ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ເປັນທາງຜ່ານ ໃນການລັກລອບ ຂົນສົ່ງ ສັດປ່າແລະງາຊ້າງ ຈາກອາຟຣິກາ ແລະ ເອເຊຍ ໄປຈີນ


ສັດປ່າ ທີ່ທາງການລາວ ສາມາດ ຢຶດມາໄດ້
ສັດປ່າ ທີ່ທາງການລາວ ສາມາດ ຢຶດມາໄດ້

ຂະບວນການລັກລອບຄ້າສັດປ່າ ໃຊ້ລາວເປັນທາງຜ່ານໃນການລັກລອບຂົນສົ່ງສັດປ່າ ແລະງາຊ້າງຜິດກົດໝາຍຈາກ Africa ແລະບັນດາປະເທດໃນເອເຊຍຕາເວັນອອກ ສຽງໃຕ້ ໄປຍັງປະເທດຈີນ.

ນາວາເອກ ສຸຊາດ ອຸດົມນາດ ຜູ້ບັງຄັບໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍ ຕາມ ລຳແມ່ນ້ຳຂອງ ໃນເຂດຈັງຫວັດໜອງຄາຍ ໃຫ້ການຢືນຢັນວ່າ ຂະບວນການລັກລອບ ຄ້າສັດປ່າຂ້າມຊາດ ຍັງພາກັນນຳໃຊ້ເຂດປະເທດລາວ ເປັນທາງຜ່ານໃນການລັກລອບ ຂົນສົ່ງສັດປ່າ ແລະງາຊ້າງທີ່ຜິດກົດໝາຍຈາກ Africa ແລະບັນດາປະເທດ ໃນເອເຊຍ ຕາເວັນອອກສຽງໃຕ້ ສົ່ງຕໍ່ໄປຍັງປະເທດຈີນຢູ່ເລື້ອຍມາ.

ທາງການໄທ ສາມາດຢຶດໄດ້ ງາຊ້າງ ນ້ຳໜັກລວມກວ່າ 4 ໂຕນ ທີ່ລັກລອບຂົນ ຈາກສາທາລະນະລັດຄອງໂກ ເຂົ້າມາໃນໄທ ເມື່ອບໍ່ນານມານີ້
ທາງການໄທ ສາມາດຢຶດໄດ້ ງາຊ້າງ ນ້ຳໜັກລວມກວ່າ 4 ໂຕນ ທີ່ລັກລອບຂົນ ຈາກສາທາລະນະລັດຄອງໂກ ເຂົ້າມາໃນໄທ ເມື່ອບໍ່ນານມານີ້

ທັງນີ້ໂດຍເຂດຈັງຫວັດໜອງຄາຍ ນັບເປັນເຂດໜຶ່ງທີ່ມີການລັກລອບຂົນສົ່ງ ສັດປ່າຂ້າມ ນ້ຳຂອງໄປຝັ່ງລາວຫຼາຍທີ່ສຸດ ແລະທີ່ເປັນບັນຫາ ທີ່ຫຍຸ້ງຍາກຢ່າງຍິ່ງ ສຳລັບການສະກັດ ກັ້ນ ແລະປາບປາມໃນຕະຫຼອດລະຍະທີ່ຜ່ານມາ ກໍຄືຂະບວານນກລັກລອບຄ້າສັດປ່າ ຂ້າມຊາດ ຈະດຳເນີນງານໂດຍມີການຈັດແບ່ງໜ້າທີ່ຮັບຜິດຊອບ ລະຫວ່າງກັນຢ່າງເປັນ ລະບົບ ດັ່ງທີ່ ນາວາເອກ ສຸຊາດ ໄດ້ໃຫ້ການອະທິບາຍວ່າ:

“ການສົ່ງສິນຄ້າ ເຊັ່ນສັດປ່າ ລັກສະນະວ່າ ການທຳແບບຂະບວນການ ໜຶ່ງມີລົດ Scout ກວດເສັ້ນທາງທັງໝົດເພື່ອຄວາມປອດໄພ ເຖິງຈະເອົາລົດຂອງກາງ ແລ່ນ ອອກມາ ຈະມີອີກຄັນໜຶ່ງຕິດຕາມຂ້າງຫລັງ ຄວບຄຸມພື້ນທີ່ໄວ້ ຖ້າມີເຈົ້າໜ້າທີ່ ຂອງເຮົາໄປດຳເນີນການຕິດຕາມເຂົາ ເຂົາຈະໃຊ້ວິທີຄືການປິດເສັ້ນທາງ ເພື່ອບໍ່ ໃຫ້ລົດເຈົ້າໜ້າທີ່ນີ້ ເຂົ້າໄປ ແລ້ວລົດຂອງກາງທັງໝົດຈະຕ້ອງຟາວໜີຈາກພື້ນທີ່ ໃຫ້ໄວທີ່ສຸດ.”

ທ່ານທັນຍາ ເນຕິທຳມະກຸລ ອະທິບໍດີກົມອຸດທະຍານ ສັດປ່າ ແລະພັນພືດ ຂອງໄທ
ທ່ານທັນຍາ ເນຕິທຳມະກຸລ ອະທິບໍດີກົມອຸດທະຍານ ສັດປ່າ ແລະພັນພືດ ຂອງໄທ

ທາງດ້ານ ທ່ານທັນຍາ ເນຕິທຳມະກຸລ ອະທິບໍດີກົມອຸດທະຍານ ສັດປ່າ ແລະພັນພືດ ຂອງໄທ ກໍໃຫ້ການຢືນຢັນວ່າ ການຢຶດງາຊ້າງນ້ຳໜັກລວມກວ່າ 4 ໂຕນ ທີ່ລັກລອບຂົນ ຈາກສາທາລະນະລັດຄອງໂກ ເຂົ້າມາໃນໄທ ເມື່ອບໍ່ນານມານີ້ ແລະມີຈຸດໝາຍປາຍທາງ ທີ່ຈະສົ່ງຕໍ່ໄປ ສປປ ລາວ ນັ້ນ ສະແດງໃຫ້ເຫັນວ່າ ປະເທດໄທໄດ້ຖືກຂະບວນການຄ້າ ສັດປ່າຂ້າມຊາດ ໃຊ້ເປັນທັງຕະຫຼາດຮອງຮັບ ແລະທາງຜ່ານຂອງການລັກລອບຂົນສົ່ງ ແລະຄ້າງາຊ້າງຜິດກົດໝາຍດ້ວຍ.

ແຕ່ສຳລັບໃນສ່ວນຂອງ ສປປ ລາວ ນັ້ນ ທ່ານທັນຍາ ກໍເຊື່ອວ່າ ເປັນພຽງທາງຜ່ານ ເທົ່ານັ້ນ ເຖິງແມ່ນວ່າ ງາຊ້າງທີ່ທາງການໄທຢຶດໄດ້ນັ້ນ ຈະມີຈຸດໝາຍປາຍທາງທີ່ລາວ ກໍຕາມ ຫາກແຕ່ວ່າ ການທີ່ລາວຍັງເປັນຕະຫຼາດຂະໜາດນ້ອຍ ແລະລະດັບຄວາມຕ້ອງ ການ ງາຊ້າງ ກໍຍັງຕ່ຳດ້ວຍແລ້ວ ຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງນຳເຂົ້າງາຊ້າງ ຈຳນວນ ຫຼາຍ ແຕ່ຢ່າງໃດ ໝາຍຄວາມວ່າ ການທີ່ຂະບວນການຄ້າສັດປ່າຂ້າມຊາດໄດ້ກຳນົດໃຫ້ ສປປ ລາວ ເປັນປາຍທາງຂອງການລັກລອບຂົນສົ່ງງາຊ້າງຈາກ Africa ກໍເພື່ອຫລົບລ່ຽງ ມາດຕະການກວດຈັບ ທີ່ເຂັ້ມງວດຢູ່ໃນໄທນັ້ນເອງ.

ໂດຍສາເຫດທີ່ທາງການໄທຕ້ອງດຳເນີນມາດຕະການກວດຈັບ ຢ່າງເຂັ້ມງວດກໍເພາະວ່າ ສະຫະພັນນານາຊາດ ເພື່ອການອະນຸລັກຊັບພະຍາກອນທຳມະຊາດ ໄດ້ຈັດໃຫ້ໄທເປັນ 1 ໃນ 8 ປະເທດທີ່ມີລະດັບປະສິດທິພາບຕ່ຳຫຼາຍ ໃນການປາບປາມການຄ້າງາຊ້າງ ໂດຍ ຜິດກົດໝາຍ ຈຶ່ງກຳນົດເງື່ອນໄຂ ໃຫ້ລັດຖະບານໄທ ຕ້ອງດຳເນີນມາດຕະການດັ່ງກ່າວ ຢ່າງຈິງຈັງ ແລະໃຫ້ເຫັນຜົນເປັນຮູບປະທຳ ຫາກບໍ່ສະນັ້ນ ກໍຈະຖືກດຳເນີນມາດຕະການ ປິດລ້ອມທາງການຄ້າສັດປ່າ ແລະພັນພືດຕໍ່ໄທ ຊຶ່ງຈະເຮັດໃຫ້ໄທຕ້ອງສູນເສຍ ຜົນປະ ໂຫຍດທາງການຄ້າຢ່າງຫຼີກລ່ຽງບໍ່ໄດ້.

ສ່ວນການປາບປາມການຄ້າສັດປ່າຜິດກົດໝາຍໃນລາວນັ້ນ ລັດຖະບານລາວ ໄດ້ເຂົ້າໄປ ເປັນສ່ວນໜຶ່ງໃນ 42 ປະເທດ ກັບ 11 ອົງການສາກົນ ໃນຖະແຫລງການຮ່ວມ ດ້ານການ ເມືອງ ວ່າດ້ວຍການຕ້ານອາຊະຍາກຳຕໍ່ສັດປ່າໃນທຸກຮູບແບບ ນັບຈກເດືອນກຸມພາ 2014 ເປັນຕົ້ນມາ ໂດຍໃນປັດຈຸບັນ ລັດຖະບານລາວ ກໍໄດ້ຂຶ້ນບັນຊີສັດປ່າ ແລະສັດນ້ຳ 96 ຊະນິດ ໃຫ້ເປັນສັດປະເພດຫວງຫ້າມ ແລະຂຶ້ນບັນຊີສັດປ່າ ແລະສັດນ້ຳອີກ 65 ຊະນິດ ເປັນສັດປ່າຄຸ້ມຄອງຕາມກົດໝາຍ.

XS
SM
MD
LG