ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ຝຣັ່ງ ຢ້ຽມຢາມ ກີນີ ແນໃສ່ ເລື່ອງອີໂບລາ


ປະທານາທິບໍດີຝຣັ່ງ ທ່ານ Francois Holland ໄດ້ເດີນທາງໄປ
ຢ້ຽມຢາມປະເທດກີນີທີ່ພວມປະເຊີນກັບການລະບາດຂອງອີໂບ
ລາ ເຮັດໃຫ້ທ່ານເປັນຜູ້ນຳປະເທດຕາເວັນຕົກຜູ້ທຳອິດທີ່ໄດ້ໄປ
ຢ້ຽມຢາມ ນຶ່ງໃນບັນດາປະເທດທີ່ເປັນຈຸດສູນກາງຂອງການລະ
ບາດນັ້ນ.

ປະທານາທິບໍດີຝຣັ່ງ ໄດ້ຖືກຕ້ອນຮັບທີ່ນະຄອນ Conakry ໃນວັນສຸກວານນີ້ ໂດຍປະທາ ນາທິບໍດີ Alpha Conde ກ່ອນພົບປະກັບພວກເຈົ້າໜ້າທີ່ສາທາລະນະສຸກ ແລະໄປຢ້ຽມ ສູນກາງການແພດແຫ່ງນຶ່ງ.

ຝຣັ່ງໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຊ່ອຍເຫຼືອ 125 ລ້ານໂດລາເພື່ອຕໍ່ສູ້ກັບອີໂບລາໂດຍ ຈະສຸມໃສ່ກີນີ ຊຶ່ງຄັ້ງນຶ່ງເຄີຍເປັນຫົວເມືອງຂຶ້ນຂອງຝຣັ່ງນັ້ນ.

ທ່ານ Holland ກ່າວຢ້ຳວ່າ ບັນດາປະເທດທີ່ພວມປະສົບກັບການລະບາດຂອງອີໂບລາ ຕ້ອງບໍ່ຖືກໂດດດ່ຽວ. ທ່ານເວົ້າວ່າ ທ່ານເດີນທາງໄປກີນີກໍເພື່ອສົ່ງຂ່າວຄາວ ທີ່ໃຫ້ຄວາມ ຫວັງ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ອົງການ Wellcome Trust ຊຶ່ງເປັນອົງການການກຸສົນ ດ້ານການແພດ ກ່າວວ່າ ຕົນມີແຜນການ ທີ່ຈະທົດລອງກ່ຽວກັບການກວດແບບໃໝ່ຢູ່ປະ ເທດກີນີ ໃນການຕິດເຊື້ອອີໂບລາ ທີ່ສາມາດແຈ້ງຜົນໃຫ້ຊາບ ພາຍໃນ 15 ນາທີ 6 ເທື່ອ ໄວກວ່າການກວດທີ່ໃຊ້ກັນຢູ່ໃນປັດຈຸບັນນີ້.

ຖ້າຫາກປະສົບກັບຄວາມສຳເລັດການກວດດັ່ງກ່າວສາມາດຊ່ອຍພວກນັກຊ່ຽວຊານການ ແພດລະບຸກໍລະນີຕິດເຊື້ອອີໂບລາ ໄດ້ໄວຂຶ້ນ ແລະເລີ້ມທຳການປິ່ນປົວພວກຄົນປ່ວຍໄດ້ ໄວຂຶ້ນກວ່າແຕ່ກ່ອນ. ພວກນັກຊ່ຽວຊານກ່າວວ່າການປິ່ນປົວໂດຍໄວນັ້ນແມ່ນພາກສ່ວນ ສຳຄັນທີ່ຈະປະສົບກັບຄວາມສຳເລັດໃນການປິ່ນປົວພວກທີ່ຕິດເຊື້ອອີໂບລາ.

ກີນີ ມີຜູ້ເສຍຊີວິດ ຍ້ອນອີີໂບລາໄປແລ້ວ 1200 ຄົນ. ຮວມທັງໝົດແລ້ວ ອີໂບລາໄດ້ເອົາ ຊີວິດຜູ້ຄົນປະມານ 5700 ຄົນ ໃນຈຳນວນພວກທີ່ຕິດເຊື້ອທັງໝົດ 16000 ຄົນ ຊຶ່ງສ່ວນ ໃຫຍ່ແລ້ວ ແມ່ນຢູ່ໃນກີນີ ໄລບີເຣຍ ແລະຊີແອຣາ ເລອອນ.

EBOLA GUINEA VO
please wait
Embed

No media source currently available

0:00 0:00:36 0:00

French President Francois Hollande has traveled to the Ebola-stricken nation of Guinea, becoming the first Western leader to visit one of the countries at the center of the outbreak.

The French president was greeted Friday in Conakry by President Alpha Conde before meeting with health workers and visiting a medical facility.

France has pledged $125 million to the fight against Ebola, concentrating on Guinea, where it once was a colonial power.

Mr. Hollande stressed that countries suffering from Ebola outbreaks must not be isolated.He said he came to Guinea to deliver a message of hope.

Also Friday, the Wellcome Trust, an international health charity, said it plans to try a new test in Guinea for Ebola infection that could produce results in 15 minutes -- six times faster than tests currently in use.

If successful, the test could help medical experts identify Ebola cases sooner and start treating patients earlier than before.Experts say prompt treatment is a crucial factor in successfully treating Ebola.

Guinea has lost 1,200 lives to the disease.In total, this Ebola outbreak has taken some 5,700 lives among 16,000 cases, with the majority of them in Guinea, Liberia and Sierra Leone.

XS
SM
MD
LG