ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານຈີນ ເລື່ອນເວລາ ການດຳເນີນຄະດີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ


ແຜນທີ່ ເມືຶອງ Guangzhou ໃນປະເທດຈີນ
ແຜນທີ່ ເມືຶອງ Guangzhou ໃນປະເທດຈີນ

ສານແຫ່ງ​ນຶ່ງ​ໃນເມືອງ Guangzhou ທາງ​ພາກ​ໃຕ້​ຂອງຈີນ
ໄດ້​ຖືກ​ບັງຄັບ​ໃຫ້​ເລື່ອນການ​ດຳ​ເນີນ​ຄະດີ ​ ນັກ​ເຄື່ອນ​ໄຫວ​
ເພື່ອ​ປະຊາທິປະ​ໄຕ ​ທີ່ສຳຄັນຄົນ​ນຶ່ງ ຫຼັງ​ຈາກພວກທະນາຍ
​ຄວາມ​ຂອງ​ທ່ານບໍ່ຍອມໄປຮ່ວມການ​ດໍາ​ເນີນຄະດີເພາະອັນ
​ທີ່​ເຂົາເຈົ້າຮ້​ອງ​ວ່າ “ຂັ້ນຕອນການ​ພິຈາລະນາຄວາມ ທີ່ຜິດ
ປົກກະຕິ.”

ພວກ​ທະນາຍຄວາມໄດ້ພາກັນປະຕິເສດ​ບໍ່​ຍອມເຂົ້າ​ຮ່ວມ
​ການ​ເປີດ​ການດຳ​ເນີນ​ຄະດີ ທ່ານ Gui Feixong ​ໃນວັນ
​ສຸກມື້​ນີ້ ​ເພາະວ່າ​ໄອ​ຍະ​ການ ບໍ່ໃຫ້​ເຂົາ​ເຈົ້າ​ກວດສອບເບິ່ງ
ຫ​ລັກ​ຖານ ຕໍ່ລູກ​ຄວາ​ມຂອ​ງ​ເຂົາເຈົ້າ ແລະ​ບໍ່​ໄດ້ແຈ້ງໃຫ້ເຂົາ​ເຈົ້າ ຊາບລ່ວງ​ໜ້າ ສາມ​ມື້
ກ່ອນດຳ​ເນີນ​ຄະດີ ​ເພື່ອ​ຕຽມການຕໍ່ສູ້ຄະດີຂອງ​ເຂົາ​ເຈົ້ານັ້ນ.

ທ່ານ Gui ກຳລັງ​ຖືກ​ດຳ​ເນີນ​ຄະດີ ຮ່ວມ​ກັບ​ເພື່ອນ​ນັກ​ເຄື່ອນ​ໄຫວ ທ່ານ Sun Desheng​.
ທັງ​ສອງ​ທ່ານໄດ້​ຖືກ​ຈັບ​ໃນ​ຖານຈັດ​ຕັ້ງ ​ແລະ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ຕ້ານການ​ກວດກາ​ສື່​
ມວນ​ຊົນຢູ່​ນອກ​ຫ້ອງການໜັງສືພິມ Southern Weekly ​ໃນ​ເດືອນ​ມັງກອນແລ້ວ​ນີ້. ທັງ
​ສອງທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ “​ເຕົ້າ​ໂຮມ​ຝູງ​ຊົນ ​ເພື່ອ​ລົບ​ກວນ​ຄວາມເປັນລະບຽບຂອງສັງ
ຄົມ” ຊຶ່ງເປັນຂໍ້​ຫາ ທີ່​ອາດມີໂທດໜັກ ເຖິງ​ຫ້າ​ປີ.

ໃນຖະ​ແຫລ​ງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ນັ້ນ ກຸ່ມປົກປ້ອງ​ສິດທິ​ມະນຸດ ​Human Rights Watch ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ບຸກຄົນທັງ​ສອງ ແລະກ່າວຕື່ມ​ວ່າ ພວກທ່ານທັງ
ສອງ “ປະ​ເຊີນ​ໜ້າກັບຂໍ້​ຫາ​ ໃນ​ຖານຮຽກຮ້ອງຢ່າງສັນຕິ​ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແລະ
ເພື່ອ​ສິດທິ​ມະນຸດ."

XS
SM
MD
LG