ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພາຍຸເຂດຮ້ອນ ໄອຊິກ ພັດເຂົ້າສູ່ອ່າວ ເມັກຊິໂກ


ພາບຖ່າຍຈາກດາວທຽມ ຂອງພາຍຸເຂດຮ້ອນ Isaac, ວັນທີ 28 ສິງຫາ 2012.
ພາບຖ່າຍຈາກດາວທຽມ ຂອງພາຍຸເຂດຮ້ອນ Isaac, ວັນທີ 28 ສິງຫາ 2012.
ພາຍຸ​ເຂດ​ຮ້ອນ ​ໄອ​ຊິກ ​ໄດ້ພັດ​ເຂົ້າ​ສູ່ອ່າວເມັ​ກຊິກ​ໂກ ​ໃນ​ຕອນ​ເຊົ້າ​ວັນ​ຈັນມື້​ນີ້ ຫລັງ​ຈາກ​ໄດ້​ພັດ​ຜ່ານ​ເຂດ​ປາຍ​ແຫລມ​ສຸດ​ຂອງ​ລັດ ຟຣໍລິ​ດາ ​ແລະ​ຂົງ​ເຂດເມືອງ​ໄມ​ອາ​ມີ ​ດ້ວຍ​ລົມ​ແຮງ ແລະ​ຝົນ
ທີ່​ທັ່ງ​ເທ​ລົງ​ມາ​ຢ່າງ​ໜັກ​.

ສູນ​ລົມພາ​ຍຸ​ເຮ​ຮີ​ເຄນ​ແຫ່ງ​ຊາດ ກ່າວ​ວ່າ ຄາດ​ວ່າ​ ພາຍຸໄອ​ຊິກ
ຈະ​ເພີ້​ມຄວາມ​ແຮງ​ຂື້ນ​ເປັນ​ພາ​ຍຸເຮີຣີ​ເຄນ​ໃນ​ວັນ​ອັງຄານມື້​ອື່ນ
ກ່ອນຈະ​ພັດ​ເຂົ້າ​ຝັ່ງ​ແຄມອ່າວເມັກ​ຊິ​ໂກ ລະຫວ່າງລັດຟຣໍລິ​ດາ ​
ແລະ​ລັດ​ລູຍ​ຊິ​ອານາ.

ສີ່​ລັດພາກ​ໃຕ້​ຂອງ​ສະຫະລັດ ຄື ລັດ​ອາ​ລາບ​າມາ ຟຣໍລິ​ດາ
ລູຍ​ຊິ​ອານາ ​ແລະ ມີສ​ຊິສຊິບປີ ​ຕ່າງ​ກໍໄດ້​ປະກາດ​ພາວະ​ສຸກ
ເສີນ ​ໃນຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ຕຽ​ມຮັບ​ມືກັບ​ພາ​ຍຸ​ໄອ​ຊິກນັ້ນ.

ເຈົ້າ​ເມືອງໆ New Orleans ທ່ານ Mitch Landrieu ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ສໍາລັບ​ເມືອງ​ຂອງ​ທ່ານ ​ແລະບອກໃຫ້​ປະຊາກອນ​ຈົ່ງ​ພາກັນ​ຕຽມ​ພ້ອມ ສໍາລັບ​ການ​ບໍ່​ມີ​ນໍ້າ​ແລະໄຟຟ້າ​ໃຊ້​ ເປັນ​ເວລາຫລາຍໆ​ວັນ. ທ່ານ​ຍັງ​ຊຸກຍູ້​ໃຫ້​ເຂົາ​ເຈົ້າ​ພາກັນ​ຍົກ​ຍ້າຍໜີ ຖ້າ​ຫາກ​ວ່າ​ ມີຄໍາ​ສັ່ງ​ໃຫ້ເຮັດ​ເຊ່ນ​ນັ້ນ.

ຫລາຍ​ໆຄົນ​ບໍ່ພາກັນຍົກຍ້າຍເມື່ອ 7 ປີ​ກ່ອນ ​ເວລາ​ພາຍຸ​ເຮີ​ຣິ​ເຄນ ​ແຄ​ຕຕຣິນາ ​ພັດ​ຖະຫລົ່ມ​ເມືອງ ນິວອໍ​ຣ໌ລີນ. ວັນ​ພຸດມື້ຮື​ນີ້ ​ເປັນວັນຄົບຮອບ 7 ປີ​ຂອງພາຍຸ ​ແຄ​ຕ​ຕຣິນາ ທີ່ໄດ້​ສ້າງ​ຄວາມ​ເສຍ​ຫາຍໜັກ​ແກ່​ເມືອງນິວອໍຣລີ​ນ ​ແລະ​ສ່ວນ​ໃຫຍ່ ​ຂອງເຂດ​ຝັ່ງ​ແຄມອ່າວ​ເມັກ​ຊິ​ໂກ ໂດຍເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 1,800 ຄົນ ​ແລະ​ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ ບໍ່​ມີ​ທີ່ຢູ່​ອາ​ໄສ.

ພາຍຸ​ໄອ​ຊິກ ​ໄດ້​ກະ​ໜໍ່າ​ພາກ​ຕາ​ເວັນ​ອອກ​ຂອງເກາະ​ຄິວ​ບາ ​ໃນ​ມື້ວັນ​ເສົາ ຫລັງ​ຈາກ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 7 ຄົນ ທີ່​ເກາະ​ໄຮ​ຕີ ທີ່​ຍັງກໍາລັງ​ພະ​ຍາ​ຍາມ​ຟື້ນ​ໂຕຄືນ ​ຈາກ​ໄພແຜ່ນດິນ​ໄຫວ​ທີ່ຮ້າງ​ແຮງ ​ໃນ​ປີ 2010​. ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ ​ໃນ ຄິວ​ບາ.
XS
SM
MD
LG