ບໍລິສັດລົດ Toyota ໄດ້ເອີ້ນລົດສາມລ້ານກວ່າຄັນຢູ່ທົ່ວໂລກກັບຄືນ ເນື່ອງຈາກມີບັນຫາກ່ຽວກັບຖົງລົມປ້ອງກັນຄວາມປອດໄພແລະເຄື່ອງຄວບຄຸມອາຍເສຍທີ່ບໍ່ເຮັດວຽກຢ່າງຖືກຕ້ອງ ນັ້ນຄືຄຳຖະແຫຼງຂອງບໍລິສັດສ້າງລົດຢິ່ປຸ່ນໄດ້ກ່າວໃນວັນພຸດມື້ນີ້.
ບໍລິສັດ Toyota ໄດ້ເອີ້ນລົດຄືນຫລາຍກວ່າສອງລ້ານ 5 ແສນຄັນ ຍ້ອນລະ ບົບຄວບຄຸມອາຍເສຍບໍ່ເຮັດວຽກຢ່າງຖືກຕ້ອງ ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກໄດ້ເອີ້ນຄືນລົດເກືອບນຶ່ງລ້ານ 5 ແສນຄັນ ທີ່ອາດຈະເປັນອັນຕະລາຍຍ້ອນຖົງລົມປ້ອງກັນ.
ການເອີ້ນຄືນດັ່ງກ່າວບໍ່ພົວພັນກັບບໍລິສັດ Takara ຜູ້ຜະລິດຖົງລົມປ້ອງກັນທີ່ຮັບຜິດ ຊອບຕໍ່ການເອີ້ນຄືນຜະລິດຕະພັນດັ່ງກ່າວເປັນຈຳນວນຫລວງຫລາຍ ໃນໄລຍະບໍ່ເທົ່າ ໃດເດືອນທີ່ຜ່ານມານີ້.
ລົດຮຸ້ນ Prius hybrid, Prius ທີ່ສຸບເຂົ້າໃສ່ ແລະລົດ Lexus CT200 ທີ່ຜະລິດໃນລະຫວ່າງເດືອນຕຸລາ ປີ 2008 ຫາເມສາ ປີ 2012 ກຳລັງຖືກເອີ້ນຄືນ ຍ້ອນມີບ່ອນແຕກແຫງນ້ອຍໆຢູ່ບ່ອນຖົງລົມປ້ອງກັນຈຳນວນນຶ່ງທີ່ອາດຈະເຮັດໃຫ້ຖົງລົມໂພງໃຫຍ່ຂຶ້ນຢູ່ບ່ອນຄົນຂັບ ແລະບ່ອນຜູ້ໂດຍສານນັ່ງຢູ່ທັງສອງຂ້າງ ທີ່ເຮັດໃຫ້ບາງສ່ວນຂອງຖົງລົມຂະ ຫຍາຍໃຫຍ່ຂຶ້ນ.
ລົດ Prius ລຸ້ນອຶ່ນໆ ແລະລົດ Toyota Corolla ຊຶ່ງເປັນທີ່ນິຍົມສູງຊຶ່ງໄດ້ ຜະລິດລະ ຫວ່າງປີ 2006 ຫາ 2015 ຖືກເອີ້ນຄືນ ຫລັງຈາກບໍລິສັດລົດ Toyota ໄດ້ພົບເຫັນວ່າ ມີເຊື້ອໄຟຮົ່ວໄຫລອອກມາຈາກບ່ອນລະບົບຄວບຄຸມອາຍເສຍ ທີ່ເຮັດໃຫ້ແຕກແຫງ ຊຶ່ງ ອາດຈະຂະຫຍາຍໃນເວລາຕໍ່ມາ ແລະນຳໄປສູ່ການຮົ່ວໄຫລຂອງເຊື້ອໄຟໄດ້.
ບໍລິສັດສ້າງລົດຍີ່ປຸ່່ນກ່າວວ່າ ຕົນບໍ່ຊາບເຖິງການໄດ້ຮັບບາດເຈັບໃດໆຫລືເສຍຊີວິດທີ່ເປັນຜົນກະທົບມາຈາກການຜິດພາດດັ່ງກ່າວ.
ການປະກາດດັ່ງກ່າວນີ້ ເປັນເທື່ອຫລ້າສຸດຂອງບັນຫາຖົງລົມປ້ອງກັນທີ່ມີມາເປັນລຳດັບມາຢູ່ທົ່ວບັນດາບໍລິສັດສ້າງລົດ ທີ່ເປັນຜົນກະທົບຕໍ່ການເອີ້ນຄືນລົດກວ່າ 100 ລ້ານຄັນຢູ່ໃນທົ່ວໂລກ. ຢ່າງໜ້ອຍ 11 ຄົນໄດ້ເສຍຊີວິດຈາກຄວາມຜິດພາດຂອງຖົງລົມປ້ອງກັນ ແລະຈຳນວນ 100 ກວ່າຄົນໄດ້ຮັບບາດເຈັບ.