ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

35 ຄົນ ເສຍຊີວິດ ໃນອຸບັດຕິເຫດ ລົດໄຟ ຕົກລາງ ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງອິນເດຍ


ຄວາມເສຍຫາຍ ຂອງຂະບວນລົດໄຟໂດຍສານ ໄດ້ຖືກເຄື່ອນຍ້າຍອອກ ຫຼັງຈາກທີ່ມັນ ໄດ້ຕົກລາງ ຢູ່ໃກ້ຄຸ້ມ Kuneru ໃນເມືອງ Vizianagaram ຢູ່ໃນລັດ Andhra Pradesh ທາງພາກໃຕ້ຂອງອິນເດຍ, ວັນທີ 22 ມັງກອນ 2017.
ຄວາມເສຍຫາຍ ຂອງຂະບວນລົດໄຟໂດຍສານ ໄດ້ຖືກເຄື່ອນຍ້າຍອອກ ຫຼັງຈາກທີ່ມັນ ໄດ້ຕົກລາງ ຢູ່ໃກ້ຄຸ້ມ Kuneru ໃນເມືອງ Vizianagaram ຢູ່ໃນລັດ Andhra Pradesh ທາງພາກໃຕ້ຂອງອິນເດຍ, ວັນທີ 22 ມັງກອນ 2017.

ອຸບັດຕິເຫດລົດໄຟ ທີ່ລັດ Andhra Pradesh ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງ ອິນເດຍ ໃນຕອນແລງວັນເສົາວານນີ້ ເຊິ່ງໄດ້ເຮັດໃຫ້ຢ່າງນ້ອຍ 35 ຄົນ ເສຍຊີວິດ
ແລະ ອີກຫຼາຍໆຄົນ ໄດ້ຮັບບາດເຈັບ.

ບັນດາເຈົ້າໜ້າທີ່ຂອງລົດໄຟ ໄດ້ກ່າວວ່າ ຂະບວນລົດໄຟ 8 ຄັນ ໄດ້ຕົກລາງ ແລະ ເຮັດໃຫ້ຂະບວນລົດໄຟຄວ້ຳ ເມື່ອປະມານ 11 ໂມງແລງ ໃນຂະນະທີ່ມັນ ແລ່ນຜ່ານ ເມືອງນຶ່ງທີ່ຢູ່ຫ່າງໄກສອກຫລີກ ເຊິ່ງໃນເວລານັ້ນ ພວກຄົນສ່ວນຫຼາຍຫລັບນອນຢູ່. ການປະຕິບັດການກູ້ໄພ ໄດ້ດຳເນີນໄປຕະຫຼອດຄືນ ເພື່ອດຶງເອົາພວກຜູ້ໂດຍສານ ທີ່ຄາຢູ່ໃນຂະບວນລົດ ທີ່ຫັກພັງຈົນເສຍຮູບຮ່າງ. ຜູ້ໂດຍສານຫຼາຍຄົນ ໄດ້ຖືກນຳໄປ
ຍັງໂຮງໝໍຕ່າງໆ ທີ່ຢູ່ໃກ້ໆ.

ພວກຜູ້ທີ່ລອດມາໄດ້ ໂດຍບໍ່ໄດ້ຮັບບາດເຈັບໃດໆ ໄດ້ຖືກນຳໄປຍັງເມືອງ Bhubaneshwar ທີ່ຢູ່ໃກ້ຄຽງ.

ໂຄສົກຂອງບໍລິສັດ East Coast Railway ທ່ານ J.P. Mishra ໄດ້ບອກໂທລະພາບ ຂອງອິນເດຍ ວ່າ “ບູລິມະສິດຂອງພວກເຮົາ ໃນຂະນະນີ້ ກໍແມ່ນຮັບປະກັນ ວ່າ ພວກຜູ້ໂດຍສານທັງໝົດ ຜູ້ທີ່ໄດ້ຮັບບາດເຈັບ ໄດ້ຮັບການຮັກສາປິ່ນປົວທີ່ດີທີ່ສຸດ ທີ່ຈະເປັນໄປໄດ້.”

ນາຍົກລັດຖະມົນຕີ ທ່ານ Narendra Modi ໄດ້ຂຽນລົງທາງ Tweeter ວ່າ ໂສກ ນາດຕະກຳດັ່ງກ່າວ ເຮັດໃຫ້ “ໂສກເສົ້າເສຍໃຈ” ແລະ ທ່ານໄດ້ກ່າວວ່າ ລັດຖະມົນຕີ ວ່າການ ລົດໄຟ ກຳລັງທຳງານເພື່ອຮັບປະກັນວ່າ ການປະຕິບັດການ ບັນເທົາທຸກ ແລະ ການກູ້ໄພ ເປັນໄປຢ່າງວ່ອງໄວ.

ບັນດາເຈົ້າໜ້າທີ່ ລົດໄຟ ໄດ້ກ່າວວ່າ ການສືບສວນສອບສວນ ແມ່ນກຳລັງດຳເນີນ
ໄປຢູ່ ເພື່ອຫາສາເຫດ ຂອງອຸບັດຕິເຫດດັ່ງກ່າວນັ້ນ.

ອຸບັດຕິເຫດຄັ້ງຫຼ້າສຸດອີກເທື່ອນຶ່ງນີ້ ໄດ້ຊໍ່ໃຫ້ເຫັນເຖິງປະຫວັດຄວາມປອດໄພທີ່ຂີ້ຮ້າຍ ຂອງເຄືອຂ່າຍລົດໄຟ ທີ່ໃຫຍ່ທີ່ສຸດຂອງອິນເດຍ ເຊິ່ງຂົນສົ່ງປະຊາຊົນ ຫຼາຍກວ່າ 23 ລ້ານ ຄົນ ໃນແຕ່ລະມື້.

ພຽງມື້ດຽວກ່ອນໜ້າ ໂສກນາດຕະກຳນີ້ ລົດໄຟອີກຄັນນຶ່ງ ກໍໄດ້ຕົກລາງ ຢູ່ໃນລັດ Rajasthan ທາງພາກເໜືອຂອງປະເທດ ເຮັດໃຫ້ 100 ຄົນໄດ້ຮັບບາດເຈັບເລັກນ້ອຍ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການທີ່ລົດໄຟຕົກລາງ ອາດເປັນຍ້ອນຄວາມບົກຜ່ອງ ຂອງລາງລົດໄຟ.

India Train Accident
please wait
Embed

No media source currently available

0:00 0:00:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG