ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຈລະຈາ ກ່ຽວກັບ TPP ສິ້ນສຸດລົງ ໂດຍປາສະຈາກ ການຕົກລົງກັນ


ບັນດາລັດຖະມົນຕີ ທີ່ເຂົ້າຮ່ວມກອງປະຊຸມ ຖະແຫຼງຂ່າວ ກ່ຽວຂໍ້ ຕົກລົງພາຄີຂ້າມມະຫາສະມຸດປາຊີຟິກ ຫລື TPP ທີ່ລັດຮາວາຍ (31 ກໍລະກົດ 2015)
ບັນດາລັດຖະມົນຕີ ທີ່ເຂົ້າຮ່ວມກອງປະຊຸມ ຖະແຫຼງຂ່າວ ກ່ຽວຂໍ້ ຕົກລົງພາຄີຂ້າມມະຫາສະມຸດປາຊີຟິກ ຫລື TPP ທີ່ລັດຮາວາຍ (31 ກໍລະກົດ 2015)

ການເຈລະຈາ ກ່ຽວກັບຂໍ້ຕົກລົງການຄ້າທີ່ສຳຄັນ ໄດ້ສິ້ນສຸດລົງ
ໂດຍບໍ່ສາມາດບັນລຸການຕົກລົງກັນໄດ້.

ທີ່ກອງປະຊຸມຖະແຫລງຂ່າວໃນຕອນແລງວັນສຸກວານນີ້ ຜູ້ຕາງ
ໜ້າທາງດ້ານການຄ້າຂອງສະຫະລັດ ທ່ານ Michael Froman
ກ່າວວ່າ 12 ປະເທດ ທີ່ພົວພັນໃນການເຈລະຈາ ໄດ້ສ້າງຄວາມ
ຄືບໜ້າທີ່ສຳຄັນ ແລະມີຄວາມໝັ້ນໃຈຫຼາຍຂຶ້ນກວ່າແຕ່ກ່ອນວ່າ ຂໍ້ຕົກລົງດັ່ງກ່າວແມ່ນສາມາດບັນລຸກັນໄດ້.

ການເຈລະຈາເພື່ອສ້າງຕັ້ງພາຄີຂ້າມມະຫາສະມຸດປາຊີຟິກ ຫຼື
TPP ໄດ້ເລີ້ມມາ ເປັນເວລາຫຼາຍປີແລ້ວ ແລະຄາດຄິດກັນວ່າ
ຂໍ້ຕົກລົງດັ່ງກ່າວ ແມ່ນໃກ້ຈະສຳເລັດເສັດສິ້ນ. ໃນອາທິດນີ້ ບັນດາລັດຖະມົນຕີການຄ້າ
ໄດ້ໄປເຕົ້າໂຮມກັນ ທີ່ລັດຮາວາຍ ເພື່ອສ້າງຄວາມຄືບໜ້າ ໃຫ້ແກ່ຂໍ້ຕົກລົງ ທີ່ສະລັບຊັບ
ຊ້ອນສະບັບນີ້. ຂໍ້ຕົກລົງ TPP ອາດຈະກວມເອົາ 40 ເປີເຊັນຂອງເສດຖະກິດໂລກ.

ບໍ່ໄດ້ມີການກຳນົດວັນເວລາໃດໆສຳລັບການປະຊຸມຮອບໜ້າກ່ຽວກັບຂໍ້ຕົກລົງນີ້ ແຕ່ບັນ ດາລັດຖະມົນຕີການຄ້າ ກ່າວວ່າ ການເຮັດວຽກເພື່ອແກ້ໄຂຂົງເຂດວຽກງານ ທີ່ມີບັນຫາ
ຈະດຳເນີນຕໍ່ໄປ.

ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ ທ່ານ Michael Froman
ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ ທ່ານ Michael Froman

ບັນຫາຕ່າງໆ ທີ່ມີຄວາມຫຼໍ່ແຫຼມທາງການເມືອງ ແມ່ນຮວມທັງ ການດຳເນີນຄວາມພະຍາ ຍາມເພື່ອອະນຸຍາດໃຫ້ມີການນຳເອົາເຂົ້າຈາກຕ່າງປະເທດເຂົ້າໄປຂາຍເພີ້ມຂຶ້ນໃນຍີ່ປຸ່ນ ການນຳເຂົ້ານ້ຳຕານມາຍັງສະຫະລັດ ການເປີດກວ້າງຕື່ມຂຶ້ນຕໍ່ຜະລິດຕະພັນນ້ຳນົມຂອງ ການາດາ ແລະການຂະຫຍາຍການຄຸ້ມຄອງປະຕັງສຳລັບຢາທີ່ໃຫ້ຄວາມຫວັງຊະນິດໃໝ່ ເປັນເວລາ 12 ປີ.

ຂໍ້ຕົກລົງການຄ້າສະບັບກ່ອນໆແມ່ນເລັງໃສ່ການຕັດພາສີເພື່ອຊຸກຍູ້ການຄ້າໂດຍເຮັດໃຫ້ ລາຄາຂອງສິນຄ້າຖືກລົງ. ແຕ່ພວກສະໜັບສະໜຸນຂໍ້ຕົກລົງ TPP ກ່າວວ່າ ຂໍ້ຕົກລົງການ ຄ້າທີ່ມີການນຳສະເໜີດັ່ງກ່າວ ແມ່ນຈະນຳເອົາລະບຽບການ ແລະກົດໝາຍຕ່າງໆມາເຂົ້າ ກັນລະຫວ່າງບັນດາຄູ່ການຄ້າ ເພື່ອເຮັດໃຫ້ເປັນການ ງ່າຍຂຶ້ນທີ່ຈະຈຳໜ່າຍສິນຄ້າ ແລະ
ການບໍລິການຢູ່ໃນທົ່ວໂລກ.

ໄອຍະການ Tim Brightbill ທີ່ທຳການຟ້ອງຮ້ອງດຳເນີນຄະດີກ່ຽວກັບການຄ້າ ກ່າວວ່າ ຂໍ້ຕົກລົງການຄ້າທີ່ມີການຈັດຕັ້ງເປັນຢ່າງດີອາດຈະເປັນບາດກ້າວອັນໃຫຍ່ຫຼວງໃນທາງ ບວກສຳລັບທຸກປະເທດທີ່ພົວພັນ. ແຕ່ໃນຂະນະດຽວກັນທ່ານກໍໄດ້ເຕືອນວ່າ ຂໍ້ຕົກລົງທີ່ ບໍ່ໄດ້ດຳເນີນການຫຍັງຫຼາຍເພື່ອຊ່ອຍຜູ້ຜະລິດແລະວຽກງານຂອງຊາວອາເມຣິກັນແລ້ວ ຈະບໍ່ໄດ້ຮັບການອະນຸມັດໂດຍລັດຖະສະພາ. ສຳລັບປະເທດອື່ນໆກໍມີເປົ້າໝາຍທີ່ສຳຄັນ
ແລະຂັ້ນຕອນໃນການອະນຸມັດຂອງ ຕົນ.

ນັກຄົ້ນຄວ້າທ່ານນຶ່ງ ທີ່ຕິດຕາມເບິ່ງບັນຫາເສດຖະກິດ ການຄ້າ ແລະ ການເມືອງຂອງເອ ເຊຍກ່າວວ່າ ຖ້າພວກເຈົ້າໜ້າທີ່ຫາກບໍ່ສາມາດບັນລຸການຕົກລົງໃນເວລານີ້ພວກທ່ານກໍ ຈະປ່ອຍໃຫ້ເລື້ອງນີ້ ໄດ້ຮັບການແກ້ໄຂກັນຕາມພາຍຫຼັງ ແລະກໍຈະພະຍາຍາມເຮັດວຽກ ຕໍ່ໄປ.

Econ Trade TPP
please wait
Embed

No media source currently available

0:00 0:00:38 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG