​ໄດ້ຫຍຸ້ງ ຍາກ ດັ່ງ​ທີ່​ຜູ້ຄົນ
ໄດ້ຄິດ​ໄວ້ ​ໃນ​ໄລຍະຫຼາຍໆປີຜ່ານ​ມາ.”

ທ່ານ​ທຣຳກ່າວ​ຕື່ມ​ວ່າ “ພວກເຮົາເຊື່ອວ່າ Israel ​ເຕັມ​ໃຈ ພວກເຮົາເຊື່ອວ່າ ທ່ານກໍ​ເຕັມ​ໃຈ ແລະຖ້າຫາກວ່າ ທ່ານທັງສອງພໍ​ໃຈ​ແລ້ວ ພວກເຮົາກໍຈະເຮັດຂໍ້ຕົກລົງນີ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ : ຄວາມຄິດເຫັນຂອງທ່ານ Abbas ຕ້ອງການທີ່ຢາກຈະໃຫ້ຮັບຮູ້ ຂອງ ປາແລສໄຕນ໌

Abbas: 'It's About Time For Israel to End Its Occupation'
please wait

No media source currently available

0:00 0:00:30 0:00
XS
SM
MD
LG