ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ລົດ​ໄຟ ນຳ​ເອົາສົບ ຜູ້ເຄາະຮ້າຍ ​ເຮືອບິນຕົກ ​ໄປເຖິງ ເມືອງ Kharkiv ທີ່​ລັດ​ຖະ​ບານ ຄວບ​ຄຸມແລ້ວ (ສະ​ໄລດ໌/ວີດີໂອ)


UKRAINE PLANE CNPK
please wait
Embed

No media source currently available

0:00 0:03:01 0:00

ລົດ​ໄຟ​ຄັນ​ນຶ່ງ ທີ່​ໄດ້​ນຳ​ເອົາສົບຂອງ​ເກືອບ 300 ຄົນ ທີ່​ເສຍ​ຊີວິດ
​ຍ້ອນ​ເຮືອບິນ ໂດຍສານຂອງມາ​ເລ​ເຊຍ ​ຖືກຍິງຕົກຢູ່່ຢູ​ເຄຣນນັ້ນ
​ໄດ້​ເດີນທາງ ໄປ​ເຖິງ​ເມືອງ Kharkiv ​ທີ່ລັດຖະບານ​ຄວບ​ຄຸມ ຢູ່
ໃນພາກ​ຕາ​ເວັນ​ອອກ​ຂອງປະເທດແລ້ວ.

ລົດ​ໄຟ​ໄດ້​ໄປ​ເຖິງ​ໃນ​ວັນ​ອັງຄານມື້ນີ້ ຈາກ​ເມືອງ Torez ທີ່​ຄວ​ບ
ຄຸມ​ໂດຍ​ກຳລັງ ​ກະບົດ ທີ່ນິຍົມຣັດ​ເຊຍ. ບັນດາ​ສົບ​ເຫລົ່າ​ນີ້​ ຈະ
​ຖືກມອບ​ໃຫ້​ແກ່ເນ​ເທີ​ແລນ ຊຶ່ງ​ເປັນ​ປະ​ເທດ ​ທີ່ມີ​ຈຳນວນຜູ້​ເສຍ
ຊີວິດ​ຫລາຍ​ທີ່​ສຸດ ຍ້ອນ​ເຮືອບິນ​ຕົກໃນຄັ້ງນີ້.

Ukraine Rebels Surrender MH17 Black Boxes
please wait

No media source currently available

0:00 0:03:04 0:00

ສົບເຫຼົ່ານີ້ໄດ້ໄປ​ເຖິງ ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກ​ພວກ​ກະບົດ ​ຢູ່​ພາກ​ຕາ​ເວັນ​ອອກຂອງ​ ຢູ​ເຄຣນ ໄດ້ນຳ​ເອົາ​ຫີບ​ບັນທຶກຂໍ້ມູນຂອງຖ້ຽວບິນ ​ມອບ​ໃຫ້​ແກ່​ບັນດາ​ຜູ້​ຊ່ຽວຊານ​ດ້ານການ ບິນຂອງ​ມາ​ເລ​ເຊຍ. ຜູ້ນຳ​ກະບົດ ທ່ານ Alexander Borodai ກ່າວ​ວ່າ ການມອບຮັບດັ່ງ ກ່າວ ​ໄດ້​ມີ​ຂື້ນ​ທີ່​ເມືອງ Donetsk ບໍ່​ເທົ່າ​ໃດ​ຊົ່ວໂມ​ງຫຼັງຈາກນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ໄດ້​ໂອ້​ລົມ​ກັບທ່ານ ທາງ​ໂທລະ​ສັບ.

UKRAINE PLANE BORODAI SOT
please wait

No media source currently available

0:00 0:00:25 0:00

ທ່ານ Bordai ກ່າວ​ວ່າ “ຫີບ​ບັນທຶກ​ຂໍ້ມູນທັງສອງ ​ໄດ້​ສົ່ງມອບ​ຄືນ​ໃຫ້​ແກ່ຜູ້​ເປັນ ເຈົ້າ​ຂອງຄື
ມາ​ເລ​ເຊຍ. ພວກ​ເຮົາ​ໄດ້​ເຊັນ​ໜັງສືພິທີການທີ່​ກ່າວ​ວ່າ ມາ​ເລ​ເຊຍຈະ ​ນຳ​ເອົາ​ຫີບ​ບັນທຶກ​
ຂໍ້ມູນທັງສອງນີ້ ​ມອບໃຫ້​ແກ່ອົງການ ICAO ຫລື ອົງການໆ​ບິ​ນພົນລະເຮືອນນາ​ໆ​ຊາດ.”

ພັນເອກ Mohamed Sakri ຂອງ​ມາ​ເລ​ເຊຍ ກ່າວ​ວ່າ ຫີບ​ທັງ​ສອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​
ເລັກ​ນ້ອຍ ​ແຕ່ວ່າຍັງ​ “ຕິ​ດກັນຢູ່” ​ແລະ​ຢູ່​ “ໃນ​ສະພາບ​ດີ.”

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ໄດ້ຮັບຮອງເອົາຢ່າງ
ເປັນເອກກະສັນ ມະຕິ​ປະນາມ ການ​ຍິງ​ເຮືອບິນ​ໂດຍສານ​ຕົກ. ມະຕິ​ດັ່ງກ່າວຍັງ​ຮຽກຮ້ອງ​ ໃຫ້ພວກແບ່ງ​ແຍກ​ດິນ​ແດນນິຍົມ​ຣັດ​ເຊຍ ທີ່​ຄວບ​ຄຸມ​ບ່ອນ​ເຮືອບິນ​ຕົກ​ນັ້ນ ​ອະນຸຍາດ​ໃຫ້
ຄະນະ​ສືບສວນ​ເຂົ້າ​ໄປຂົງ​ເຂດດັ່ງກ່າວ ໂດຍປາດສະຈາກການ​ຈຳກັດໃດໆ.

XS
SM
MD
LG