ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລົມພາຍຸ Isaac ພວມມຸ່ງໜ້າ ສູ່ເກາະ Hispaniola


ລົມພາຍຸເຂດຮ້ອນ Isaac ທີ່ພວມພັດຖະຫຼົ່ມໃນແຖບທະເລ Caribbean (23 ສິງຫາ 2012)
ລົມພາຍຸເຂດຮ້ອນ Isaac ທີ່ພວມພັດຖະຫຼົ່ມໃນແຖບທະເລ Caribbean (23 ສິງຫາ 2012)
ເປັນທີ່ຄາດກັນວ່າ ລົມພາຍຸເຂດຮ້ອນ Isaac ຈະພາໃຫ້ເກີດຝົນ
ຕົກໜັກໃນວັນສຸກມື້ນີ້ ທີ່ເກາະ Hispaniola ຊຶ່ງເປັນທີ່ຕັ້ງ ຂອງ
ສາທາລະນະລັດ Dominican ແລະປະເທດ Haiti.

ສູນກາງລົມພາຍຸເຮີຣີເຄນແຫ່ງຊາດຂອງສະຫະລັດ ແຈ້ງວ່າ ຈະ
ມີຝົນຕົກໜັກຫຼາຍກວ່າ 50 ຊັງຕີແມັດຊຶ່ງສາມາດພາໃຫ້ເກີດນໍ້າ
ຖ້ວມສຸແລະດິນເຈື່ອນທີ່ເປັນໄພ ອັນຕະລາຍຕໍ່ຊີວິດໄດ້.

ສູນກາງດັ່ງກ່າວນີ້ ຍັງໄດ້ອອກຄຳເຕືອນໃຫ້ລະມັດລະວັງສຳລັບ
Haiti ຊຶ່ງເປັນປະເທດທີ່ພວມຟື້ນໂຕຄືນຈາກແຜ່ນດິນໄຫວຮ້າຍ
ແຮງໃນປີ 2010.

ຈຸດສູນກາງຂອງລົມພາຍຸເຂດຮ້ອນ Isaac ຈະຢູ່ໃກ້ໆຫຼືເທິງເກາະ
Hispaniola ໃນວັນສຸກມື້ນີ້ ແລະຈະເຄື່ອນໄປໃກ້ໆ ຫຼືຢູ່ເທິງພາກຕາເວັນອອກສຽງໃຕ້ຂອງ
ຄິວບາ ໃນວັນເສົາມື້ອື່ນ.
XS
SM
MD
LG