ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຂໍ້​ຕົກລົງ TPP ​ເພີ້​ມຄວາມ​ເປັນ​ຫວ່ງກັງ​ວົນ ​ຕໍ່​ເສດຖະກິ​ດ ​ເກົາຫຼີ​ໃຕ້


ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ ປ້າຍ​ຂອງ​ບໍລິ​ສັດ Samsung Electronics ​ຢູ່ສູນກາງ​ໃຫຍ່ ​ໃນ​ນະຄ​ອນຫຼວງໂຊ​ລ, ​ເກົາຫຼີ​ໃຕ້.
ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ ປ້າຍ​ຂອງ​ບໍລິ​ສັດ Samsung Electronics ​ຢູ່ສູນກາງ​ໃຫຍ່ ​ໃນ​ນະຄ​ອນຫຼວງໂຊ​ລ, ​ເກົາຫຼີ​ໃຕ້.

ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ເພີ້​ມຂຶ້ນ​ໃນ​ເກົາຫຼີ​ໃຕ້ ກ່ຽວ​ກັບ​ຂໍ້​ຕົກລົງ
​ພາຄີຂ້າມມະຫາ​ສະມຸດປາຊິ​ຟິກຫຼື TPP ທີ່​ສະຫະລັດ​ເປັນ​ຜູ້ນຳ
​ພາ​ນັ້ນ ຊຶ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ເສດຖະກິດຂອງ​ຕົນ
ຊຶ່ງ​ໄດ້ປະ​ເຊີນ​ກັບ​ການ​ຫລຸດລົງຢ່າງ​ຫຼວງຫລາຍ​ໃນ​ດ້ານ​ການ
​ສົ່ງ​ອອກ ​ແລະການ​ເຕີບ​ໂຕ​ຊ້າຢູ່​ແລ້ວ​ນັ້ນ.

ເກົາຫຼີ​ໃຕ້ ​ໄດ້​ເພັ່ງ​ເລັງ​ໃສ່​ການ​ພັດທະນາ ຂໍ້​ຕົກລົງການ​ຄ້າເສຣີ
ສອງ​ຝ່າຍ ຫຼື FTA ກັບ​ບັນດາ​ປະ​ເທດ​ອື່ນໆ​ ຊຶ່ງ​ຮວມທັງສະຫະລັດ ​
ແລະ​ຈີນ ​ສອງ​ປະ​ເທດ​ທີ່​ມີເສດຖະກິດໃຫຍ່​ທີ່​ສຸດ​ຂອງ​ໂລກ.

ຂໍ້​ຕົກລົງ FTA ​ເຫລົ່ານີ້ ​ໄດ້​ເຮັດ​ໃຫ້​ການ​ອຸດສາຫະກຳເກົາຫຼີ​ໃຕ້
​ໄດ້​ປຽບ​ໃນການ​ແຂ່ງຂັນ ກັບຄູ່​ແຂ່ງຕ່າງ ​ເຊັ່ນປະ​ເທດ​ຍີ່ປຸ່ນໂດຍ​ສະ​ເພາະ​ ​ໃນ​ດ້ານ​ອຸດສາຫະ
ກຳ​ລົດຍົນ​ແລະ​ອຸດສາຫະກຳການ​ຜະລິດ​ໂທລະພາບ ຄອມ​ພິວ​ເຕີ ​ໂທລະສັບ​ມື​ຖື ​ແລະ​ສິນ
ຄ້າດ້ານ​ເທັກ​ໂນ​ໂລ​ຈີ​ອື່ນໆ​ນຳ.

ຂໍ້​ຕົກລົງ FTA ລະຫວ່າງ​ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ​ແມ່ນລຶບລ້າງພາສີ​ນຳ​ເຂົ້​າ​ແລະ​ສົ່ງ​ອອກ
ລົດ​ທັງຫຼາຍ ​ແລະ​ຫລຸດ​ພາສີ​ກ່ຽວ​ກັບເຄື່ອງ​ໃຊ້​ອີ​ເລັກ​ໂທຣນິກ​ແລະ​ເທັກ​ໂນ​ໂລ​ຈີ​ອື່ນໆ. ​

​ແຕ່​ວ່າສະມາຄົມ​ການຄ້ານາໆ​ຊາດຂອງ​ເກົາຫຼີ ຫຼື KITA ​ໄດ້ກ່າວ​ໃນ​ລາຍ​ງານຫວ່າງ​ມໍ່ໆ​ມາ​ນີ້ວ່າ ຂໍ້​ຕົກລົງ TPP ນັ້ນ ​ຈະ​ສາມາດ​ເຮັດໃຫ້ຍີ່ປຸ່ນ​ເປັນ​ຝ່າຍ​ໄດ້​ປຽບ​ກວ່າ​ເກົາຫຼີ​ໃຕ້ ​ໃນ​ການ​ແລກການ​ຄ້າຂາຍ​ກັບ​ບັນດາ​ສະມາຊິກ​ອື່ນໆ ​ໃນ 12 ປະ​ເທດ ​ທີ່​ປະຈຸ​ບັນ​ຮວມຢູ່ໃນ​ຂໍ້​ຕົກລົງ​ການ​ຄ້າເສຣີນັ້ນ.

ທ່ານ Je Hyun-jung ນັກວິ​ໄຈ​ອະ​ວຸ​ໂສ​ຂອງ KITA ​ຜູ້​ຊຶ່ງ​ເປັນ​ຄົນ​ຂຽນ​ລາຍ​ງານໄດ້​ກ່າວວ່າ “ຖ້າຫາກ​ວ່າ​ຂໍ້​ຕົກລົງ TPP ມີ​ຜົນ​ບັງຄັບ​ໃຊ້ ໂດຍ​ປາດ​ສະ​ຈາກ​ເກົາຫຼີ​ໃຕ້​ແລ້ວ ຈະ​ມີຄວາມ​ເສຍ​ຫາຍ​ຢູ່​ໃນ​ບາງ​ພາກສ່ວນ ​ເຊັ່ນອຸດສາຫະກຳ​ລົດຍົນ ຫຼື​ເຄື່ອງຍົນ​ກົນ​ໄກ​ຕ່າງໆ ​ແລະ​ສິນຄ້າ​ອື່ນໆ ທີ່​ພວກ​ເຮົາ​ແຂງ​ຂັນ​ກັບ​ຍີ່ປຸ່ນ ນັ້ນ.”

XS
SM
MD
LG