ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຄ້າ ແລະຄວາມໝັ້ນຄົງ ຈະຢູ່ໃນລາຍການປະຊຸມສຸດຍອດ ຂອງບັນດາຜູ້ນຳ ອາຊຽນ ທີ່ ສະຫະລັດ ເປັນເຈົ້າພາບ


Trade, Security on Agenda as US Hosts ASEAN Leaders
please wait

No media source currently available

0:00 0:02:22 0:00

ເລື່ອງການຄ້າ ແລະ ຄວາມໝັ້ນຄົງ ໃນຂົງເຂດມະຫາສະມຸດ
ປາຊີຟິກ ຈະເປັນຫົວຂໍ້ ຂອງລາຍການກອງປະຊຸມ ເວລາ
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ
ບັນດາຜູ້ນຳ ຂອງ 10 ປະເທດ ທີ່ເປັນສະມາຊິກຂອງ​ສະມາຄົມ
ບັນດາປະຊາຊາດ ໃນຂົງ ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື
ອາຊຽນ ໃນສັບປະດາໜ້ານີ້. ຜູ້ສື່ຂ່າວຂອງວີໂອເອ Mike
O’Sullivan ລາຍງານ ວ່າ ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວ
ວ່າ ການພົບປະກັນ ແມ່ນເປັນສ່ວນໜຶ່ງຂອງການສ້າງຄວາມ
ກ້ຳເກິ່ງ ຢູ່ໃນຂົງເຂດເອເຊຍປາຊີຟິກ ຂອງອາເມຣິກາ ຊຶ່ງ
ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ຜູ້ນຳຂອງ​ສະຫະລັດ​ແລະ​ອາ​ຊຽນ ຈະພົບປະກັນໃນວັນຈັນ ແລະ ວັນອັງຄານ ທີ 15 ແລະ
16 ກຸມພານີ້ ຢູ່ບ່ອນ​ພັກຜ່ອນ​ຕາກ​ອາກາດ Sunnylands ທາງພາກໃຕ້ຂອງລັດ Cali-
fornia ທີ່ປະທານາທິບໍດີ​ໂອ​ບາ​ມາ ໄດ້ພົບປະກັບ ຜູ້ນຳຂອງຈີນ ທ່ານສີ ຈິ້ນຜິງ ໃນປີ 2013.

ຈີນ ຊຶ່ງບໍ່ແມ່ນສະມາຊິກຂອງກຸ່ມ ອາຊຽນ ເປັນຄູ່ການຄ້າເບີໜຶ່ງຂອງສະຫະລັດ. ສ່ວນ
ບັນດາປະເທດສະມາຊິກຂອງອາຊຽນ ລວມກັນທັງໝົດ ​ແມ່ນເປັນອັນດັບທີ 4. ໃນ​ຫົວ
ເມືອງ​ໃຫຍ່ໆທີ່ມີຫຼາກຫຼາຍຊົນເຜົ່າເຊັ່ນນະຄອນ Los Angeles ນັ້ນ ຄວາມ​ສຳພັນທາງ​
ດ້ານການຄ້າຂ້າມມະຫາສະມຸດປາຊີຟິກ ​ແມ່ນ​ມີ ຄວາມສຳຄັນຫຼາຍ.

ທ່ານ Stephen Cheung ປະທານ ບໍລິສັດອົງການ World Trade Center ທີ່​ນະຄອນ
Los Angeles ເວົ້າວ່າ “ພວກເຮົາ ມີຄຸ້ມໄທຫລື Thai Town ຢູ່ທີ່ນີ້. ພວກເຮົາມີປະຊາ
ຄົມຊາວຫວຽດນາມ ທີ່ໃຫຍ່ສຸດ ຢູ່ໃນພາກໃຕ້ຂອງລັດ California. ແລະ ພວກຄົນ ເຫຼົານີ້ເປັນສົມບັດທີ່ມີຄ່າທັງໝົດ ທີ່ພວກເຮົາມີ ໃນການຕໍ່ລອງ.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ຂວາ, ຖະແຫລງການທີ່ ກອງປະຊຸມສຸດຍອດ ອາຊຽນ ສະຫະລັດ ທີ່ ນະຄອນ Kuala Lumpur, Malaysia, ວັນທີ. 21, ພະຈິກ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ຂວາ, ຖະແຫລງການທີ່ ກອງປະຊຸມສຸດຍອດ ອາຊຽນ ສະຫະລັດ ທີ່ ນະຄອນ Kuala Lumpur, Malaysia, ວັນທີ. 21, ພະຈິກ 2015.

ຫຼາຍໆບໍລິສັດຂອງອາເມຣິກາ ທີ່ເຮັດທຸລະກິດກັບຫວຽດນາມ ຊຶ່ງເສດຖະກິດຂອງ
ປະເທດດັ່ງກ່າວ ຂະຫຍາຍຕົວ ເກີນກວ່າ 6 ເປີເຊັນຕໍ່ປີ ແລະຟີລິບປິນ ຊຶ່ງເຫັນວ່າ ​ມີການ
ເຕີບໂຕທີ່ຄ້າຍຄືກັນນີ້ ແລະກໍພວມ​ຊອກສະແຫວງຫາການລົງທຶນໃນຜະລິດຕະພັນດ້ານ
ກະສິກຳ ເຊັ່ນ ກາ​ກາວແລະກາເຟ ໃນການຜະລິດເປັນສິນຄ້າ ແລະພາກສ່ວນອື່ນໆ ອີກດ້ວຍ.

ທ່ານ Gerry Palon ຈາກ ສະຫະພັນ ສະພາການຄ້າຂອງຟີລິບປິນ ອາ​ເມຣິກັນເວົ້າວ່າ
“ທ່ານສາມາດ ໃຫ້ການບໍລິການແກ່ບັນດາປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກ
ສຽງໃຕ້ ຈາກຟີລິບປິນ​ໄດ້. ພວກເຮົາຍັງເປັນປະຕູທາງຜ່ານ ເພື່ອໄປຮອດຂົງເຂດປາຊີ
ຟິກ ຈົນເຖິງລັດ Hawaii ແລະ ດິນແດນຂອງສະຫະລັດ”ໂດຍຜ່ານມະຫາສະມຸດ

ປາຊີຟິກ.”

ຢູ່ທ່າກຳ​ປັ່ນທີ່​ໃກ້​ຄຽງກັນຂອງນະຄອນ Los Angeles ແລະນະຄອນ Long Beach ນັ້ນ
ການຄ້າຂາຍ ກັບບັນດາປະເທດເອເຊຍ ຕາເວັນອອກສຽງໃຕ້ ແມ່ນກຳລັງເຕີບໂຕຂຶ້ນ.

ທ່ານ Cheung ເວົ້າວ່າ “ການຄ້າຂາຍທັງໝົດ ຂອງພວກເຂົາ​ເຈົ້າທັງ ໝົດ ກັບນະຄອນ
Los Angeles ໃນປີ 2014 ມີມູນຄ່າລວມ ຫຼາຍກວ່າ 53 ຕື້ໂດລາ. ອັນນັ້ນ​ແມ່ນໝາຍ
ຄວາມວ່າ ຖ້າທ່ານບວກເຂົ້າກັນທັງໝົດພວກເຂົາເຈົ້ແມ່ນເປັນຄູ່ການຄ້າຂອງພວກເຮົາ
ທີ່ໃຫຍ່ທີ່ສຸດ ອັນດັບສອງ ຂອງໂລກ.”

ສະຫະລັດ ແລະ ຈີນ ຊຶ່ງທັງສອງປະເທດພວມທຳງານເພື່ອເສີມຂະຫຍາຍສາຍພົວພັນ
ທາງການຄ້າ ກັບບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ຊຶ່ງມີປະຊາກອນ 625 ລ້ານຄົນ ທີ່ມີສ່ວນຮ່ວມໃນເສດ ຖະກິດ ມູນຄ່າຫຼາຍກວ່າ 2 ພັນຕື້ໂດລາ. ການຮວມຕົວ
ເປັນອັນໜຶ່ງອັນດຽວ ຂອງປະຊາຄົມເສດຖະກິດອາຊຽນ ໄດ້ເລີ້ມມີຜົນບັງຄັບ ​ໃນ​ທ້າຍປີ
ກາຍນີ້.

ສະຫະລັດ ເປັນກຳລັງຊຸກຍູ້ຢູ່ເບື້ອງຫລັງ ຊຶ່ງໄດ້ເຮັດໃຫ້ 12 ປະເທດ ລົງນາມໃນຂໍ້ຕົກລົງ
ພາຄີການຄ້າຂ້າມມະຫາສະມຸດປາຊີຟິກ ຫຼື TPP ເມື່ອເດືອນນີ້ ຢູ່ທີ່ປະເທດ ນິວຊີແລນ.
ສີ່ ປະເທດທີ່ເປັນສະມາຊິກຂອງອາຊຽນ ຄື ບຣູນາຍ ມາເລເຊຍ ສິງກະໂປ ແລະ ຫວຽດ
ນາມ ກໍໄດ້ເຂົ້າຮ່ວມ TPP ນຳດ້ວຍ.

ສະມາຊິກທັງໝົດ 10 ປະເທດ ຂອງອາຊຽນ ແມ່ນຍັງມີກຳນົດ ທີ່ຈະເຂົ້າຮ່ວມ ກຸ່ມການຄ້າ
​ໃນ​ເຂດປ​າຊີຟິກ ທີ່ໄດ້ນຳສະເໜີໄປນັ້ນ ​ໂດຍ​ມີຈີນ​ເປັນ​ຜູ້ນຳ​ພາ.

ພວກປະທ້ວງພາກັນເດີນຂະບວນ ທີ່ເມືອງ Auckland, ປະເທດ New Zealand, ວັນທີ 4, 2016.
ພວກປະທ້ວງພາກັນເດີນຂະບວນ ທີ່ເມືອງ Auckland, ປະເທດ New Zealand, ວັນທີ 4, 2016.

ທີ່ປຶກສາຂອງທຳນຽບຂາວ ກ່າວວ່າ ບັນຫາຄວາມໝັ້ນຄົງຕ່າງໆ ຢູ່ໃນລາຍການກອງ
ປະຊຸມ ລວມມີການຍິງລູກສອນໄຟຂອງເກົາຫຼີເໜືອເມື່ອ ບໍ່ດົນມານີ້ ແລະ ບັນຫາຂັດແຍ້ງ
ກ່ຽວ​ກັບ​ເລື້ອງເຂດນ້ຳແດນດິນ ຢູ່ໃນທະເລຈີໃຕ້.

ກອງປະຊຸມສຸດຍອດ ໃນລັດຄາລີຟໍເນຍຄັ້ງນີ້ ແມ່ນຄາດກັນວ່າຈະດຶງດູດເອົາພວກປະ
ທ້ວງ ກ່ຽວກັບ ການລະເມີດສິດທິມະນຸດຕ່າງໆ ຢູ່ໃນບາງປະເທດຂອງອາຊຽນ ທີ່ລວມທັງ ກຳປູເຈຍ ແລະ ຫວຽດນາມ.

XS
SM
MD
LG