ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການລົງທຶນຂອງຫວຽດນາມ ໃນລາວ ມີມູນຄ່າລວມ ຫລາຍກວ່າ 3,000 ລ້ານໂດລາ


ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ (ຊ້າຍ) ແລະທ່ານ ຫງຽນ ຟູ່ຈອງ ເລຂາທິການໃຫຍ່ ພັກຄອມມູນິສຫວຽດນາມ
ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ (ຊ້າຍ) ແລະທ່ານ ຫງຽນ ຟູ່ຈອງ ເລຂາທິການໃຫຍ່ ພັກຄອມມູນິສຫວຽດນາມ

ການລົງທຶນຂອງຫວຽດນາມໃນລາວ ມີມູນຄ່າລວມຫລາຍກວ່າ 3,000 ລ້ານໂດລາແລ້ວ ໃນຂະນະທີ່ທາງການຂອງສອງ ປະເທດກໍາລັງປັບປຸງຂໍ້ຕົກລົງ ເພື່ອສົ່ງເສີມການລົງທຶນ ລະຫວ່າງກັນໃຫ້ຫຼາຍຂຶ້ນຕື່ມອີກ.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນໄດ້ຖະແຫຼງ
ຢືນຢັນ ໃນໂອກາດທີ່ທ່ານ ຫງວຽນ ເຕີນຢຸງ ນາຍົກລັດຖະມົນຕີຫວຽດນາມໄດ້ເດີນທາງ ມາຢ້ຽມຢາມປະເທດລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9-10 ກັນຍາ ທີ່ຜ່ານມາ
ນີ້ວ່າ ການລົງທຶນຂອງຫວຽດນາມ ໃນລາວມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈົນເຖິງປັດ
ຈຸບັນນີ້ກໍປະກົດວ່າ ພາກທຸລະກິດຂອງຫວຽດນາມ ໄດ້ມີການລົງທຶນໃນລາວແລ້ວໃນ 422
ໂຄງການ ແລະຄິດເປັນມູນຄ່າລົງທຶນລວມຫຼາຍກວ່າ 3,057 ລ້ານໂດລາ ຫຼື 24,456 ຕື້ກີບ.

ທ່ານສົມດີ ດວງດີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຂອງລາວ
ທ່ານສົມດີ ດວງດີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຂອງລາວ

ສໍາລັບເຂດທີ່ພາກທຸລະກິດຂອງ
ຫວຽດນາມໄດ້ລົງທຶນຫຼາຍທີ່ສຸດ
ໃນລາວນັ້ນ ກໍຄືເຂດນະຄອນ
ຫຼວງວຽງຈັນ ທີ່ມີມູນຄ່າການ
ລົງທຶນເຖິງ 1,888 ລ້ານໂດລາ
ຫຼືຄິດເປັນ 52% ຂອງມູນຄ່າ
ການລົງທຶນທັງໝົດຂອງຫວຽດ
ນາມໃນລາວ.

ສ່ວນເຂດແຂວງຊາຍແດນທີ່ພາກທຸລະກິດຂອງຫວຽດນາມໃນລາວສ່ວນເຂດແຂວງຊາຍ
ແດນທີ່ພາກທຸລະກິດຂອງຫວຽດນາມໄດ້ເຂົ້າມາລົງທຶນຫຼາຍທີ່ສຸດກໍຄືແຂວງເຊກອງ, ຕິດ
ຕາມດ້ວຍແຂວງຈໍາປາສັກ ແລະ ອັດຕະປືຕາມລໍາດັບ. ແຕ່ເຂດທີ່ບໍ່ມີການລົງທຶນຂອງ
ຫວຽດນາມເລີຍນັ້ນກໍມີພຽງແຕ່ແຂວງບໍ່ແກ້ວເທົ່ານັ້ນ. ແຕ່ກໍ່ເຊື່ອໝັ້ນວ່າ ພາກທຸລະກິດຂອງ
ຫວຽດນາມຈະພາກັນຂະຫຍາຍການລົງທຶນໄປໃນທຸກເຂດແຂວງ ທົ່ວປະເທດລາວໃນໄລຍະ
ຕໍ່ໄປ.

ທັງນີ້ກໍ່ເນື່ອງຈາກວ່າ ທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງກັນ
ນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການ
ລົງທຶນລະຫວ່າງກັນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ. ໃນປະຈຸບັນທາງການທັງສອງ
ຝ່າຍກໍກໍາລັງຮ່ວມກັນ ພິຈາລະນາປັບປຸງສັນຍາວ່າ ດ້ວຍການສົ່ງເສີມ ແລະປົກປ້ອງການລົງ
ທຶນດັ່ງກ່າວ ໃຫ້ມີຄວາມທັນສະໄໝອີກດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຊີ້ແຈງໃນຕອນ
ນຶ່ງວ່າ:

ການທົບທວນຄືນ ການຮ່ວມມືດ້ານພັດທະນາເສດຖະກິດ ແລະສັງຄົມ ລະຫວ່າງລາວ ແລະຫວຽດນາມ
ການທົບທວນຄືນ ການຮ່ວມມືດ້ານພັດທະນາເສດຖະກິດ ແລະສັງຄົມ ລະຫວ່າງລາວ ແລະຫວຽດນາມ

ເພື່ອຕອບສະໜອງການ
ສົ່ງເສີມການລົງທຶນໃນສະ
ພາບແວດລ້ອມເສດຖະກິດ
-ສັງຄົມອັນໃໝ່ນີ້ ສອງປະ
ເທດພວກເຮົາ
ກໍາລັງດໍາເນີນ
ການທົບທວນສັນຍາສະບັບ
ດັ່ງກ່າວຮ່ວມກັນ ແລະຄາດ
ວ່າ
ຈະໃຫ້ສໍາເລັດໃນທ້າຍປີ
2011 ນີ້ ພ້ອມດຽວກັນນັ້ນ
ສອງຝ່າຍໄດ້ເອົາໃຈໃສ່
ກໍາ
ນົດທິດລະອຽດ ແລະສ້າງ
ເງື່ອນໄຂ
ອໍານວຍຄວາມ
ສະດວກໃຫ້ແກ່ບັນດາຫົວ
ໜ່ວຍທຸລະກິດຂອງທຸກພາກສ່ວນ
ເສດຖະກິດຂອງແຕ່ລະຝ່າຍ ໃຫ້ເຂົ້າໄປລົງທຶນ
ຂອງກັນແລະກັນ
.

ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວນີ້ ທັງ​ສອງ​ຝ່າຍກໍ​ຈະ
​ສົ່ງ​ເສີມ​ໃຫ້​ມີ​ການພົວພັນທາງ​ເສດຖະກິດ​ຫຼາຍຮູບ​ແບບ ​ແລະມີ​ການອໍານວຍ​ຄວາມ​ສະດວກ​
ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະນາ​ການ​ເຊື່ອມ​ຕໍ່ທາງ​ດ້ານການ​ຄົມ
ມະນາຄົມ-​ຂົນສົ່ງ​ລະຫວ່າງກັນ​ຢ່າງ​ຄົບ​ຊຸດ ​ແລະຢ່າງທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອຮອດພາກ​ໃຕ້
ໃຫ້ໄດ້ ຢ່າງເປັນຮູບປະທໍາ.

ໂຮງງານຜະລິດເຫລັກຮ່ວມທຶນກັນລະຫວ່າງລາວ ແລະຫວຽດນາມ
ໂຮງງານຜະລິດເຫລັກຮ່ວມທຶນກັນລະຫວ່າງລາວ ແລະຫວຽດນາມ

ສໍາລັບ​ໃນ​ດ້ານ​ການ​ຄ້າ​ນັ້ນ, ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ໃຫ້​ເຖິງ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ​ 2015 ນີ້ ​ແລະໃຫ້​ເພີ່ມ​ຂຶ້ນ​ເປັນ 5 ພັນ​ລ້ານ​ໂດ​ລາ​ໃນ​ປີ
2020. ໃນປີ 2010 ທີ່ຜ່ານມາ
ກໍປາກົດວ່າ ການຄ້າລະຫວ່າງ
ລາວກັບຫວຽດນາມ ມີມູນຄ່າ
ລວມເກີນກວ່າ 1 ພັນລ້ານ​ໂດ
​ລາ ເປັນ​ປີທໍາອິດ ແລະໃນໄລຍະ 6 ເດືອນຂອງປີ 2011 ນີ້ ການຄ້າສອງຝ່າຍກໍມີມູນຄ່າ
ລວມເກີນກວ່າ 500 ລ້ານໂດລາ ຫລືເພີ້ມຂຶ້ນກວ່າ 17% ແລ້ວ.

ນອກຈາກນັ້ນ ໃນໂອກາດ ທີ່ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ ແລະ
​ເລຂາທິການ​ໃຫຍ່​ພັກ​ປະຊາຊົນໄດ້ເດີນທາງໄປຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງ
ການ ເມື່ອເດືອນສິງຫາ ທີ່ຜ່ານມານີ້. ຜູ້ນໍາພັກ ແລະລັດຖະບານຂອງທັງສອງຝ່າຍກໍຍັງ
ຢືນຢັນທີ່ ຈະເສີມຂະຫຍາຍສາຍພົວພັນແບບພິເສດ ແລະຄວາມຮ່ວມມືຢ່າງຮອບດ້ານລະ
ຫວ່າງສອງພັກແລະສອງປະເທດ ຕໍ່ໄປຢ່າງບໍ່ຢຸດຢັ້ງອີກດ້ວຍ.

XS
SM
MD
LG