ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫລາດຮຸ້ນຈີນ ຕົກລາຄາອີກ ໃນຂະນະທີ່ ລັດຖະບານ ສັນຍາ ຈະໃຫ້ການຊຸກຍູ້


ນັກລົງທຶນຈີນຄົນນຶ່ງ ກຳລັງຢືນເບິ່ງ ກະດານໄຟຟ້າ ທີ່ລາຍ ງານກ່ຽວກັບຕະຫລາດຮຸ້ນທີ່ ນະຄອນ Shanghai ປະເທດຈີນ.
ນັກລົງທຶນຈີນຄົນນຶ່ງ ກຳລັງຢືນເບິ່ງ ກະດານໄຟຟ້າ ທີ່ລາຍ ງານກ່ຽວກັບຕະຫລາດຮຸ້ນທີ່ ນະຄອນ Shanghai ປະເທດຈີນ.

ການ​ຊື້ຂາຍຮຸ້ນ​ໃ​ນຈີນ ​ໄດ້ປ່ຽນ​ແປງ​ຢ່າງ​ກະທັນຫັນ​ ໃນ​ວັນ​ອັງ
ຄານມື້​ນີ້ ​ແຕ່​ມີລາ ຄາຕົກຕໍ່າ​ລົງໃນຕອນອັດຕະຫລາດ ນຶ່ງ​ມື້​ຫລັງ
ຈາກ​ຕະຫລາດ​ຮຸ້ນ​ຂອງ​ປະ​ເທດ ​ໄດ້​ຕົກລາຄາຫຼາຍລົງທີ່ສຸດໃນ
​ຮອບ​ແປດ​ປີ.

ດັດຊະນີຮຸ້ນຂອງນະຄອນ Shanghai ຕົກລາຄາປະມານ 1.7
​ເປີ​ເຊັນ ໃນ ຕອນອັດຕະຫລາດ ຫັລງຈາກ​ໄດ້​ຫລຸດຄ່າລົງຫຼາຍ
ເຖິງ 5 ​ເປີ​ເຊັນ ຫລັງ​ຈາກ​ຕະຫລາດໄດ້​ເປີດ. ​ໃນ​ວັນ​ຈັນ​ວານ​ນີ້
ດັດຊະນີຮຸ້ນດັ່ງກ່າວ ​ໄດ້​ຕົກລາຄາ 8.5 ​ເປີ​ເຊັນ ​ຊຶ່ງເປັນ​ການ​
ສູນເສຍ​ທີ່​ໃຫຍ່​ສຸດ​ ພາຍໃນ​ມື້​ດຽວ​ ນັບ​ແຕ່​ປີ 2007 ມາ.​

ບັນດາ​ນັກ​ລົ​ງທຶນ​ຈີນຫຼາຍຄົນ ​ໄດ້​ກັງວົນໃຈກ່ຽວກັບຂ່າວຊ່າ​ລື​ວ່າ ​ປັກ​ກິ່ງ​ມີແຜນ ທີ່ຈະ
ຖອນ​ຕົວຈາກການ​ຊຸກຍູ້​ຕະຫລາດ​ຮຸ້ນ ທີ່​ໄດ້​ຟື້ນຕົວຄືນ​ມາໃນໄລຍະສອງ​ອາທິດ​ທີ່​ຜ່ານ​
ມາ ຫລັງ​ຈາກ​ນຶ່ງ​ເດືອນ​ທີ່​ໄດ້​ມີການຂາຍຮຸ້ນອອກ.

ບໍລິສັດລັດວິສາຫະກິດຕະຫລາດຫລັກຊັບ​ການ​ເງິນຂອງຈີນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້ເນັ້ນ
ໜັກ​ວ່າ​ ຕົນຈະ​ທຳການ​ຊື້​ຮຸ້ນ​ຕໍ່ໄປ ເພື່ອ​ໃຫ້ “​ມີ​ຄວາມທຸ່ນ​ທ່ຽງ” ​ແກ່​ຕະ ຫລາດ. ທະນາ
ຄານ​ປະຊາຊົນ​ຈີນ ຍັງ​ກ່າວ​ວ່າ ຕົນ​ຈະ​ເພີ້ມ 8 ພັນ​ລ້ານ​ໂດ​ລາ ​ເຂົ້າ​ສູ່​ຕະຫລາດ​ການ​ເງິນ.

ຄວາມ​ບໍ່​ສະຫງົບ​ຢູ່​ໃນ​ຈີນ ຍັງ​ເປັນ​ຜົນ​ສະທ້ອນ​ຕໍ່​ນັກ​ລົງທຶນ​ຢູ່​ທົ່ວ​ໂລກ. ບັນດາ​ຕະ​ຫລາດ ​ຢູ​ໂຣບ ​ໃນ​ວັນ​ຈັນ​ວານ​ນີ້ ​ຕົກ​ຕໍ່າ​ສຸດໃນຮອບ​ສອງ​ອາທິດ ​ແລະດັດຊະ ນີຮຸ້ນສະຫະລັດ ໄດ້​ຕົກ​ຕໍ່າລົງ​ເປັນ​ມື້ທີຫ້າລຽນ​ຕິດ​.​

China Markets
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG