ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຕັດສິນໂທດ ປະຫານຊີວິດ ຜູ້ຊາຍ 3 ຄົນ ແລະ ຈຳຄຸກ ຕະຫຼອດຊີວິດ ແມ່ຍິງຄົນນຶ່ງ (ວີດີໂອ)


ເຈົ້າໜ້າທີ່ຕຳຫລວດ ທຳການລາດຕະເວນ ທາງເຂົ້າຂອງ ສານປະຊາຊົນຊັ້ນກາງ ໃນເມືອງ Kunming ຢູ່ແຂວງ Yunnan ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ, ວັນທີ 12 ກັນຍາ 2014.
ເຈົ້າໜ້າທີ່ຕຳຫລວດ ທຳການລາດຕະເວນ ທາງເຂົ້າຂອງ ສານປະຊາຊົນຊັ້ນກາງ ໃນເມືອງ Kunming ຢູ່ແຂວງ Yunnan ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ, ວັນທີ 12 ກັນຍາ 2014.

ສື່ມວນຊົນຂອງທາງການຈີນລາຍງານວ່າ ສານແຫ່ງນຶ່ງ ໃນ
ພາກຕາເວັນຕົກສຽງໃຕ້ຂອງປະເທດ ໄດ້ຕັດສິນລົງໂທດ
ປະຫານຊີວິດຜູ້ຊາຍ 3 ຄົນ ແລະຈຳຄຸກຕະຫຼອດຊີວິດແມ່ຍິງ
ຄົນນຶ່ງ ທີ່ໄດ້ສັງຫານ​ ​31 ຄົນ ​ໂດຍໃຊ້​ມີດ​ແທງຜູ້ຄົນ ຢູ່ນອກ​
ສະຖານີ​ລົດ​ໄຟ​ໃນ​ເມືອງ​ Kunming.

ໂທລະພາບຂອງທາງການຈີນລາຍງານວ່າ ສານປະຊາຊົນ
ຊັ້ນກາງຂອງເມືອງ​ Kunming ໄດ້ອອກຄຳພິພາກສາໃນວັນ
ສຸກມື້ນີ້. ບຸກຄົນທັງ 4 ໄດ້ຖືກພົບເຫັນມີຄວາມຜິດ ໃນການ
ສັງຫານຜູ້ຄົນ ແລະ​ ເປັນ​ສະມາຊິກຂອງ​ກຸ່ມ​ກໍ່ການ​ຮ້າຍ.

Chinese Court Convicts Four in Kunming Knife Attack
please wait

No media source currently available

0:00 0:00:54 0:00

​ປັກກິ່ງໄດ້ຖິ້ມໂທດໃສ່ພວກມຸສລິມຫົວຮຸນແຮງ ຈາກເຂດຊິນຈຽງ ທາງ ພາກຕາເວັນຕົກ
ສຽງເໜືອ ຂອງປະເທດນັ້ນວ່າ ເປັນຜູ້ຮັບຜິດຊອບ ໃນການໂຈມຕີເມື່ອວັນ​ທີ 1 ມີນາ​
ຜ່ານ​ມາ ຊຶ່ງນອກນັ້ນ ຍັງເຮັດໃຫ້ມີຜູ້ໄດ້ ຮັບບາດເຈັບ​ອີກ 141 ຄົນ.

​ເຈົ້າໜ້າ​ທີ່​ຈີນ ​ໄດ້​ຍິງ​ສັງຫານອີກ​ສີ່​ຄົນ​ທີ່​ສົງ​ໄສ​ວ່າ​ເປັນ​ພວກ​ຄົນ​ຮ້າຍທີ່ ຮ່ວມໃນການ
ໂຈມຕີດັ່ງກ່າວ.

​ຊາວມຸສລິ​ມ​ຊົນ​ເຜົ່າວີ​ເກີ້ສ່ວນໃຫຍ່ ພາກັນຈົ່ມ​ວ່າ​ ພວກ​ຕົນໄດ້ຖືກປະ ຫັດປະຫານໂດຍ
ເຈົ້າໜ້າທີ່ຈີນ.

CHINA TERROR TRIAL UPD VO
please wait

No media source currently available

0:00 0:00:36 0:00

XS
SM
MD
LG