ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທົດສອບ ການນຳພາຂອງກຳປູເຈຍ ຕໍ່ບັນຫາ ການທຳຮ້າຍຮ່າງກາຍ

ພວກປະທ້ວງທີ່ສະໜັບສະໜູນ ພັກປົກຄອງໃນປັດຈຸບັນ ໄດ້ຈັດຕັ້ງການໂຮມຊຸມນຸມເດີນຂະບວນ ປະທ້ວງຢູ່ ດ້ານໜ້າ ສະພາແຫ່ງຊາດ ໃນນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ວັນທີ 26 ຕຸລາ 2015.
ພວກປະທ້ວງທີ່ສະໜັບສະໜູນ ພັກປົກຄອງໃນປັດຈຸບັນ ໄດ້ຈັດຕັ້ງການໂຮມຊຸມນຸມເດີນຂະບວນ ປະທ້ວງຢູ່ ດ້ານໜ້າ ສະພາແຫ່ງຊາດ ໃນນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ວັນທີ 26 ຕຸລາ 2015.

ສານຂອງກຳປູເຈຍແຫ່ງນຶ່ງ ຈະຕັດສິນຄະດີໃນມໍ່ໆນີ້ ກ່ຽວກັບຂໍ້ກ່າວຫາຕໍ່ ທະຫານ 3 ຄົນ ຜູ້ທີ່ໄດ້ສາລະພາບ ຕໍ່ການທຳຮ້າຍຮ່າງກາຍ ນັກການເມືອງຝ່າຍຄ້ານສອງທ່ານ ຢູ່ດ້ານນອກ ສະພາແຫ່ງຊາດ ເມື່ອເດືອນຕຸລາ ປີກາຍນີ້. ຜົນຂອງຂະບວນການຍຸດຕິທຳ ທີ່ອອກມາ ແມ່ນຖືກມອງເຫັນວ່າ ຈະເປັນການທົດສອບ ສຳລັບສິດທິມະນຸດ ໃນກຳປູເຈຍ ບ່ອນທີ່ລັດຖະບານ ປາບປາມ ຕໍ່ຜູ້ທີ່ບໍ່ເຫັນດີເຫັນພ້ອມ ທີ່ໄດ້ສົ່ງຜົນເຮັດໃຫ້ ມີການຟ້ອງ ຮ້ອງຢ່າງຫຼວງຫຼາຍ ແລະ ການຄຸມຂັງບັນດານັກການເມືອງຝ່າຍຄ້ານ ແລະ ພວກທີ່ ສະໜັບສະໜູນພວກເຂົາເຈົ້າ.

ກຸ່ມສະໜັບສະໜູນ ສິດທິພົນລະເຮືອນ ກຳລັງຖືກກົດດັນດ້ວຍກຳລັງ ຊີ້ນຳໂດຍຕຳຫຼວດປາບ ຈະລາຈົນ ໃນຂະທີ່ເດີນຂະບວນປະທ້ວງ ຂອງການກ່າວຟ້ອງ ບັນດານັກເຄື່ອນໄຫວເພື່ອສິດທິ ໃນທ້ອງຖິ່ນ ຢູ່ໃກ້ຄຸກ Prey Sar ຢູ່ນອກນະຄອນຫຼວງ Phnom Penh, ກຳປູເຈຍ, ວັນທີ 9 ພຶດສະພາ 2016.

ທ່ານ Kung Sophea ແລະ ທ່ານ Nhay Chamraoen ຂອງພັກກອບກູ້ແຫ່ງຊາດ ຂອງກຳປະເຈຍ ຫຼືຶ CNRP ໄດ້ຖືກທຳຮ້າຍຮ່າງກາຍຢ່າງສາຫັດ ໂດຍການທຸບຕີ ຊຶ່ງ ເກີດຂຶ້ນຫຼັງຈາກການປະທ້ວງຕໍ່ຕ້ານກຸ່ມຝ່າຍຄ້ານ ທີ່ນຳພາໂດຍ ນາຍພົນ Kun Kim ແລະ ພວກສະມາຊິກ ຈາກສຳນັກງານໃຫຍ່ ໜ່ວຍອາລັກຂາ ຂອງນາຍົກລັດຖະມົນຕີ ຫຼື (BGH). ການປະເຊີນໜ້າກັນນັ້ນ ໄດ້ເຮັດໃຫ້ປະເທດ ແລະ ບັນດາຜູ້ສັງເກດການສາກົນ ຕົກຕະລຶງ.

ທ່ານ Sam Rainsy (ກາງ), ຜູ້ນຳຂອງພັກຝ່າຍຄ້ານ Cambodia National Rescue Party ແມ່ນເຫັນໄດ້ວ່າ ກຳລັງກ່າວຄຳປາໄສ ຢູ່ທີ່ການປະທ້ວງໃນໃຈກາງນະຄອນຫຼວງ ພະນົມເປັນ.
ທ່ານ Sam Rainsy (ກາງ), ຜູ້ນຳຂອງພັກຝ່າຍຄ້ານ Cambodia National Rescue Party ແມ່ນເຫັນໄດ້ວ່າ ກຳລັງກ່າວຄຳປາໄສ ຢູ່ທີ່ການປະທ້ວງໃນໃຈກາງນະຄອນຫຼວງ ພະນົມເປັນ.

ທ້າວ Sot Vanny ທ້າວ Mao Hoeun ແລະ ທ້າວ Chay Sarit ໄດ້ຍອມຈຳນົນ ຕໍ່ ຕຳຫຼວດ ໃນກາງເດືອນພະຈິກ ຫຼັງຈາກທີ່ນາຍົກລັດຖະມົນຕີ Hun Sen ໄດ້ອອກມາ ຮຽກຮ້ອງ ໃຫ້ພວກເຂົາເຈົ້າເຮັດເຊັ່ນນັ້ນ ຢ່າງເປີດເຜີຍ. ພວກເຂົາເຈົ້າໄດ້ຢືນຢັດວ່າ ພວກເຂົາໄດ້ກະທຳໄປໂດຍລຳພັງ ຍ້ອນຄວາມໂກດແຄ້ນ ແລະ ໄດ້ກ່າວວ່າ ພວກເຂົາ ບໍ່ໄດ້ເປັນສ່ວນນຶ່ງ ຂອງຄວາມພະຍາຍາມ ທີ່ໄດ້ຖືກຈັດແຈງຂຶ້ນມາ ເພື່ອປິດປາກປິດສຽງ ຝ່າຍຄ້ານ ດັ່ງທີ່ໄດ້ຖືກກ່າວຫາ ໂດຍກຸ່ມຕ່າງໆ ເຊັ່ນ ກຸ່ມປົກປ້ອງສິດທິມະນຸດ ຫຼື HRW ນັ້ນ.

ພວກເຂົາເຈົ້າໄດ້ກ່າວອີກວ່າ ພວກເຂົາເຈົ້າ ໄດ້ຕອບໂຕ້ຄືນ ຫຼັງຈາກນັກການເມືອງ ສອງຄົນ ໄດ້ດ່າເຢາະເຢີ້ຍ ແລະ ດູຖູກພວກເຂົາເຈົ້າ ໂດຍ ກ່າວຫາພວກເຂົາເຈົ້າວ່າ ເປັນຫຸ່ນເຊີດຂອງຫວຽດນາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG