ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຢ້ຽມຢາມ ອອສເຕຣຍເລຍ ຂອງ ນາຍົກລັດຖະມົນຕີຈີນ ແມ່ນເນັ້ນໜັກໃສ່ ເພື່ອການຄ້າ ໂລກາພິວັດ


ນາຍົກລັດຖະມົນຕີອອສເຕຣຍເລຍ ທ່ານ Malcolm Turnbull ຢືນຢູ່ກັບນາຍົກລັດຖະມົນຕີຈີນ ທ່ານ Li Keqiang.
ນາຍົກລັດຖະມົນຕີອອສເຕຣຍເລຍ ທ່ານ Malcolm Turnbull ຢືນຢູ່ກັບນາຍົກລັດຖະມົນຕີຈີນ ທ່ານ Li Keqiang.

ນາຍົກລັດຖະມົນຕີຈີນ ທ່ານ ຫຼີ ເກີ້ຈຽງ ກຳລັງຢ້ຽມຢາມ ປະເທດອອສເຕຣເລຍ ເປັນ ເວລາຫ້າວັນ ​ໂດຍຈະ​ແນໃສ່ ການ​ເສີມ​ຂະຫຍາຍການຄ້າຢູ່​ໃນ ທົ່ວໂລກ. Phil
Mercer ມີລາຍງານຈາກນະຄອນ Sydney ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ
ມາສະ​ເໜີ​ທ່ານ.

ໃນ​ການຂຽນລົງໜັງສືພິມອອສເຕຣເລຍ ນາຍົກລັດຖະມົນຕີຈີນ ທ່ານຫຼີ​ເກີ້ຈຽງ ໄດ້
ກ່າວ​ອ້າງ​ເຖິງ​ສຳນວນ​ຄຳ​ເວົ້າ ​ກ່ຽວ​ກັບການຢູ່ຢ່າງໂດດດ່ຽວ ຂອງປະທານາທິບໍດີ
ສະຫະລັດ ທ່ານ Donald Trump ຜູ້ຊຶ່ງ​ໃນຕົ້ນປີນີ້ ໄດ້ຖອນປະເທດຂອງທ່ານອອກ
ຈາກພາຄີການ​ຄ້າຂ້າມມະຫາສະໝຸດປາຊີ​ຟິກຫຼື TPP ທີ່ໄດ້ເຊັນ ໂດຍ 12 ປະເທດ
ທີ່ກວມ​ເອົາ 40 ເປີເຊັນຂອງເສດຖະກິດໂລກ.

ທ່ານຫຼີ ​ເກີ້​ຈຽງ ກ່າວວ່າ “ລັດທິ​ຄຸ້ມ​ຄອງ​ສິນຄ້າພາຍ​ໃນ​ປະ​ເທດ ບໍ່ໄດ້​ໃຫ້ການປົກ
ປ້ອງຢ່າງແທ້ຈິງ. ປະຫວັດສາດ​ແມ່ນ​ບໍ່​ສາມາດຈະຫັນກັບຄືນໄດ້ ຄືດັ່ງດຽວກັນ​
ກັບ​
ການປ່ຽນ​ໄປຂອງເວລາ ​ແມ່ນ​ບໍ່​ສາມາດ​ຕ່າວ​ປີ້ນໄດ້.”

ບັນດານັກວິເຄາະເຊື່ອວ່າ ນະໂຍບາຍຂອງທ່ານ Trump ​ແມ່ນໃຫ້ໂອກາດແກ່ຈີນ
​ເພື່ອ​ເຂົ້າມາ​ທົດ​ແທນ “ຄວາມ​ຫວ່າງ​ເປົ່າ​ທາງຍຸດທະສາດ” ແລະອະນຸຍາດໃຫ້ຈີນ
ວາງ​ໂຕ​ເປັນແຊມປ້ຽນການຄ້າເສລີ.

ອອສເຕຣເລຍເປັນຜູ້ສະໜັບສະໜູນຢ່າງກະຕືລືລົ້ນຕໍ່ໂລກາພິວັດ ແລະໄດ້ເຊັນຂໍ້ຕົກ
ລົງການຄ້າ​ເສລີຫລາຍໆສະບັບ ຮວມທັງຂໍ້​ຕົກລົງກັບເກົາຫລີໃຕ້ ຍີ່ປຸ່ນແລະ ຫວ່າງມໍ່ໆ
ມານີ້ ກໍ​ແມ່ນກັບຈີນ ຊຶຶ່ງ​ເປັນຄູ່ການຄ້າທີ່ໃຫຍ່ສຸດນັ້ນ.

ແຕ່ສິ່ງ​ທີ່​ສ້າງຄວາມສັບສົນທາງດ້ານການທູດ ກໍແມ່ນ Canberra ເປັນພັນທະມິດ
ທາງທະຫານມາ​ເປັນ​ເວລາ​ດົນ​ນານກັບສະຫະລັດ. ຄວາມສຳພັນດັ່ງກ່າວກຳ ລັງ​ໄດ້​
ຮັບ​ການ​ທົດ​ສອບ​ເພີ່ມ​ຂຶ້ນ ຍ້ອນຄວາມເຄັ່ງຕືງລະຫວ່າງສະຫະລັດ ແລະຈີນ ອີງຕາມ
ທ່ານນາງ Jane Golley ຮອງຜູ້ອຳນວຍການສູນກາງອອສເຕຣເລຍກ່ຽວກັບບົດບາດ​ຂອງຈີນຢູ່ໃນໂລກ ທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ.

ທ່ານ​ນາງ Golley ກ່າວ​ວ່າ “ອອສເຕຣເລຍໄດ້ມີເສັ້ນແບ່ງແບບງ່າຍໆ ໃນທິດທາງ
ຂອງ​ແນວຄິດກ່ຽວກັບຄວາມສຳພັນດ້ານເສດຖະກິດກັບຈີນ ແລະການ​ເປັນ ພັນທະ
ມິດຂອງພວກເຮົາກັບສະຫະລັດແລະພວກເຮົາໄດ້ຄວບ​ຄຸມ​ກຳກັບ​ນຳທັງສອງຢ່າງ
ນີ້ຢ່າງສະດວກສະບາຍ ຂ້າພະເຈົ້າຄິດວ່າມາ​ຈົນ​ຮອດ​ປັດຈຸບັນ​ນີ້. ແຕ່ມັນປາກົດວ່າ
ມັນ​ໄດ້​ມາ​ຮອດ​ທາງ​ແຍ​ກທີ່ຂ້ອນ​ຂ້າງສຳຄັນ ​ທ່ານຮູ້ບໍ ​ໃນ​ຂະນະ ​ທີ່ຄວາມເຄັ່ງຕຶງ​ເ
ພີ້ມຂຶ້ນ ລະຫວ່າງ ສະຫະລັດ ກັບຈີນ ແລະທ່ານຮູ້ບໍ ກ່ຽວກັບ​ເລື່ອງການຄ້າຕະ
ຫລອດ​ເຖິງ​ເລື່ອງ​ທົ່ວໆ​ໄປ​ນຳ​ດ້ວຍ. ເພາະສະນັ້ນ ອອສເຕຣເລຍ ຈະຂັດທ້າຍ​ເຮືອ​
ແບບ​ໃດ​ຜ່ານ​ເສັ້ນທາງດັ່ງກ່າວ ຂ້າພະເຈົ້າຄິດວ່າ ມັນໄດ້ກາຍເປັນ​ເລື່ອງ​ທີ່​ມີ​ເລ້​ຫຼ່ຽມຫຼາຍຂຶ້ນ.”

ໃນລະຫວ່າງການຢ້ຽມຢາມເປັນເວລາຫ້າມື້ນັ້ນ ທ່ານຫຼີ ​ເກີ້​ຈຽງ ຄາດວ່າຈະຊັກຊວນ​ໃຫ້ບັນດາບໍລິສັດຂອງອອສເຕຣເລຍເຂົ້າຮ່ວມກັບຂໍ້ລິເລີ້ມ “ສາຍພານ​ແລະ ຫົນທາງຫຼື
Belt and Road ຂອງຈີນ ຊຶ່ງເປັນໂຄງການພື້ນຖານ​ໂຄງ​ລ່າງ​ທີ່ ​ເນັ່ງຍາວຢຽດຈາກ
ເອເຊຍກາງ ໄປຫາຢູໂຣບ ແລະຢູ່​ໃນ​ທົ່ວ​ຂົງ​ເຂດເອເຊຍອາ ຄະເນ ​ເອ​ເຊຍ​ໃຕ້ ແລະ
ອາຟຣິກາ.

ພວກປະທ້ວງຕ້ານຈີນ ພາກັນຖືປ້າຍຢູ່ນອກສະພາ ໃນນະຄອນຫລວງ Canberra ປະເທດ Australia.
ພວກປະທ້ວງຕ້ານຈີນ ພາກັນຖືປ້າຍຢູ່ນອກສະພາ ໃນນະຄອນຫລວງ Canberra ປະເທດ Australia.

ບັນດາເຈົ້າໜ້າທີ່ອອສເຕຣເລຍຍັງຄາດວ່າ ຈະ​ເວົ້າ​ເຖິງການ​ມີໜ້າທາງທະຫານ​ເພີ່ມ
ຂຶ້ນຂອງຈີນ ຢູ່ທະເລຈີນໃຕ້. ນາຍົກລັດຖະມົນຕີ Malcolm Turnbull ກ່າວວ່າ ທ່ານ
ຈະ “ກ່າວຢ່າງເປີດເຜີຍ ແລະ​ແບບສ້າງສັນ” ຕໍ່ທ່ານຫລີ ​ເກີ້​ຈຽງກ່ຽວກັບຄວາມເຄັ່ງຕືງ
ເຫລົ່ານັ້ນ ຢູ່ໃນຂົງເຂດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG