ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານຟີລິບປິນ ຈະຕໍ່ສູ້ກັບພວກກະບົດ ມຸສລິມໃນເກາະ ມິນດານາວ


Tough Philippine Fight Against Muslim Rebels Raises Tension, Earns Popular Support
please wait

No media source currently available

0:00 0:02:50 0:00

ຫຼາຍພາກສ່ວນຂອງເກາະ ມິນດານາວ ທີ່ຕັ້ງຢູ່ພາກໃຕ້ຂອງ ຟີລິບປິນ ແມ່ນກຳລັງມີ ຄວາມເຄັ່ງຕຶງເພີ່ມຂື້ນ ໃນຂະນະທີ່ລັດຖະບານກຳລັງເລັ່ງການຕໍ່ສູ້ຂອງພວກເຂົາເຈົ້າ ຕ້ານກຸ່ມ ກະບົດມຸສລິມຫົວຮຸນແຮງ, ເປັນການຕໍ່ສູ້ທີ່ປະຊາຊົນຜູ້ເບື່ອໜ່າຍ ໄດ້ສະໜັບ ສະໜູນຢ່າງກວ້າງຂວາງ ແຕ່ວ່າພວກທະຫານ ແລະ ຕຳຫຼວດອາດຈະບໍ່ມີວັນໄດ້ຮັບ ໄຊຊະນະ.

ລັດຖະບານຂອງປະທານາທິບໍດີ ປາກຮ້າຍ ທ່ານ Rodrigo Duterte ໄດ້ປະກາດພາວະ ບໍ່ມີລັດຖະບານໃນເດືອນກັນຍາທີ່ຜ່ານມາ ເພື່ອອະນຸຍາດໃຫ້ຕຳຫຼວດ ແລະ ທະຫານມີ ການຮ່ວມມືກັນຫຼາຍຂຶ້ນ ໃນການກວາດລ້າງສະມາຊິກທີ່ແຂງແກ່ນ 400 ຄົນຂອງກຸ່ມກະ ບົດມຸສລິມ Abu Sayyaf. ໃນເດືອນສິງຫາທີ່ຜ່ານມາ, ທ່ານ Duterte ໄດ້ສັ່ງກອງກຳລັງ ຂອງທ່ານ “ໄປຊອກຫາພວກກະບົດຢູ່ໃນບ່ອນລີ້ຊ່ອນຂອງພວກເຂົາ ແລະ ທຳລາຍ ພວກເຂົາໝົດທຸກຄົນ.”

ໄຊຊະນະອາດຊ່ວຍປະຊາຊົນຜູ້ທີ່ທຸກຍາກຢ່າງແຮງ, ເມືອງມິນດານາວທີ່ດ້ອຍພັດທະ ນາມີຊີວິດໃໝ່ຂຶ້ນມາອີກ, ບ່ອນທີ່ການຕໍ່ສູ້ກັບພວກກະບົດມຸສລິມໄດ້ຂ້າຄົນປະມານ 120,000 ຄົນນັບຕັ້ງແຕ່ປີ 1970 ແລະ ໄດ້ເຮັດໃຫ້ເກາະດັ່ງກ່າວມີຮອຍດ່າງດ້ວຍຊື່ສຽງ ສຳລັບຄວາມຮຸນແຮງ ທີ່ໄດ້ເຮັດໃຫ້ບັນດານັກລົງທຶນຫັນຫຼັງໃຫ້. ປະຊາຊົນປະມານ 1 ສ່ວນສາມຂອງປະເທດແມ່ນອາໄສຢູ່ໃນເກາະ ມິນດານາວ, ເປັນດິນແດນທີ່ມີຄວາມອຸດົມ ສົມບູນ ແລະ ຮັ່ງມີດ້ວຍບໍ່ແຮ່ທີ່ມີຢູ່ ແລະ ມີປະຊາກອນ 1 ສ່ວນ 5 ຂອງປະຊາກອນທັງ ໝົດທົ່ວປະເທດ.

ແຜນທີ່ເກາະ ມິດານາວ, ປະເທດ ຟີລິບປິນ.
ແຜນທີ່ເກາະ ມິດານາວ, ປະເທດ ຟີລິບປິນ.

ປັດໃຈດັ່ງກ່າວໄດ້ເຮັດໃຫ້ການຕໍ່ສູ້ກັບພວກ Abu Sayyaf ໄດ້ຮັບການສະໜັບສະໜູນ ຢ່າງແຜ່ຫຼາຍໃນເກາະ ມິນດານາວ.

ທ່ານ Antonio Ledesma ບາດຫຼວງຂອງເມືອງ Cagayan de Oro ໃນເກາະ ມິນດາ ນາວ ໄດ້ກ່າວວ່າ “ມັນແມ່ນບາງຢ່າງທີ່ຕ້ອງໄດ້ເຮັດໃຫ້ສຳເລັດເພາະວ່າ ພວກ Abu Sayyaf ມີປະຫວັດຂອງການລັກພາຕົວ ແລະ ການກະທຳທີ່ບໍ່ສາມາດເຈລະຈາໄດ້ ທີ່ ຕ້ອງໄດ້ຖືກຈັດການໂດຍກອງກຳລັງທະຫານ. ຕາມຫຼັກແລ້ວ, ການປະເຊີນໜ້າທາງ ທະຫານອາດເປັນສິ່ງທີ່ມີຄວາມຕ້ອງການໃນເວລານີ້."

ປະຊາຊົນໃນເມືອງ Cagayan de Oro ຈື່ໄດ້ໃນປີ 2013 ເມື່ອພວກ Abu Sayyaf ໄດ້ ຖືກສົງໄສວ່າເປັນຜູ້ວາງລະເບີດທີ່ໄດ້ເຮັດໃຫ້ປະຊາຊົນ 6 ຄົນເສຍຊີວິດໃນເມືອງຮ້ານ ອາຫານແຫ່ງໜຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG